🔥🔥ເມືອງປະທຸມພອນ ໄດ້ຮັບຜົນກະທົບຈາກລົມພະຍຸພັດ ເຮືອນປະຊາຊົນ ເສຍຫາຍເບື້ອງຕົ້ນ 100 ລ້ານກວ່າກີບ.

ໃນວັນທີ 5 ພຶດສະພາ 2021, ທ່ານ ວຽງສິໄໝ ສີລິພອນພັນ ເຈົ້າເມືອງໆປະທຸມພອນ ພ້ອມດ້ວຍຄະນະກຳມະການຄວບຄຸມໄຟພິບັດຂັ້ນເມືອງ ໄດ້ລົງເຄື່ອນໄຫວ ຕິດຕາມ ຊີວິດການເປັນຢູ່ຂອງປະຊາຊົນ ທີ່ຖືກ ຜົນກະທົບຈາກ ໄພພິບັດ ລົມພະຍຸລະດູຮ້ອນ ພັດ ເຮືອນ ທີ່ຢູ່ອາໃສ ກຸ່ມສະໜິງ ແລະ ກຸ່ມພະໂພ ເມືອງປະທຸມພອນ ແຂວງຈຳປາສັກ ຄະນະກໍາມະການຄວບຄຸມໄພພິບັດຂັ້ນເມືອງ ໄດ້ລາຍງານໃຫ້ຮູ້ວ່າ:

ໃນວັນທີ 4 ພຶດສະພາ 2021, ເວລາ ປະມານ 23:10 ໂມງ ໄດ້ເກີດມີລົມພະຍຸລະດູຮ້ອນ ພັດເຂົ້າໃສ່ ເຮືອນຂອງປະຊາຊົນ ໃນ 2 ກຸ່ມ ຄື: ກຸ່ມພະໂພມີ: ບ້ານ ໜອງໝາກເອກ,ບ້ານພະລາຍ,ບ້ານຜັກຂະ, ກຸ່ມສະໜິງມີ: ບ້ານ ແກແລ, ບ້ານຄອນທູດ ເມືອງປະທຸມພອນ ແຂວງຈຳປາສັກ, ໄດ້ສ້າງຜົນເສຍຫາຍ ເຮັດໃຫ້ ເຮືອນຊານ ທີ່ ຢູ່ອາໃສ ຂອງ ປະຊາຊົນ ໃນ 2 ກຸ່ມ ດັ່ງກ່າວ ເປ້ເພ ລວມມີ 5 ບ້ານ 97 ຫຼັງຄາເຮືອນ, ປະເມີນຜົນເສຍຫາຍ 60% ຂື້ນໄປ ມີ 2 ຫຼັງ ແລະ ເສຍຫາຍ 50% ມີ 03 ຫຼັງ, 30% ລົງມາມີ 92 ຫຼັງຄາເຮືຶອນ ນອກຈາກນີ້ຍັງມີ ໂຮງຮຽນ 3 ຫຼັງ, ສຸກສາລາ 1 ຫຼັງ, ວັດ1ຫຼັງ ແລະ ເລົ້າເຂົ້າ 1 ຫຼັງ ບໍ່ມີຕົວເລກບາດເຈັບ ຫຼືເສຍຊີວິດ. ປະເມີນມູນຄ່າເສຍຫາຍທັງໝົດເບື້ອງຕົ້ນ 108.188.000 ລ້ານກີບ.,ໃນນັ້ນ: ບ້ານ ໜອງໝາກເອກ 4.220.000 ກີບ, ບ້ານພະລາຍ 2.547.0000 ກີບ, ບ້ານຜັກຂະ 11.748.000 ກີບ,ບ້ານແກແລ 61.338.000 ກີບ, ບ້ານຄອນທູດ 28.335.000 ກີບ.

ໂອກາດນີ້, ທ່ານ ວຽງສະໄໝ ສີລິພອນພັນກໍ່ໄດ້ໂອ້ລົມ ການຈັດຕັ້ງ, ອຳນາດ ການປົກຄອງ ແລະພໍ່ແມ່ ປະຊາຊົນ ໃນ 2 ກຸ່ມ ດັ່ງກ່າວທີ່ຖືກ ຜົນກະທົບຈາກ ໄພພິບັດ ລົມພະຍຸລະດູຮ້ອນ ພັັດ ໃນເທື້ອນີ້ໃຫ້ມີຄວາມອຸ່ນອ່ຽນ ທຸ່ນທ່ຽງ ໃນການດຳລົງຊີວິດ ຢ່າງມີສະຕິ, ພ້ອມກັນນັ້ນ ກໍໃຫ້ພ້ອມກັນ ປົກປັກຮັກສາ ສິ່ງແວດລ້ອມ, ຮັກສາພື້ນທີ່ປ່າ ກໍຄື ປ່າສະຫງວນເຊປຽນ ໃຫ້ມີຄວາມອຸດົມສົມບູນ ແລະ ການລົງເຄື່ອນໄຫວ ຄັ້ງນີ້ ກໍ່ເພື່ອຕິດຕາມສະຖານະການຢ່າງໃກ້ຊິດ, ທັງເປັນການອົບອຸ່ນໃຫ້ກຳລັງໃຈ ສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໃຍ ຂອຄະນະພັກ-ອົງການປົກຄອງ ຕໍ່ກັບຊີວິດການເປັນຢູ່ຂອງປະຊາຊົນ.

ຂ່າວ: ຖວທ ປະທຸມພອນ.

Discussion about this post