ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 24, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຄະນະສະເພາະກິດຢືນຢັນ ການສັກວັກຊີນປ້ອງກັນ ໂຄວິດ-19 ຢູ່ເມືອງໂຂງ ແມ່ນບໍ່ໄດ້ເສຍຄ່າບໍລິການ

Staff by Staff
ເດືອນພຶດສະພາ 10, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ຂປລ. ແຫລ່ງຂ່າວຈາກເມືອງໂຂງ ແຂວງຈຳປາສັກ ໃຫ້ຮູ້ວ່າ: ຄະນະສະເພາະກິດເພື່ອປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ເມືອງໂຂງ ໄດ້ເຮັດບົດລາຍງານ ເລກທີ 017/ຈມຂ, ລົງວັນທີ 7 ພຶດສະພາ 2021 ກ່ຽວກັບ ການເຄື່ອນໄຫວວຽກງານສັກວັກຊີນປ້ອງກັນພະຍາດໂຄວິດ-19.

ພ້ອມທັງຢືນຢັນວ່າ: ການສັກວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ພະນັກງານ ແລະ ປະຊາ ຊົນທົ່ວໄປ ຢູ່ເມືອງໂຂງ ແມ່ນບໍ່ໄດ້ເສຍຄ່າບໍລິການ ຄືດັ່ງທີ່ສື່ສັງຄົມອອນລາຍມີຊື່ວ່າ: ເພັດນ້ອຍ ໜໍ່ພູໄທ ໄດ້ນຳເອົາຮູບພາບ ແລະ ຄຣິບສຽງປະກອບເຂົ້າ ເປັນເນື້ອໃນຂ່າວວ່າ: ປະຊາຊົນຊາວເມືອງໂຂງ ໄປຮັບການສັກວັກຊີນປ້ອງກັນພະຍາດໂຄວິດ-19 ເສຍຄ່າບໍລິການ ຖ້າເປັນປະຊາຊົນແມ່ນເສຍຄົນລະ 50.000 ກີບ ແລະ ຖ້າເປັນພະນັກ ງານລັດເສຍຄົນລະ 600.000 ກີບ.

ຄະນະສະເພາະກິດເມືອງໂຂງ ຍັງໃຫ້ຮູ້ອີກວ່າ: ການບໍລິການເຄື່ອນໄຫວສັກວັກຊີນປ້ອງກັນພະຍາດໂຄວິດ-19 ພາຍໃນເມືອງໂຂງ ແມ່ນພະແນກສາທາລະນະສຸກແຂວງຈຳປາສັກ ໄດ້ລົງສົມທົບກັບ ຫ້ອງການສາທາລະນະສຸກເມືອງ ໂດຍມີການຈັດຕັ້ງຈຸດສັກຢາຢູ່ໂຮງໝໍເມືອງ;

ໃນນັ້ນ ໄດ້ໃຊ້ທີມແພດເຄື່ອນທີ່ໄປບ່ອນຊຸມຊົນ 1 ທີມເປັນ ຕົ້ນ ຈຸດໂຮງໝໍນ້ອຍນາກະສັງ, ໂຮງໝໍນ້ອຍຂີ້ນາກ, ໂຮງໝໍນ້ອຍໂພນສະອາດ ແລະ ຈຸດຕະຫລາດເມືອງແສນ, ເຊິ່ງການສັກຢາດັ່ງກ່າວໃຫ້ພໍ່ແມ່ປະຊາຊົນແມ່ນບໍ່ໄດ້ເສຍຄ່າບໍລິການໃດໆ.

ສ່ວນຂ່າວລືທີ່ສື່ສັງຄົມອອນລາຍເຜີຍແຜ່ອອກໄປວ່າ:ການເກັບເງິນຄ່າບໍລິການສັກວັກຊີນປ້ອງກັນພະຍາດໂຄວິດ-19 ນຳປະຊາຊົນຊາວເມືອງໂຂງ ແມ່ນບໍ່ມີມູນຄວາມຈິງ ເພາະວ່າສະຖານທີ່ສັກຢາ, ແພດ ແລະ ຜູ້ທີ່ສັກວັກຊີນໃນຄຣິບດັ່ງກ່າວບໍ່ແມ່ນສະຖານທີ່ຂອງເມືອງ, ແພດ ແລະ ບຸກຄົນທີ່ມາຮັບວັກຊີນ ກໍບໍ່ແມ່ນຢູ່ບັນດາຈຸດຮັບບໍລິການສັກວັກຊີນຂອງເມືອງໂຂງ ເປັນພຽງການສ້າງຄວາມປັ່ນປວນ ໃຫ້ແກ່ສັງຄົມ.

ຂ່າວ: ພຸດທະສິນ ວົງວິໄລທອງ

ShareTweetShare
Next Post
ລູກຄ້າຖີ້ມເງີນໃສ່ພໍ່ຄ້າ ເກັບເອງ ແບບບໍ່ໃຫ້ກຽດກັນເລີຍ

ລູກຄ້າຖີ້ມເງີນໃສ່ພໍ່ຄ້າ ເກັບເອງ ແບບບໍ່ໃຫ້ກຽດກັນເລີຍ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ລວມກະສັດຂຶ້ນຄອງລາດ ອານາຈັກລ້ານຊ້າງ 33 ພຣະອົງ

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...