ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພຸດ 1, ເດືອນກຸມພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ໂອໂຢ! ທາມລາຍກໍລະນີ 60ບໍ່ນ້ອຍໜ້າ ມີຂ້າມໄປໄທເຮັດດັງເສີມສວຍໄດ້ແບບສະບາຍໆ

Staff by Staff
ເດືອນເມສາ 21, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ຂ່າວສຶກສາພວກເຮົາໄດ້ນຳສະເໜີຜູ້ຕິດເຊື້ອກໍລະນີທີ 59 ໄປແລ້ວ ແລະນີ້ແມ່ນກໍລະນີຢັ້ງຢືນທີ 60 ຜູ້ທີ່ໃກ້ຊິດ ຫຼື ເຄີຍຢູ່ໃກ້ເພິ່ນຕ້ອງໄດ້ຕິດຕາມຕົນເອງເປັນພິເສດ ເພື່ອປ້ອງກັນການແຜ່ເຊື້ອຂອງທ່ານໄປຍັງຄົນທີ່ຮັກ.

ກໍລະນີທີ 60 ເປັນເພດຍິງ, ອາຍຸ: 28 ປີ, ສັນຊາດ: ລາວ, ອາຊີບ: ແມ່ເຮືອນ ທີ່ຢູ່ປະຈຸບັນ: ບ້ານ ນາຊອນ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ປະຫວັດການເຄື່ອນໄຫວຂອງຜູ້ກ່ຽວວັນທີ 7 ເມສາ 2021 ເສີມດັງຢູ່ກຸງເທບ, ວັນທີ 8-9 ເມສາ 2021 ບໍ່ໄດ້ເດີນທາງໄປໃສ, ວັນທີ 10 ເມສາ 2021 ມີໄຂ້, ເຈັບຄໍ, ໄອ ແລະ ຖ່າຍແຫຼວເປັນມູກ, ວັນທີ 11-17 ເມສາ 2021 ບໍ່ໄດ້ເດີນທາງໄປໃສ.

ວັນທີ 18 ເມສາ 2021 ຂຶ້ນລົດແທັກຊີຈາກກຸງເທບ ມາຮອດ ໜອງຄາຍ, ຫຼັງຈາກນັ້ນ ມີຄົນໄທຕິດຕໍ່ຜູ້ຂັບເຮືອ ໃຫ້ມາສົ່ງຢູ່ຝັ່ງລາວ ແລະ ມີລົດມາສົ່ງຜູ້ກ່ຽວຢູ່ທ່າເຮືອ.ວັນທີ 19 ເມສາ 2021 ຂ້າມເຮືອນ້ອຍມາຮອດຝັ່ງລາວ ຢູ່ເຂດເກົ້າລ້ຽວ, ເມືອງສີໂຄດຕະບອງ, ມີລົດຮູນໄດ ມາຮັບເອົາຜູ້ກ່ຽວ.

ຫຼັງຈາກນັ້ນຜູ້ກ່ຽວແວ່ໄປຫາໝູ່ ຢູ່ເຂດຊ້າງສາມຫົວ ຈ້າງລົດຕຸກໆ ໄປກວດຢູ່ໂຮງໝໍມະໂຫສົດ ເພື່ອຂໍກວດຊອກຫາ COVID-19, ແພດແນະນຳໃຫ້ໄປກວດຢູ່ໂຮງໝໍມິດຕະພາບ. ເມື່ອມາຮອດໂຮງໝໍມິດຕະພາບໄດ້ຖືກເກັບຕົວຢ່າງກວດ.

ວັນທີ 20 ເມສາ 2021 ຜົນກວດວິເຄາະປະກົດວ່າ ພົບເຊື້ອ COVID-19 ປະຈຸບັນ ເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ.

• ສຳລັບກຸ່ມສໍາຜັດໃກ້ຊິດ ໃນເບື້ອງຕົ້ນ ມີ 04 ຄົນ, ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ແມ່ນຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.ກໍລະນີ 60

ShareTweetShare
Next Post
ແຈ້ງການ​ດ່ວນ ສາມຫຼຽມຄຳອອກແຈ້ງການສັ່ງ ຄົນໃນໃຫ້ອອກ ແຕ່ຄົນນອກຫ້າມເຂົ້າ

ແຈ້ງການ​ດ່ວນ ສາມຫຼຽມຄຳອອກແຈ້ງການສັ່ງ ຄົນໃນໃຫ້ອອກ ແຕ່ຄົນນອກຫ້າມເຂົ້າ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ກົມກົງສູນ ແຈ້ງໃຫ້ປະຊາຊົນສາມາດ ຍື່ນຄຳຮ້ອງຂໍໜັງສືຜ່ານແດນ ຢູ່ 6 ແຂວງດ່ັ່ງນີ້:

    0 shares
    Share 0 Tweet 0
  • ບໍລິສັດ ລົດໄຟລາວ-ຈີນ ສະເໜີລັດຖະບານ ຮັບເງິນຄ່າປີ້ລົດໄຟ, ຂົນສົ່ງ ແລະ ຄ່າທໍານຽມຕ່າງໆເປັນເງິນຕາຕ່າງປະເທດ

    0 shares
    Share 0 Tweet 0
  • ດ່ວນ!!! ພົບສົບແລ້ວ ແຕ່ໄຮ້ປະຕິຫານ ອິນແຕ່ງ ແກ້ວບົວລາ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ແຈ້ງການສາເຫດ ຢຸດການປະຕິບັດຖ້ຽວບິນ ວຽງຈັນ-ອຸດົມໄຊ-ວຽງຈັນ
  • ຈັບເປົ້າໝາຍ ສົ່ງຢາເຂົ້າເມືອງປາກງື່ມ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...