ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອາທິດ 29, ເດືອນພຶດສະພາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ສະຫຼອງຖືກຫວຍ!!! ລົ້ມຫົວຈຸ່ມລົງຖັງນ້ຳເສຍຊີວິດ

ກຂຄ ລາວ by ກຂຄ ລາວ
ເດືອນສິງຫາ 19, 2020
in ຂ່າວຕ່າງປະເທດ
0
Home ຂ່າວຕ່າງປະເທດ

ເປັນປະເພນີເວລາຖືກຫວຍ ກໍຈະມີການສະຫຼອງກັນຍົກໃຫຍ່ ບາງຄັ້ງຖືກຫວຍໜ້ອຍດຽວສະຫຼອງໝົດຫຼາຍກວ່າກໍ່ເປັນໄດ້ ແຕ່ອັນນີ້ບໍ່ກ່ຽວເພາະເປັນເງິນໃນກະເປົາຂອງແຕ່ລະຄົນ, ທີ່ແອັດ Central Update ເອົາມາຝາກມື້ນີ້ແມ່ນການສະຫຼອງຈົນເມຍຈາກໄປ ຜົວບໍຮູ້ອຸ້ມເມຍເຂົ້ານອນ ກອດຮ່າງໄຮ້ວິນຍານໝົດຄືນ.

ເຫດການນີ້ເກີດຂຶ້ນຢູ່ ອຸດອນທານີນີ້ເອງຜົວເມຍ ແລະໝູ່ເພື່ອນພາກັນດື່ມສະຫຼອງຖືກຫວຍຈົນລົ້ມຫົວຈຸ່ມລົງຖັງນ້ຳ ຜູ້ເປັນຜົວບໍ່ຮູ້ຈິ່ງອຸ້ມເຂົ້າຫ້ອງນອນ.

ເຫດການນີ້ຫາກໍ່ເກີດວັນທີ 17 ຜ່ານມານີ້ເອງ ຜູ້ເສຍຊີວິດຊື່ນາງວົງໄຊອາຍຸ 48 ປີ ຕາມການຊັນລະສູດຂອງແພດໝໍບອກວ່າຍິງຄົນນັ້ນເສຍຊີວິດຍ້ອນຫົວໃຈລົ້ມເຫຼວ ປະມານ 5-7 ຊົ່ວໂມງແລ້ວ.

ຈາກການສອບຖາມທ້າວ ແຕ້ພານິດຜູ້ເປັນຜົວໄວ 44 ປີໃຫ້ການວ່າ ຕົນມີອາຊີບຮັບຈ້າງ ສ່ວນຜູ້ເສຍຊີວິດເປັນແມ່ບ້ານທຳມະດາ ແຕ່ມັກການດື່ມເຫຼົ້າເປັນປະຈຳ ພວກຕົນຕ່າງເປັນໝ້າຍແລ້ວມາຄົບຫາກັນ ຫຼັງຈາກນັ້ນກໍ່ຕົກລົງມາຢູ່ກິນນຳກັນໃນນາມຜົວເມຍມາໄດ້ປະມານ 1 ປີ ກ່ອນເກີດເຫດຕອນກາງເວັນໝູ່ຜູ້ເສຍຊີວິດບອກວ່າຕົນຖືກຫວຍ 2000 ບາດ

ຫຼັງຈາກແລ້ວວຽກ ຈິ່ງພາກັນໄປຊື້ເຫຼົ້າກັບນຶ້ງຫົວໝູມາກິນສະຫຼອງນຳກັນຈົນເມົາ ຮອດເວລາ 21:00 ໂມງຈິ່ງແຍກຍ້າຍກັບ ສ່ວນຕົນກັບເມຍແມ່ນກຽມເຂົ້ານອນ.ຜົວຍັງເລົ່າອີກວ່າ ໂຕເອງຫຼັບໄປແລ້ວບໍ່ຮູ້ດົນປານໃດຕື່ນຂຶ້ນມາບໍ່ເຫັນເມຍຈິ່ງຍ່າງໄປຊອກວ່າຢູ່ຫຼັງເຮືອນປະກົດວ່າ  ເມຍນອນຫົວຈຸ່ມໃສ່ຖັງນ້ຳຕົນຈິ່ງອຸ້ມເມຍອອກມາ ຕອນນັ້ນເມຍຮາກອອກມາເປັນນ້ຳ ແຕ່ຍັງຫາຍໃຈຢູ່ຕົນຈິ່ງເຊັດຕົວປ່ຽນຊຸດໃຫ້ແລ້ວອຸ້ມເຂົ້າໄປນອນ ຫຼັງຈາກນັ້ນກໍ່ເອີ້ນໝູ່ມາເບິ່ງຢ້ານເປັນຫຍັງຮຸນແຮງ ແຕ່ເບິ່ງຄືຊິບໍມີຫຍັງໝູ່ກໍ່ພາກັນກັບບ້ານ.

ຫຼັງຈາກໝູ່ກັບບ້ານໂຕເອງກໍ່ນອນກອດເມຍນອນຫຼັບໄປເລີຍ ຈົນຕື່ນເຊົ້າມາເມຍນອນບໍ່ຫາຍໃຈ ແລະຕົວແຂງ ຕົນຕົກໃຈແຮງຈິ່ງໂທຫາໝູ່ມາເບິ່ງພ້ອມກູ້ໄພ ຈິ່ງຮູ້ວ່າເມຍໄດ້ເສຍຊີວິດໄປແລ້ວ.

ຜູ້ເປັນຜົວບອກວ່າ ຂ້ອຍນອນກອດສົບເມຍມາທັ້ງຄືນ ບໍ່ຄິດວ່າລາວຈະດ່ວນຈາກໄປແບບນີ້ ເພາະເມຍເຄີຍບອກເປັນລາງວ່າ ໃຫ້ກູຕາຍກ່ອນມືງ ເພາະຖ້າມືງຕາຍກ່ອນກູບໍຮູ້ຈະຢູ່ກັບໃຜ.ຕາມການສັນນິຖານຂອງທີມກວດສອບລະບຸວ່າ: ຜູ້ເສຍຊີວິດໜ້າຈະດື່ມເຫຼົ້າໂດຍບໍ່ກິນອາຫານ ເມື່ອລຸກມາກິນອາຫານກາງເດີກຈິ່ງເກີດຫົວໃຈລົ້ມເຫຼວ ແລະເສຍຊີວິດໃນທີ່ສຸດ.

Share497TweetShare
Next Post
ຄລິບນີ້ແຊຣ໌ກັນສະນັ່ນ ຄະຕິຊີວິດ “ເໜືອເກີບຍັງມີຕີນ”

ຄລິບນີ້ແຊຣ໌ກັນສະນັ່ນ ຄະຕິຊີວິດ “ເໜືອເກີບຍັງມີຕີນ”

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ປີບຫົວໃຈຜູ້ເປັນແມ່ສຸດໆ​ ເຫດລົດຈັກຕຳຟຸດບາດ ລູກອາຍຸ 6ປີ ເສຍຊີວິດຄາທີ່

    ປີບຫົວໃຈຜູ້ເປັນແມ່ສຸດໆ​ ເຫດລົດຈັກຕຳຟຸດບາດ ລູກອາຍຸ 6ປີ ເສຍຊີວິດຄາທີ່

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ຕາຢ້ານແທ້..! ລະວັງໃຜທ່ຽວກາງຄືນ ສາວຖືກຢັນເອົາລົດຈັກເສັ້ນທາງຂົວນ້ຳເຄັມ-ທ່າງ່ອນ (ມີຄລິບ)

    0 shares
    Share 0 Tweet 0
  • ພາກສ່ວນກ່ຽວຂ້ອງກວດສອບດ້ວຍ ປ້ຳນ້ຳມັນເຊື້ອໄຟ ຂອບເຂດ ໂພນສະຫວາດ(ແຂວງວຽງຈັນ) ປັບນ້ຳມັນເກີນລາຄາ

    0 shares
    Share 0 Tweet 0
  • ຂ່າວດີ…! ມື້ນີ້ທົ່ວນະຄອນຫຼວງມີປ້ຳນ້ຳມັນເປີດໃຫ້ບໍລິການ 70ປ້ຳ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ເຫດລົດຈັກລົ້ມເອງ(ຕຳກຳແພງ) ເສຍຊີວິດຄາທີ່ ໂດຍເປັນພາບທີ່ຫົດຫູ່ໃຈຫຼາຍແຟນສາວສົ່ງຫາທັງທີ່ບໍ່ຮູ້ວ່າໂລກໄດ້ຈາກໂລກນີ້ໄປແລ້ວ.
  • ຂ່າວດີ…! ມື້ນີ້ທົ່ວນະຄອນຫຼວງມີປ້ຳນ້ຳມັນເປີດໃຫ້ບໍລິການ 70ປ້ຳ
  • ຮູ້ເທົ່າບໍ່ເຖິງການ ຍອມຮັບຜິດພ້ອມຂໍໂທດແລ້ວ…ຜູ້ຂັບຂີ່ຖ່າຍຄຼິບລົງສື່ອອນລາຍປະຈານເຈົ້າໜ້າທີ່ຈະລາຈອນ ຢູ່ດ່ານເຂດເມືອງທ່າພະບາດ
  • ເຜີຍແຜ່ການຄຸ້ມຄອງດ້ານການເງິນ-ເງິນຕາ ແລະ ການຄຸ້ມຄອງລາຄາສິນຄ້າອຸປະໂພກ-ບໍລິໂພກ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...