ຢາກຈະແນະນຳອີກໜຶ່ງບຸກຄົນທີ່ຕັ້ງໜ້າປະກອບສ່ວນໃນວິກິດໂຄວິດຄັ້ງນີ້ຢ່າງສຸດໃຈນັ້ນກໍຄືໜ່ວຍກູ້ໄພ. ໜຶ່ງໃນຜູ້ທີ່ເຮົາກໍາລັງເວົ້າເຖິງນັ້ນກໍຄື ທ້າວກ້ອນແກ້ວ ອຸດອນ. ປັດຈຸບັນ ອາຍຸ 32 ປີ ອາຊີບ ພະນັກງານກູ້ໄພ ຕຳແໜ່ງປະທານຊີ້ນຳລວມມູນນິທິກູ້ໄພແຂວງຄຳມ່ວນ 1624..ກ່ອນເກີດພະຍາດໂຄວິດ-19 ທ້າວກ້ອນແກ້ວ ໄດ້ໃຊ້ຊີວິດຮັບໃຊ້ສັງຄົມເປັນຕົ້ນແມ່ນປະຊາຊົນຢູ່ໃນເມືອງທ່າແຂກ ແຂວງຄຳມ່ວນ ວຽກຫລັກຂອງເພິ່ນກໍຄືກູ້ຊີບ-ກູ້ໄພ..

ທ. ກ້ອນແກ້ວໄດ້ໃຫ້ສຳພາດຄວາມຮູ້ສຶກ ຕໍ່ກັບບັນຫາໃນຕອນນັ້ນວ່າ: “ສະພາບຈິດໃຈໃນການເຮັດວຽກກໍມີຫລາຍບັນຫາຢູ່ ແຕ່ກໍຂໍທິດຊີ້ນຳທາງຂັ້ນເທິງໄດ້ຢ່າງໄວໃນການຕອບສະໜອງ, ສຳລັບຄວາມລຳບາກແມ່ນກໍຄື ບາງບ່ອນພວກເຮົາກໍໄປບໍ່ຮອດບໍ່ເຖິງເພາະໄລຍະການໄປໄກຫລາຍ ເພາະພວກເຮົາຕ້ອງໄດ້ກຸ້ມຕົນເອງໃນການເດີນທາງຖ້າໄດ້ໄປ.”.ຕໍ່ກັບການແພ່ລະບາດຂອງພະຍາດໂຄວິດໃນລາວ ທີ່ເພີ່ມຂຶ້ນຫຼາຍທີ່ສຸດທີ່ເຄີຍມີມາ ທ້າວກ້ອນແກ້ວ ອຸດອນ ຂໍຝາກຂ່າວເຖິງ ພໍ່ແມ່ ປ້າລຸງ ພໍ່ເຖົ້າແມ່ເຖົ້າ ນ້າບ່າວ ນ້າສາວ ອ້າຍເອື້ອຍນ້ອງໝູ່ເພື່ອນທຸກຄົນວ່າ: “ຂໍໃຫ້ຮັກສາສຸຂະພາບຕົນເອງແດ່ເດີ້ ຖ້າບໍ່ຈຳເປັນບໍ່ຕ້ອງອອກໄປໃສເດັດຂາດ ເພາະພະຍາດໂຄວິດ-19 ມັນຮ້າຍແຮງຫຼາຍ ຂໍໃຫ້ຢູ່ແຕ່ເຮືອນສາກ່ອນ. ປະຕິບັດຕາມການແນະນຳຂອງຂັ້ນເທິງວາງອອກ ແລະປະຕິບັດຕາມຄຳແນະນຳໃນການຫຼີກເວັ້ນການຕິດເຊື້ອພະຍາດດັ່ງກ່າວ.

ແນວຄິດຈິດໃຈທີ່ເກີດຄວາມຄິດຢາກພົ່ນຢາຂ້າເຊື້ອກໍຍ້ອນວ່າຢາກສະກັດກັ້ນເຊື້ອພະຍາດໂຄວິດ-19 ບໍ່ໃຫ້ແພ່ລະບາດ ມີການປ້ອງກັນໄວ້ດີທີ່ສຸດ. ສ່ວນການພົ່ນຢາຂ້າເຊື້ອເເມ່ນໄປຕາມສະຖານທີ່ຕ່າງໆທີ່ເພິ່ນແຈ້ງມາໃຫ້ທ້າວກ້ອນແກ້ວໄປ ກໍຕ້ອງໄປ. ສຳລັບສຽງຕອບຮັບຈາກປະຊາຊົນກໍມີຈຳນວນຫລາຍຖືວ່າຍ້ອງຍໍຊົມເຊີຍໃນການປະຕິບັດຫນ້າທີ່ຂອງມູນນິທິ 1624 ເພື່ອສຸມໃສ່ວຽກງານຮັບໃຊ້ສັງຄົມ ແລະ ທາງໜ່ວຍກູ້ໄພ 1624.

🚨ຂໍໃຫ້ທຸກຄົນຮັກສາສຸຂະພາບແລະປອດໄພທຸກຄົນເດີ້ ດ້ວຍຮັກຫ່ວງໃຍ.

ທີ່ມາ

Discussion about this post