ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອາທິດ 3, ເດືອນກໍລະກົດ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຄົນມັກຫວຍຄວນອ່ານ ຫວຍຈະຊ່ວຍໃຫ້ລວຍແທ້ບໍ່?

Staff by Staff
ເດືອນພຶດສະພາ 5, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ການໂຄສະນາຂາຍຫວຍທັງລາວ, ໄທ ແລະ​ ຫວຽດ ນັບມື້ນັບເຂັ້ມຂຸ້ນ ເຮັດໃຫ້ປະຊາຊົນ ຄົນລາວ ຫຼົງໃຫຼໄປນຳຍ້ອນຄວາມຢາກລວຍ ແຕ່ອາດຊິຊວຍກໍເປັນໄດ້.

ການໂຄສະນາ ການຊື້ເລກ ຊື້ຫວຍນັບມື້ນັບເປັນວົງກວ້າງ ແລະເກີນຄວາມພໍດີ ໂດຍໄດ້ຊັກຊວນການຊື້ເລກຫຼາຍຊ່ອງທາງ ບໍ່ວ່າການໂຄສະນາທີ່ອ້າງເງິນລາງວັນເປັນຈຳນວນຫຼາຍຮ້ອຍລ້ານ ເຮັດໃຫ້ຫຼາຍຄົນຫຼົງໃຫຼໃນຄວາມຢາກລວຍທາງລັດນີ້ຈົນມືນຫູມືນຕາບໍ່ຂຶ້ນ,​ ການໂຄສະນາຂາຍໄດ້ເປີດເຊັນ ແລະອື່ນໆ.​.

ເມື່ອເຫັນມີຄົນຢູ່ປະເທດເຮົາ ຫຼື ປະເທດເພື່ອນບ້ານທີ່ຖືກເລກ ເປັນຈຳນວນຫຼາຍຮ້ອຍລ້ານນັ້ນ ບວກກັບການໂຄສະນາ ແລະ ການຂາຍເລກທຸກແຈທຸກແຈມຸມນັ້ນ ຍິ່ງສ້າງຄວາມລະເມີເພີ້ຝັນຢາກລວຍໂດຍການຕິດການຊື້ເລກຈົນມືນຫູມືນຕາບໍ່ຂຶ້ນ, ບາງຄົນຊື້ເລກງວດໃດກໍໝົດໄປຫຼາຍລ້ານກີບ,​ ເຮົາລອງຄິດເບິ່ງ​ເລກທີ່ຂາຍມີ​ໃນຈຳນວນເລກຫົກໂຕມີຈຳນວນ 1.000.000 ເລກໃຫ້ຊື້​= 1.​000.000%,​ ເລກ5 ໂຕ​ 4​-3-2 ກໍຫລຸດລົງຕາມນັ້ນແຕ່ໂຕທີ່ຈະມີພຽງໂຕດຽວ,​ ໝາຍຄວາມວ່າຖ້າເຮົາຊື້ເລກ​ 6​ໂຕ​ແບບດຽວເທົ່າກັບເປີເຊັນຈະຖືກມີ 0,000001% ຄື​ 1​ ໃນ​ລ້ານ,​ ສົມມຸດຖ້າເຮົາຊື້ ແຕ່ລະໂຕໃຫ້ຄົບ 1​ ລ້ານເຮົາຈະໃຊ້ເງິນ 1​ ຕື້​ ຫຼື​ 1​ ພັນລ້ານ​ ເປັນເດີມພັນ ແຕ່ລາງວັນແມ່ນ 400.000 ກີບ ສ່ວນຈຳນວນເລກ ແລະລາງວັນກໍຫລຸດໆລົງຕາມລຳດັບຈົນຮອດເລກ 2​ ໂຕ/ລາງວັນ​60.000​ກີບ/ຊື້​ 1.000​ ກີບ.

ຍິ່ງບ້ານເມືອງຕົກໃນສະພາບວິກິດເສດຖະກິດ ຖົດຖອຍ, ບໍ່ມີວຽກເຮັດງານທຳທີ່ດີ ປະຊາຊົນຈຳນວນໜຶ່ງທໍ້ຖອຍ ເລີຍເຝົ້າຄອຍ ໂຊກວາດສະໜານັ້ນ ກໍຍິ່ງສ່ຽງໂຊກໃສ່ກັບການຊື້ເລກ ເຊິ່ງເປັນອັນຕະລາຍທີ່ຈະເຮັດໃຫ້ຄອບຄົວຂາດເຂີນໄປຕື່ມ.

ບາງຄົນກໍວ່າ ໂຕນີ້ດີ ໂຕນັ້ນຄັກ ເລີຍເປັນການຕົວະຍົວະກັນຊື້ບໍ່ມີມື້ເຊົາຈົນເຮັດໃຫ້ການຊື້ເລກກາຍເປັນປາກົດການຫຍໍ້ທໍ້ໜຶ່ງ, ບາງບ້ານພາກັນຊື້ເລກຂາຍເລກເກືອບໝົດບ້ານ, ບາງຄົນຊື້ພໍດີພໍດ້າມ ກໍຍັງໄຄ ແຕ່ຫຼາຍຄົນທີ່ຕິດຈົນງໍຫົວບໍ່ຂຶ້ນນັ້ນຈະເຮັດໃຫ້ຄອບຄົວມີແຕ່ຄວາມວຸ່ນວາຍເປັນໜີ້ເປັນສິນກໍມີ.

ການໂຄສະນາຂາຍເລກເກີນຂອບເຂດຄວນໄດ້ຮັບການຄວບຄຸມ ແລະ ຄຸ້ມຄອງຄັກແນ່ເພື່ອຄວາມພໍດີ, ນອກຈາກການໂຄສະນາທີ່ເຂັ້ມຂຸ້ນທາງສື່ສັງຄົມແລ້ວ ຜ່ານມາທີ່ບໍ່ມີການລະບາດພະຍາດໂຄວິດ 19 ນັ້ນ ການຂາຍເລກຢູ່ຕາມແຄມທາງປາກົດວ່າຖີ່ ແລະ ຫຼາຍຂຶ້ນ. ການຊື້-ຂາຍເລກບໍ່ແມ່ນສິ່ງທີ່ຕ້ອງຫ້າມ ແຕ່ກໍຄວບຄຸມໃນຂອບເຂດທີ່ເໝາະສົມ

ຄວາມຈິງແລ້ວການຂາຍເລກແມ່ນມີມາຕັ້ງແຕ່ດົນນານ ແລະ ຢູ່ຫຼາຍປະເທດ ແຕ່ມາຮອດປັດຈຸບັນ, ບາງປະເທດກໍຖືວ່າການຊື້-ຂາຍເລກ ອອນລາຍແມ່ນຜິດກົດໝາຍເຊັ່ນ: ໂປແລນ, ກູບາ ແລະ ອື່ນໆ ສິ່ງສຳຄັນ ເພື່ອຮັບປະກັນການຄຸ້ມຄອງທີ່ດີບາງປະເທດຕ້ອງໄດ້ໃຫ້ຜູ້ຂາຍເລກຕ້ອງມີໃບອະນຸຍາດຄັກແນ່ ເພື່ອສາມາດ ຄຸ້ມຄອງກັນງ່າຍຂຶ້ນ.

ແນ່ນອນການ ຊື້-ຂາຍ ເລກແມ່ນການພະນັນປະເພດໜຶ່ງທີ່ຄຸ້ມຄອງໂດຍລັດເຊິ່ງຕ້ອງເພີ່ມມາດຕະການຄວບຄຸມການໂຄສະນາຊວນເຊື່ອ, ມາຮອດທຸກມື້ນີ້ຍິ່ງໄວ ເພາະການຊວນເຊື່ອກັນຜ່ານສື່ສັງຄົມອອນລາຍເຖິງໂຕເດັດໆແຕ່ລະງວດ.

ເພາະສະນັ້ນແລ້ວເຖິງເວລາທີ່ເຮົາຈະມາຄິດຄືນນຳກັນ ໃນບັນຫາທີ່ຫວັງຢາກລວຍທາງລັດຈົນເຮັດໃຫ້ຊີວິດຂາດຄວາມສົມດູນດ້ານການໃຊ້ຈ່າຍ ແລະມາດຕະການຄວບຄຸມການຊື້-ຂາຍເລກ ເປັນສິ່ງທີ່ຄວນໄດ້ຮັບການຄຸ້ມຄອງທີ່ດີກວ່າເກົ່າ. ຜ່ານມາລັດຖະບານເຮົາ ກໍໄດ້ຫຼຸດຈຳນວນງວດທີ່ອອກເລກລົງແຕ່ຕ້ອງເພີ່ມມາດຕະການໃນການຄວບຄຸມການໂຄສະນາເພື່ອການຂາຍເລກທີ່ເກີນຄວາມເປັນຈິງ ເຮັດໃຫ້ ເປັນການຊວນເຊື່ອເບື່ອເມົາປະຊາຊົນຈຳນວນຫຼາຍໃນການຢາກໄດ້ຢາກລວຍຜ່ານການຖືກເລກຖືກຫວຍແຕ່ອາດຊິຊວຍຍ້ອນເປັນໜີ້ເປັນສິນພາຍຫຼັງນັ້ນລະ.

ທີ່ມາ

ShareTweetShare
Next Post
ດວງເຮັງແທ້ ແຕກອີກແລ້ວ ເລກ 4 ໂຕ​ 20,000ກິບ ຮັບ 100 ລ້ານ

ດວງເຮັງແທ້ ແຕກອີກແລ້ວ ເລກ 4 ໂຕ​ 20,000ກິບ ຮັບ 100 ລ້ານ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    0 shares
    Share 0 Tweet 0
  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ

    0 shares
    Share 0 Tweet 0
  • ຍັງຈື່ເຫດການໂຈນ 13ຄົນ ເຂົ້າປຸ້ນຊັບ ເຮືອນປະຊາຊົນຢູ່ດົງນາໂຊກ ໄດ້ບໍ່ ຫຼ້າສຸດຈັບໄດ້ 10ຄົນ ແລ້ວ ຍັງ 3ຄົນ.

    0 shares
    Share 0 Tweet 0
  • ຄົ້ນເຮືອນເປົ້າຫມາຍ ພົບເງິນ 100 ລ້ານ ແລະ ຄຳ 10 ບາດ.

    0 shares
    Share 0 Tweet 0
  • ທະນາຄານແຫ່ງ ສປປ ລາວ ເປີດເຜີຍຜົນການປະຕິຮູບທະນາຄານພັດທະນາລາວ ແລະ ທະນາຄານສົ່ງເສີມກະສິກຳ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ດ່ວນໆ… ເກີດເຫດໄຟໄຫມ້ຮ້ານຊິ້ນດາດ ມາລີນີ
  • ພິລຶກແທ້ ແກ້ງຢາລາຍໃຫຍ່ ກາງນະຄອນຫຼວງ ວຽງຈັນ 5ແສນກວ່າເມັດ.
  • ເຖົ້າແລ້ວບໍ່ສົມເຖົ້າ ຊາຍໄວ 66 ປີ ຄາດຕະກໍາເມຍ ຍ້ອນຫຶງຫວງ
  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...