ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອາທິດ 3, ເດືອນກໍລະກົດ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ທະຫານນະຄອນຫຼວງ ຮ່າໂນ້ຍ ມອບເຄື່ອງຊ່ວຍເຫຼືອຕ້ານ ໂ ຄ ວິ ດ ໃຫ້ທະຫານນະຄອນຫຼວງວຽງຈັນ

Staff by Staff
ເດືອນພຶດສະພາ 29, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ກອງບັນຊາການທະຫານນະຄອນຫຼວງວຽງຈັນ ສປປ ລາວ ໄດ້ຮັບເຄື່ອງຊ່ວຍເຫຼືອອຸປະກອນການແພດ ຈາກກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ.

ພິທີມອບ-ຮັບເຄື່ອງດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ດ່ານສາກົນເກົາແຈວ ສສ ຫວຽດນາມ ຊຶ່ງຕາງໜ້າກ່າວມອບໂດຍສະຫາຍ ພັນເອກ ວູດິງຮືງ ຮອງຫົວໜ້າກົມພະລາທິການ ກອງບັນຊາການທະຫານນະຄອນຫຼວງ ຮ່າໂນ້ຍ ສສ ຫວຽດນາມ ແລະ ກ່າວຮັບໂດຍ ສະຫາຍ ພັນເອກ ບຸນເຈີ ຄຳມະວົງ ຮອງຫົວໜ້າກອງບັນຊາການ-ຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ຊຶ່ງມີພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ເຄື່ອງທີ່ນຳມາຊ່ວຍເຫຼືອໃນຄັ້ງນີ້, ປະກອບມີຜ້າປິດປາກ-ດັງ ຈຳນວນ 50 ພັນແຜ່ນ, ເຈວລ້າງມື 1.000 ກ່ອງ ແລະ ເຄື່ອງວັດແທກອຸນຫະພູມ 50 ອັນ. ເພື່ອຮ່ວມແຮງ-ຮ່ວມໃຈໃນການຕ້ານ-ສະກັດກັ້ນ ແລະ ຄວບຄຸບການແຜ່ລະບາດຂອງພະຍາດໂຄວິດ-19.

ໃນໂອກາດດັ່ງກ່າວສະຫາຍ ພັນເອກ ບຸນເຈີ ຄຳມະວົງ ໄດ້ກ່າວສະແດງຄວາມຂອບໃຈມາຍັງ ສະຫາຍ ພັນເອກ ວູດິງຮືງ ພ້ອມດ້ວຍຄະນະ ທີ່ເຫັນໄດ້ຄວາມໝາຍຄວາມສຳຄັນ ແລະ ຄວາມສາມັກຄີອັນສະໜິດແໜ້ນແບບພິເສດລະຫວ່າງສອງພັກ-ສອງລັດ, ສອງກອງທັບ ລາວ-ຫວຽດນາມ ໂດຍສະເພາະກອງບັນຊາການທະຫານນະຄອນຫຼວງວຽງຈັນ ແລະ ກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ ທີ່ໄດ້ໃຫ້ການອູ້ມຊູຊ່ວຍເຫຼືອຕະຫຼອດມາ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະນຳເອົາເຄື່ອງຈຳນວນດັ່ງກ່າວນີ້ ໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ຖືກຕ້ອງ ແລະ ເປັນປະໂຫຍດສູງສຸດ

ໂດຍສະເພາະແມ່ນໝູນໃຊ້ເຂົ້າໃນວຽກງານການຕ້ານ-ສະກັດກັ້ນ ແລະ ຄວບຄຸບການແຜ່ລະບາດຂອງພະຍາດໂຄວິດ – 19 ໃຫ້ມີຄວາມຮັບປະກັນ 100%.

ShareTweetShare
Next Post
ຄົນລະແຊ ສົ່ງກຳລັງໃຈໃຫ້ຄຣິສຕິນາພ້ອມກັນ

ຄົນລະແຊ ສົ່ງກຳລັງໃຈໃຫ້ຄຣິສຕິນາພ້ອມກັນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    0 shares
    Share 0 Tweet 0
  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ

    0 shares
    Share 0 Tweet 0
  • ຍັງຈື່ເຫດການໂຈນ 13ຄົນ ເຂົ້າປຸ້ນຊັບ ເຮືອນປະຊາຊົນຢູ່ດົງນາໂຊກ ໄດ້ບໍ່ ຫຼ້າສຸດຈັບໄດ້ 10ຄົນ ແລ້ວ ຍັງ 3ຄົນ.

    0 shares
    Share 0 Tweet 0
  • ຄົ້ນເຮືອນເປົ້າຫມາຍ ພົບເງິນ 100 ລ້ານ ແລະ ຄຳ 10 ບາດ.

    0 shares
    Share 0 Tweet 0
  • ທະນາຄານແຫ່ງ ສປປ ລາວ ເປີດເຜີຍຜົນການປະຕິຮູບທະນາຄານພັດທະນາລາວ ແລະ ທະນາຄານສົ່ງເສີມກະສິກຳ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ດ່ວນໆ… ເກີດເຫດໄຟໄຫມ້ຮ້ານຊິ້ນດາດ ມາລີນີ
  • ພິລຶກແທ້ ແກ້ງຢາລາຍໃຫຍ່ ກາງນະຄອນຫຼວງ ວຽງຈັນ 5ແສນກວ່າເມັດ.
  • ເຖົ້າແລ້ວບໍ່ສົມເຖົ້າ ຊາຍໄວ 66 ປີ ຄາດຕະກໍາເມຍ ຍ້ອນຫຶງຫວງ
  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...