ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 1, ເດືອນກໍລະກົດ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຄວາມຫວັງຂອງປະຊາຊົນ ມາແລ້ວ

Staff by Staff
ເດືອນເມສາ 23, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ຕາມຂ່າວສານ ຂປລ. ລັດຖະບານ ໄດ້ກຳນົດເອົາບັນຫາການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ – ການເງິນໃນ 5 ປີຕໍ່ໜ້າ ເປັນວາລະແຫ່ງຊາດ ເພື່ອໃຫ້ທຸກການຈັດຕັ້ງຂອງພັກ, ລັດ, ພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນທົ່ວສັງຄົມ

ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ຕາມພາ ລະບົດບາດຂອງຕົນ ແນໃສ່ແກ້ໄຂສະພາບເສດຖະກິດ-ການເງິນ ທີ່ມີຄວາມສ່ຽງສູງ ອາດຈະຕົກເຂົ້າສູ່ວິກິດ ໃຫ້ສາມາດປະຄັບປະຄອງ ແລະ ກ້າວເຂົ້າສູ່ສະພາບປົກກະຕິ.

ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ລາຍງານຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ແຜນງົບປະມານແຫ່ງລັດ 5 ປີ (2021-2025) ໃນວັນທີ 22 ມີນາ 2021 ໃຫ້ຮູ້ວ່າ:ການກຳນົດເອົາບັນຫາການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ໃນ 5 ປີຕໍ່ໜ້າ ເປັນວາລະແຫ່ງຊາດ ເພື່ອໃຫ້ທຸກພາກສ່ວນໃນສັງຄົມ ປະກອບສ່ວນເຂົ້າໃນການ ຈັດຕັ້ງປະຕິບັດວາລະແຫ່ງຊາດ.

ຕາມພາລະບົດບາດຂອງຕົນ ດັ່ງນີ້: ປັບໂຄງສ້າງງົບປະມານແຫ່ງລັດ ເພື່ອໃຫ້ມີການສົມດູນທາງດ້ານລາຍຮັບ ແລະ ລາຍຈ່າຍ ແນໃສ່ຮັບປະກັນໃຫ້ມີການສະສົມເພື່ອຊຳລະໜີ້ສິນຕ່າງປະເທດ ດ້ວຍມາດຕະການ ສ້າງຖານລາຍຮັບເພີ່ມ ແລະ ການເກັບລາຍຮັບໃຫ້ຄົບຖ້ວນ ແລະ ເພີ່ມຂຶ້ນຕາມກົດໝາຍ.ສ່ວນເພດານລາຍຈ່າຍ ຈະສູ້ຊົນໃຫ້ຮັກສາໃນລະດັບປັດຈຸບັນ ເພື່ອເອົາລາຍຮັບທີ່ເພີ່ມຂຶ້ນໄປສະສົມເພີ່ມ; ສູ້ຊົນເກັບລາຍຮັບຈາກພື້ນຖານລາຍຮັບທີ່ມີໃນປັດຈຸບັນ ໃຫ້ຄົບຖ້ວນ, ອັດຊ່ອງວ່າງການຮົ່ວໄຫລ ແລະ ກຳນົດນະໂຍບາຍໃໝ່.

ເພື່ອສ້າງຖານລາຍຮັບໃໝ່ຕາມທິດຍືນຍົງ ເພື່ອຮັບ ປະກັນການເພີ່ມຂຶ້ນຂອງລາຍຮັບພາຍໃນ ສະເລ່ຍໃນລະຫວ່າງ 10-13% ຕໍ່ປີ; ປັບໂຄງສ້າງລາຍຈ່າຍງົບປະມານແຫ່ງລັດ ໂດຍກຳນົດເພດານດ້ານລາຍຈ່າຍ ແຕ່ລະປະເພດ ເຊັ່ນ: ລາຍຈ່າຍບໍລິຫານປົກ ກະຕິບໍ່ໃຫ້ເກີນ 84% ຂອງລາຍຮັບພາຍໃນໃນນັ້ນລາຍຈ່າຍເງິນເດືອນ ແລະ ເງິນນະໂຍບາຍ ໃຫ້ມີທ່າອ່ຽງຫລຸດລົງ ຈາກ 52% ໃນປີ 2021 ມາຢູ່ໃນລະດັບ 40% ໃນປີ 2025 (ສະເລ່ຍ 5 ປີ ບໍ່ໃຫ້ເກີນ 45% ຂອງລາຍຮັບພາຍໃນ), ລາຍຈ່າຍບໍລິຫານ, ຊື້ໃໝ່ ແລະ ດັດສົມສົ່ງເສີມ ບໍ່ໃຫ້ເກີນ 14% ຂອງລາຍຮັບພາຍໃນ; ພ້ອມທັງປະຕິບັດນະໂຍບາຍປະຢັດ, ຮັດສາຍແອວ.

” ໂດຍຫລຸດຜ່ອນລາຍຈ່າຍທີ່ບໍ່ຈຳ ເປັນລົງຕື່ມ ເປັນຕົ້ນ ຄ່າໄຟຟ້າ, ນ້ຳປະປາ, ບຳລຸງຮັກສາ-ເຄື່ອງໃຊ້ຫ້ອງການ, ລົດບໍລິຫານລັດ, ການຈັດກອງປະຊຸມ, ການເຄື່ອນໄຫວວຽກງານທາງການພາຍໃນ ແລະ ຕ່າງປະເທດ ທີ່ບໍ່ຈຳເປັນ “

ແລະ ຄ່າໃຊ້ຈ່າຍອື່ນ ໄປຄຽງຄູ່ກັບການຫັນຫົວໜ່ວຍງົບປະມານວິຊາການຈຳນວນໜຶ່ງ ໄປກຸ້ມຕົນເອງເພື່ອຫລຸດ ຜ່ອນພາລະແບກຫາບລາຍຈ່າຍບໍລິຫານພາກລັດ.ພ້ອມກັນນີ້, ຕ້ອງປັບໂຄງສ້າງ ແລະ ບໍລິຫານໜີ້ສິນສາທາລະນະ ໃຫ້ສາມາດຄວບຄຸມໄດ້ ເພື່ອຮັບປະກັນຄວາມປອດໄພ

ໂດຍມີແຜນການແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະເທດ ຢ່າງເປັນລະບົບ ດ້ວຍການມີສ່ວນຮ່ວມຈາກຫລາຍພາກສ່ວນ, ມີແຜນວຽກລະອຽດ, ມີການແບ່ງຄວາມຮັບຜິດຊອບໃຫ້ຂະ ແໜງການ ແລະ ທ້ອງຖິ່ນ ຢ່າງຈະແຈ້ງ,ມີການຮັບຮອງເເຜນ ແລະ ມີມາດຕະການໃນການຕິດຕາມກວດກາ ແລະ ປະເມີນຜົນຄືນ ບັນດາໂຄງການທີ່ພວມຈັດຕັ້ງປະຕິບັດ.

ພ້ອມນັ້ນ, ການກູ້ຢືມໃໝ່ ຕ້ອງມີບົດວິພາກເສດຖະກິດ ໂດຍແນໃສ່ໂຄງການທີ່ມີປະສິດທິຜົນໃຫ້ມີຜົນຕອບແທນໄວ, ການບໍລິຫານໜີ້ສິນດ້ວຍການກູ້ຢືມໃໝ່ໃນເງື່ອນໄຂ ດອກເບ້ຍທຸລະກິດຕ້ອງນຳໃຊ້ສະເພາະການຊຳລະໜີ້ ທີ່ມີເງື່ອນໄຂດອກເບ້ຍທຸລະກິດເທົ່ານັ້ນ.

ShareTweetShare
Next Post
ພໍ່ໂພສ໌ເສົ້າ ເຮົາຈະສູ້ແລະຜ່ານມັນໄປດ້ວຍກັນເດິ້ລູກ

ພໍ່ໂພສ໌ເສົ້າ ເຮົາຈະສູ້ແລະຜ່ານມັນໄປດ້ວຍກັນເດິ້ລູກ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    0 shares
    Share 0 Tweet 0
  • ຍັງຈື່ເຫດການໂຈນ 13ຄົນ ເຂົ້າປຸ້ນຊັບ ເຮືອນປະຊາຊົນຢູ່ດົງນາໂຊກ ໄດ້ບໍ່ ຫຼ້າສຸດຈັບໄດ້ 10ຄົນ ແລ້ວ ຍັງ 3ຄົນ.

    0 shares
    Share 0 Tweet 0
  • ທະນາຄານແຫ່ງ ສປປ ລາວ ເປີດເຜີຍຜົນການປະຕິຮູບທະນາຄານພັດທະນາລາວ ແລະ ທະນາຄານສົ່ງເສີມກະສິກຳ.

    0 shares
    Share 0 Tweet 0
  • ຄົ້ນເຮືອນເປົ້າຫມາຍ ພົບເງິນ 100 ລ້ານ ແລະ ຄຳ 10 ບາດ.

    0 shares
    Share 0 Tweet 0
  • ບໍ່ຫລາບບໍ່ຈື່! ສຶກສາອົບຮົມຄັ້ງທີ 2 ຜູ້ໂຄສະນາແລກປ່ຽນເງິນຕາ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ
  • ຊົມເຊີຍເຈົ້າເຈົ້າໜ້າທີ່ ມ້າງກຸ່ມແກ້ງລັກລົດຈັກລາຍໃຫຍ່ ກູ້ໄດ້ 12 ຄັນ
  • ຄວນເຮັດແນວໃດ? ໃຫ້ຄົນລາວ ໃຊ້ສິນຄ້າທີ່ລາວຜະລິດ
  • ເຊັນບົດບັນທຶກຄວາມເຂົ້າໃຈເພື່ອສຶກສາ, ສຳຫຼວດການກໍ່ສ້າງທາງລົດໄຟວຽງຈັນ-ທ່າແຂກ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...