ຂປລ. ໃນວັນທີ 25 ພຶດສະພາ 2021 ນີ້, ຄະນະສະເພາະກິດຂັ້ນແຂວງ ນໍາໂດຍ ທ່ານ ລັດຕະນະໄຊ ຄໍາສີດາ ຫົວໜ້າ ພະແນກການຕ່າງປະເທດ, ທ່ານ ສຸລິໄຊ ຫົງສາຄອນ ຮອງຫົວໜ້າ ພະແນກອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ໄຊແກ້ວ ທະວີໄຈ ຮອງຫົວໜ້າ ພະແນກໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍທີມງານ ລົງຢ້ຽມຢາມ ແລະ ໃຫ້ກໍາລັງໃຈພະນັກງານທີ່ປະຈຳການຢູ່ຈຸດກວດຄັດກອງຄົນເຂົ້າ-ອອກ ຂົວຫ້ວຍໝ້ຽງ ເມືອງນ້ຳບາກ ເພື່ອປ້ອງກັນພະຍາດໂຄວິດ-19.

ທ່ານ ພັນຕີ ຄຳຫລ້າ ແສງຄຳ ຫົວໜ້າຈຸດກວດຂົວຫ້ວຍໜ້ຽງ ໄດ້ລາຍງານສະພາບການປະຕິບັດໜ້າທີ່ຂອງພະນັກງານ ໂດຍສະເພາະ ຈຸດກວດຄັດກອງຄົນເຂົ້າ-ອອກ ຂົວຫ້ວຍໜ້ຽງ ເມືອງນໍ້າບາກ ເປັນຈຸດໜຶ່ງທີ່ເຊື່ອມຕໍ່ ລະຫວ່າງ ແຂວງຫລວງພະບາງ ກັບ ແຂວງອຸດົມໄຊ ເຫັນວ່າ ມີການສັນຈອນໄປ-ມາ ຕາມການອະນຸຍາດຂອງຄະນະສະເພາະກິດທັງສອງແຂວງ ໂດຍສະເພາະ ການຂົນສົ່ງສິນຄ້າ.

ການປະຕິບັດງານຂອງພະນັກງານປະຈຳຈຸດກວດ ແມ່ນໄດ້ປະຕິບັດມາດຕະການ ການປ້ອງກັນຢ່າງເຂັ້ມງວດ ເປັນຕົ້ນ ກວດກາວັດແທກອຸນຫະພູມ ຜູ້ເດີນທາງເຂົ້າ-ອອກ ແລະ ກວດກາເອກະສານຂອງຄະນະສະເພາະກິດ ຢ່າງເຂັ້ມງວດ, ຜ່ານການປະຕິບັດເຫັນວ່າ ຜູ້ເດີນທາງຜ່ານຈຸກກວດ ແມ່ນໄດ້ໄປຕິບັດຕາມລະບຽບການທີ່ວາງໄວ້ເປັນສ່ວນໃຫຍ່ ແຕ່ກໍຍັງມີບາງຈຳນວນແມ່ນຍັງບໍ່ປະຕິບັດ,

ສະນັ້ນຈຶ່ງຮຽກຮ້ອງໃຫ້ຜູ້ທີ່ຈະເດີນທາງຜ່ານຈຸດກວດກາທຸກແຫ່ງ ໃຫ້ປະກອບເອກະສານໃຫ້ຄົບຖ້ວນ ແລະ ຖ້າບໍ່ມີຄວາມຈຳເປັນແທ້ແມ່ນບໍ່ໃຫ້ອອກເດີນທາງໃນໄລຍະນີ້.
ໃນການລົງຢ້ຽມຢາມຄັ້ງນີ້ຂອງຄະນະສະເພາະກິດຂັ້ນແຂວງ ແມ່ນໄດ້ຮັບການຕ້ອນຮັບຈາກ ທ່ານ ສົມຫວັງ ພອນຄໍາວົງສາ ເຈົ້າເມືອງນ້ຳບາກ ພ້ອມດ້ວຍຄະນະສະເພາະກິດຂັ້ນເມືອງ.

ໂອກາດດຽວກັນນີ້ ຄະນະສະເພາະກິດຂັ້ນແຂວງ ກໍໄດ້ມອບອຸປະກອນປ້ອງກັນພະຍາດໂຄວິດ-19 ທີ່ໄດ້ຮັບຈາກການຊຸກຍູ້ຈາກຫລາຍພາກສ່ວນໃນສັງຄົມໃຫ້ແກ່ພະນັກງານທີ່ປະຕິບັດໜ້າທີ່ຢູ່ຈຸດກວດຂົວຫ້ວຍໝ້ຽງນຳອີກ.
Discussion about this post