ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 1, ເດືອນກໍລະກົດ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຂ່າວດີ ສປປລາວ ໄດ້ຮັບການຊ່ວຍເຫຼືອດ້ານວິຊາການ ແລະ ວັກຊິນປ້ອງກັນໂຄວິດ (astrazeneca) 01 ລ້ານໂດສ.”

Staff by Staff
ເດືອນພຶດສະພາ 12, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ພາກພູມໃຈ “ເຊົ້າວັນນີ້ 12 ພຶດສະພາ 2021, ສປປລາວ ໄດ້ຮັບການຊ່ວຍເຫຼືອດ້ານວິຊາການ ແລະ ວັກຊິນປ້ອງກັນໂຄວິດ-19 (astrazeneca) ຈາກລັດຖະບານແຫ່ງ ປະເທດອົດສະຕຣາລີ ຈຳນວນ 01 ລ້ານໂດສ.”

1. ທ່ານນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປລາວ ໄດ້ຮັບຕ້ອນການເຂົ້າຢ້ຽມຂໍ່ານັບ ທ່ານ ໂພລ ແຄລີ, ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມແຫ່ງ ປະທດອົດສະຕຣາລີ ປະຈໍາ ສປປລາວ,

2. ໃນໂອກາດພິທີປະກາດການຊ່ວຍເຫຼືອຢາວັກແຊັງ ແລະ ການຊ່ວຍເຫຼືອດ້ານວິຊາການຕ່າງໆ, ມູນຄ່າ 15,2 ລ້ານໂດລາອົດສະຕຣາລີ ຈາກລັດຖະບານ ປະເທດອົດສະຕຣາລີ ຢ່າງເປັນທາງການ ກໍຄື ການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ສອງປະເທດລາວ ແລະ ອົດສະຕຣາລີ,

3. ໃນໂອກາດດັ່ງກ່າວ, ທ່ານນາງ ປານີ ຢາທໍ່ຕູ້ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືອັນດີງາມຕະຫຼອດໄລຍະເວລາ 69 ປີທີ່ຜ່ານມາ,

4. ນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນໃນວັນທີ 15 ມັງກອນ 1952 ເປັນຕົ້ນ ແມ່ນການຊ່ວຍເຫຼືອເພື່ອການພັດທະນາ (ODA), ການພັດທະນາຊັບພະຍາກອນມະນຸດ, ກະສິກຳ, UXO, ການຄ້າ-ການລົງທຶນ ແລະ ອື່ນໆ,

5. ພິເສດ, ໃນປີ 2022 ສປປລາວ ແລະ ອົດສະຕຣາລີ ຈະຮ່ວມກັນສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 70 ປີ ແລະ ຫວັງວ່າ ສອງຝ່າຍຈະຮ່ວມກັນສະເຫຼີມສະຫຼອງວັນສຳຄັນດັ່ງກ່າວຢ່າງມີບັນຍາກາດ ແລະ ມີຄວາມໝາຍ,

6. ໃນໂອກາດນີ້, ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງເລິກເຊິ່ງຕໍ່ ລັດຖະບານ ແລະ ປະຊາຊົນ ອົດສະຕຣາລີ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປລາວ ຕະຫຼອດມາ

7. ໂດຍສະເພາະ, ການຊ່ວຍເຫຼືອເພີ່ມຕື່ມຢາວັກຊິນໃນຄັ້ງນີ້ ຈະປະກອບສ່ວນອັນສໍາຄັນໃຫ້ແກ່ຄວາມພະຍາຍາມຂອງ ລັດຖະບານລາວ ໃນການຈັດຕັ້ງປະຕິບັດການສັກຢາວັກຊິນ ແກ່ປະຊາຊົນລາວໃຫ້ຫຼາຍຂື້ນໃນຂອບເຂດທົ່ວປະເທດ ກໍຄືສືບຕໍ່ຊ່ວຍເຫຼືອໃນການຟື້ນຟູຜົນກະທົບທາງດ້ານເສດຖະກິດ-ສັງຄົມຈາກ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ສປປລາວ,

8. ພ້ອມກັນນີ້, ກໍໄດ້ສະແດງຄວາມຊົມເຊີຍ ລັດຖະບານ ອົດສະຕຣາລີ ຕໍ່ໝາກຜົນສໍາເລັດທີ່ຍາດມາໄດ້ໃນການປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວໃນໄລຍະຜ່ານມາ,9. ທ່ານ ໂພລ ແຄລີ ໄດ້ກ່າວວ່າ ອົດສະຕຣາລີ ມີຄວາມຍິນດີທີ່ໄດ້ໃຫ້ຊ່ວຍເຫຼືອຢາວັກຊິນ ໃຫ້ແກ່ ປະຊາຊົນລາວ, ຊຶ່ງເປັນບຸລິມະສິດທີ່ສໍາຄັນ ແລະ ຮີບດ່ວນຂອງ ລັດຖະບານ ອົດສະຕຣາລີ,

9. ການຊ່ວຍເຫຼືອຄັ້ງນີ້, ຈະສະໜອງຢາວັກຊິນຈໍານວນ 01 ລ້ານໂດສ, ການຝຶກອົບຮົມໃຫ້ແກ່ແພດໝໍ ໃນວຽກງານການບໍລິຫານການສັກວັກຊິນທີ່ປອດໄພ ແລະ ການຊ່ວຍເຫຼືອດ້ານວິຊາການຈາກ ສະຖາບັນການຄຸ້ມຄອງດ້ານສຸຂະພາບທີ່ມີຊື່ສຽງຂອງ ອົດສະຕຣາລີ,

10. ການປະກອບສ່ວນໃນຄັ້ງນີ້ຈະຊ່ວຍໃຫ້ ລັດຖະບານລາວ ສາມາດເພີ່ມອັດຕາສ່ວນຂອງພົນລະເມືອງລາວ ທີ່ຈະໄດ້ຮັບການສັກວັກຊິນປ້ອງກັນຫຼາຍຂື້ນກວ່າເກົ່າ ພ້ອມທັງຈະໃຫ້ການສະໜັບສະໜູນຄວາມປອດໄພດ້ານສຸຂະພາບໃຫ້ແກ່ ສປປ ລາວ ໃນໄລຍະຍາວ,

12. ນອກຈາກນີ້, ລັດຖະບານ ອົດສະຕຣາລີ ຍັງໄດ້ປະກອບສ່ວນທຶນຈຳນວນຫຼາຍເຂົ້າໃນ ໂຄງການ ໂຄແວັກສ (COVAX), ເຊິ່ງຈະຊ່ວຍເພີ່ມຈໍານວນການສັກຢາວັກແຊັງໃຫ້ແກ່ປະຊາຊົນລາວໃຫ້ກວມກວ່າ 20 ສ່ວນຮ້ອຍ ໂດຍບໍ່ເສຍຄ່າໃຊ້ຈ່າຍ (ວິທະຍຸກະຈາຍສຽງແຫ່ງຊາດລາວ).

ShareTweetShare
Next Post
ແຈ້ງການດ່ວນ ປັບຂຶ້ນລາຄານໍ້າມັນ 13/5/2021

ແຈ້ງການດ່ວນ ປັບຂຶ້ນລາຄານໍ້າມັນ 13/5/2021

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ຍັງຈື່ເຫດການໂຈນ 13ຄົນ ເຂົ້າປຸ້ນຊັບ ເຮືອນປະຊາຊົນຢູ່ດົງນາໂຊກ ໄດ້ບໍ່ ຫຼ້າສຸດຈັບໄດ້ 10ຄົນ ແລ້ວ ຍັງ 3ຄົນ.

    ຍັງຈື່ເຫດການໂຈນ 13ຄົນ ເຂົ້າປຸ້ນຊັບ ເຮືອນປະຊາຊົນຢູ່ດົງນາໂຊກ ໄດ້ບໍ່ ຫຼ້າສຸດຈັບໄດ້ 10ຄົນ ແລ້ວ ຍັງ 3ຄົນ.

    0 shares
    Share 0 Tweet 0
  • ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    0 shares
    Share 0 Tweet 0
  • ທະນາຄານແຫ່ງ ສປປ ລາວ ເປີດເຜີຍຜົນການປະຕິຮູບທະນາຄານພັດທະນາລາວ ແລະ ທະນາຄານສົ່ງເສີມກະສິກຳ.

    0 shares
    Share 0 Tweet 0
  • ຄົ້ນເຮືອນເປົ້າຫມາຍ ພົບເງິນ 100 ລ້ານ ແລະ ຄຳ 10 ບາດ.

    0 shares
    Share 0 Tweet 0
  • ບໍ່ຫລາບບໍ່ຈື່! ສຶກສາອົບຮົມຄັ້ງທີ 2 ຜູ້ໂຄສະນາແລກປ່ຽນເງິນຕາ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ
  • ຊົມເຊີຍເຈົ້າເຈົ້າໜ້າທີ່ ມ້າງກຸ່ມແກ້ງລັກລົດຈັກລາຍໃຫຍ່ ກູ້ໄດ້ 12 ຄັນ
  • ຄວນເຮັດແນວໃດ? ໃຫ້ຄົນລາວ ໃຊ້ສິນຄ້າທີ່ລາວຜະລິດ
  • ເຊັນບົດບັນທຶກຄວາມເຂົ້າໃຈເພື່ອສຶກສາ, ສຳຫຼວດການກໍ່ສ້າງທາງລົດໄຟວຽງຈັນ-ທ່າແຂກ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...