ປະຫວັດການເຄື່ອນໄຫວ ຜູ້ຕິດເຊື້ອໂຄວິດ ກໍລະນີທີ 58 ເມືອງບໍລິຄັນ, ແຂວງບໍລິຄຳໄຊ

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຖະແຫຼງຂ່າວປະຈຳວັນທີ17 ເມສາ 2021 ວ່າ: ໃນວັນທີ 16 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 369 ຄົນ ພົບຜູ້ຕິດເຊື້ອກໍລະນີທີ 58 ແມ່ນຢູ່ ເມືອງບໍລິຄັນ, ແຂວງບໍລິຄຳໄຊ.

+ ກໍລະນີຢັ້ງຢືນທີ 58
– ເພດຍິງ, ອາຍຸ: 25 ປີ, ສັນຊາດ:ລາວ, ອາຊີບ: ແມ່ບ້ານ ເຮັດວຽກຢູ່ເມືອງສີລາຊາ, ແຂວງຊົນບູລີ, ປະເທດໄທ.
– ທີ່ຢູ່ປະຈຸບັນ: ເມືອງບໍລິຄັນ, ແຂວງບໍລິຄຳໄຊ.ປະຫວັດການເຄື່ອນໄຫວ
– ຂຶ້ນລົດແທັກຊີ (ໃນລົດມີ 4 ຄົນ: ຄົນຂັບລົດ, ໝູ່ 2 ຄົນ ແລະ ຜູ້ກ່ຽວ) ມານອນຢູ່ລີສອດບຶງການ, ປະເທດໄທ.
ວັນທີ 6 ເມສາ 2021
– ຂຶ້ນຍົນຈາກສະໜາມບິນສົງຂາ ມາຫາ ສະໜາມບິນອຸດອນ.
– ຂຶ້ນລົດແທັກຊີ (ໃນລົດມີ 4 ຄົນ: ຄົນຂັບລົດ, ໝູ່ 2 ຄົນ ແລະ ຜູ້ກ່ຽວ) ມານອນຢູ່ລີສອດບຶງການ, ປະເທດໄທ.
ວັນທີ 6 – 13 ເມສາ 2021
– ພັກຢູ່ລີສອດບຶງການ, ປະເທດໄທ

ວັນທີ 14 ເມສາ 2021
– ຜູ້ກ່ຽວໄດ້ໃຫ້ພີ່ນ້ອງເອົາລົດສ່ວນຕົວ ມາສົ່ງຂຶ້ນເຮືອ (ໃນລົດມີພີ່ນ້ອງ 1 ຄົນ ແລະ ຕົນເອງ).
– ເວລາ 06:00 ໂມງເຊົ້າ ຜູ້ກ່ຽວມາຂຶ້ນເຮືອຢູ່ເຂດບຶງການ ໂດຍມີຜູ້ຂັບເຮືອຈາກຝັ່ງລາວ ຂ້າມມາຮັບ ເພື່ອມາສົ່ງຢູ່ເຂດເມືອງປາກກະດິງ.
– ເວລາ 8:00 ໂມງເຊົ້າ ຜູ້ຂັບເຮືອຈອດລົດໄວ້ທ່າປາກກະດິງ ແລະ ເມຍຜູ້ຂັບເຮືອຂີ່ລົດຈັກຮັບເອົາຜູ້ຕິດເຊື້ອນ້ຳເບີ 58 ໄປພັກຢູ່ບ້ານຂອງຕົນຊົ່ວຄາວ.
ຫຼັງຈາກນັ້ນ ຜູ້ກ່ຽວ ກໍ່ໄດ້ຂຶ້ນລົດວີໂກ້ນຳເຈົ້າຂອງເຮືອ ໂດຍມີລູກເຈົ້າຂອງເຮືອ ອາຍຸ 4 ປີນັ່ງໄປນຳ ແລະ ໄດ້ໄປສົ່ງຜູ້ກ່ຽວຮອດ ເມືອງບໍລິຄັນ ເຊິ່ງມີພໍ່ຜູ້ກ່ຽວ ຂີ່ລົດຈັກມາລໍຖ້າ ແລະ ພາໄປສູນຈຳກັດບໍລິເວນທີ່ຄະນະສະເພາະກິດກຳນົດໄວ້.

ວັນທີ 15 ເມສາ 2021
– ຖືກເກັບຕົວຢ່າງມາກວດຫາເຊື້ອ
ວັນທີ 16 ເມສາ 2021
– ຜົນກວດວິເຄາະ ພົບເຊື້ອໂຄວິດ-19
– ປະຈຸບັນ ເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍແຂວງບໍລິຄຳໄຊ.
ສຳລັບກຸ່ມສໍາຜັດໃກ້ຊິດ ໃນເບື້ອງຕົ້ນ ມີ 04 ຄົນ, ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນຍັງລໍຖ້າຜົນກວດ. ພ້ອມດຽວກັນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.

Discussion about this post