ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນຈັນ 6, ເດືອນກຸມພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຜົນສອບສວນເບື້ອງຕົ້ນ ເຫດລະເບີດຄັ້ງໃຫຍ່ໃນນະຄອນຫຼວງເບຣຸດ…

ກຂຄ ລາວ by ກຂຄ ລາວ
ເດືອນສິງຫາ 19, 2020
in ຂ່າວຕ່າງປະເທດ
0
Home ຂ່າວຕ່າງປະເທດ

ສະຖານີໂທລະພາບ LBCI ຂອງລີບັງ ລາຍງານວ່າ: ຜົນການສືບສວນ – ສອບສວນເບື້ອງຕົ້ນເຫດລະເບີດສະເທືອນຂວັນບໍລິເວນທ່າເຮືອໃນນະຄອນຫຼວງເບຣຸດ ຂອງລີບັງ ເມື່ອວັນທີ 4 ສິງຫາຜ່ານມາ ຊີ້ໃຫ້ເຫັນວ່າເກີດຈາກຄວາມປະໝາດຢ່າງຮ້າຍແຮງ ເນື່ອງຈາກໃນສາງເກັບມ້ຽນສິນຄ້າແຫ່ງໜຶ່ງບໍລິເວນທ່າເຮືອໃນນະຄອນຫຼວງເບຣຸດ ໄດ້ເກັບມ້ຽນສານແອັມໂມເນຍໄນເຕຣດ ຈຳນວນ 2.700 ໂຕນ ລວມກັບໝາກກະໂພກ, ນ້ຳມັນກ໊າດ ເມທີລິນ ແລະ ໄນໂຕຣເຈນ ລວມນ້ຳໜັກ 24 ໂຕນ.

ລາຍງານລະບຸວ່າ: ສານແອັມໂມເນຍໄນເຕຣດ ພຽງຢ່າງດຽວບໍ່ສາມາດເກີດລະເບີດໄດ້ ແຕ່ການເກັບສານດັ່ງກ່າວໄວ້ລວມກັບສານເຄມີຊະນິດອື່ນໆ ອາດຈະເປັນຕົ້ນເຫດກໍ່ໃຫ້ເກີດໂສກນາດຕະກຳຄັ້ງຮ້າຍແຮງນີ້ຂຶ້ນໄດ້.

ນອກຈາກນັ້ນ, ຍັງພົບວ່າມີແຮງງານ 3 ຄົນ ໄດ້ຈອດເຊື່ອມໂລຫະໃນສາງເກັບສິນຄ້າດັ່ງກ່າວ ແລະ ອອກຈາກບໍລິເວນເກີດເຫດຫຼັງເວລາ 17:00 ໂມງ ຕາມເວລາທ້ອງຖິ່ນ ເຊິ່ງປະມານໜຶ່ງຊົ່ວໂມງກ່ອນຈະເກີດເຫດລະເບີດຂຶ້ນ.

ເຈົ້າຄອງນະຄອນຫຼວງເບຣຸດ ປະເມີນວ່າ: ເຫດລະເບີດຄັ້ງນີ້ຄາດວ່າສ້າງຄວາມເສຍຫາຍຕໍ່ຊັບສິນຂອງປະຊາຊົນບໍ່ຕ່ຳກວ່າ 10 ຕື້ໂດລາ ເຊິ່ງບໍ່ນັບຜູ້ເສຍຊີວິດ ແລະ ຜູ້ໄດ້ຮັບບາດເຈັບທີ່ບໍ່ສາມາດປະເມີນມູນຄ່າໄດ້.

Share114TweetShare
Next Post
ອອກແລ້ວຜົນກວດ!! ຊາຍຊາວລາວ ທີ່ເສຍຊີວິດ ຢູ່ຈັງຫວັດອຸດອນ ປະເທດໄທ

ອອກແລ້ວຜົນກວດ!! ຊາຍຊາວລາວ ທີ່ເສຍຊີວິດ ຢູ່ຈັງຫວັດອຸດອນ ປະເທດໄທ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0
  • ແຊັດລັບແຊັດຫຼຸດ ຄູບາ Ft. ແມ່ອອກ ຄົນທີ່ເອີ້ນຕົນເອງວ່າ ຢູ່ໃນສິນກິນໃນທຳ

    0 shares
    Share 0 Tweet 0
  • ສານຂອງທ່ານນາຍຍົກໃນມື້ເປີດໂຊກຮຽນໃໝ່

    0 shares
    Share 0 Tweet 0
  • ອັບເດດຂ່າວ! ເຫດວິສາມັນຄົນຮ້າຍລັກຊັບ ຢູ່ໜ້າຕະຫຼາດເຊົ້າ

    455 shares
    Share 455 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ແຈ້ງການສາເຫດ ຢຸດການປະຕິບັດຖ້ຽວບິນ ວຽງຈັນ-ອຸດົມໄຊ-ວຽງຈັນ
  • ຈັບເປົ້າໝາຍ ສົ່ງຢາເຂົ້າເມືອງປາກງື່ມ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...