ສໍານັກຂ່າວ Channelnewsasia ລາຍງານ ໃນວັນທີ 16/08/2020 ທີ່ຜ່ານມາ ວ່າ ອະທິບໍດີ ກົມອະນາໄມ ກະຊວງສາທາລະນະສຸກ ຂອງປະເທດມາເລເຊຍ ອອກແຈ້ງເຕືອນໃຫ້ປະຊາຊົນ ລະມັດລະວັງເປັນພິເສດ ຫຼັງຈາກກວດພົບເຊື້ອ ໂຄວິດ-19 ກາຍພັນ ມີຊື່ວ່າ D614G ທີ່ສາມາດແຜ່ເຊື້ອໄດ້ງ່າຍກ່ວາເຊື້ອໂຄວິດ-19 ທົ່ວໄປ ເຖິງ 10 ເທົ່າ !!!

ເຊື້ອນີ້ ຖືກຄົ້ນພົບ ໃນເດືອນກໍລະກົດ 2020 ທີ່ຜ່ານມາ ໃນຜູ້ປ່ວຍ 3 ຄົນ ຈາກ 45 ຄົນ ທີ່ຕິດເຊື້ອຈາກເຈົ້າຂອງຮ້ານອາຫານ ທີ່ເດີນທາງມາກັບມາຈາກ ປະເທດອິນເດຍ ແລະ ລະເມີດຄໍາສັ່ງໃຫ້ກັກໂຕ 14 ມື້, ນອກຈາກນີ້ ຍັງພົບເຫັນເຊື້ອດຽວກັນ ຈາກກຸ່ມຜູ້ເດີນທາງມາແຕ່ປະເທດ ຟິລິປິນ.

ສ່ວນອົງການອະນາໄມໂລກ ກ່າວວ່າ ການກາຍພັນນີ້ ຍັງບໍ່ທັນພົບຫຼັກຖານວ່າ ເຊື້ອໄວຣັສດັ່ງກ່າວ ຈະຮ້າຍແຮງກ່ວາເຊື້ອແບບເກົ່າ ແລະ ຈະບໍ່ກະທົບຕໍ່ການພັດທະນາວັກຊີນ.
Discussion about this post