ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພະຫັດ 23, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ສານຊົມເຊີຍ ຈາກ ເຈົ້າຊີວິດໄທ ສະແດງຄວາມຍິນດີ ກັບປະທານປະເທດ ແຫ່ງ ສ.ປ.ປ ລາວ

Staff by Staff
ເດືອນເມສາ 6, 2021
in ຂ່າວຕ່າງປະເທດ
0
Home ຂ່າວຕ່າງປະເທດ

ພະບາດສົມເດັດ ມະຫາວະຊິຣາລົງກອນ ພະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ຣາຊະອານາຈັກໄທ ໄດ້ສົ່ງສານຊົມເຊີຍ ເຖິງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເມື່ອບໍ່ດົນມານີ້ ທີ່ ນະຄອນຫຼວງວຽງຈັນມ ເນື້ອໃນສານລະບຸວ່າ%ໃນໂອກາດສຳຄັນທີ່ທ່ານ ໄດ້ຮັບການເລືອກຕັ້ງ ໃຫ້ດຳລົງຕຳແໜ່ງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂ້າພະເຈົ້າ ໃນນາມປະຊາຊົນໄທ ຂໍສົ່ງພອນໄຊອັນປະເສີດ ແລະຄວາມປາຖະໜາດີ ດ້ວຍຄວາມຈິງໃຈ ມາຍັງທ່ານ ແລະ ຂໍອວຍພອນໃຫ້ທ່ານຈົ່ງມີຄວາມສຳເລັດ ແລະ ມີຄວາມຜາສຸກ

ຕະຫຼອດໄລຍະຜ່ານມາ ຈົນເຖິງປັດຈຸບັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ມີການພັດທະນາໃຫ້ມີຄວາມກ້າວໜ້າມ ຮັ່ງມີ ແລະ ຈະເລີນວັດທະນາຢ່າງໃຫຍ່ຫຼວງ ຊຶ່ງໄດ້ສະແດງອອກໃຫ້ປະຊາຄົມໂລກໄດ້ຮັບຮູ້ມ ໂດຍສະເພາະຢ່າງຍິ່ງເມື່ອມີຜູ້ນຳທີ່ເຕັມປ່ຽມໄປດ້ວຍວິໄສທັດອັນກວ້າງໄກ ແລະ ເປັນທີ່ຍອມຮັບນັບຖືທັງໃນພາກພື້ນ ແລະ ສາກົນ ກໍຍິ່ງເຊື່ອໝັ້ນວ່າ ປະເທດ ແລະ ປະຊາຊົນລາວ ຈະສືບຕໍ່ມີຄວາມຈະເລີນຮຸ່ງເຮືອງ ແລະ ວັດທະນາຖາວອນຍິ່ງໆຂຶ້ນໄປ

ປະເທດໄທ ໃຫ້ຄວາມສຳຄັນຢ່າງຍິ່ງ ຕໍ່ສາຍພົວພັນມິດຕະພາບ ກັບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນຖານະປະເທດບ້ານໃກ້ເຮືອນຄຽງ ທີ່ມີຄວາມຜູກພັນໃກ້ຊິດເປັນພິເສດມາແຕ່ດົນນານມ ສອງຝ່າຍໄດ້ໃຫ້ການຊ່ວຍເຫຼືອ ຊຶ່ງກັນ ແລະ ກັນ ໃນຫຼາຍດ້ານເປັນຢ່າງດີຕະຫຼອດໄລຍະເວລາທີ່ຜ່ານມາໃ ຂ້າພະເຈົ້າເຊື່ອໝັ້ນເປັນຢ່າງຍິ່ງວ່າ ພາຍໃຕ້ການນຳພາຂອງທ່ານ ການຮ່ວມມືລະຫວ່າງສອງປະເທດຂອງພວກເຮົາ ຈະໄດ້ຮັບການສົ່ງເສີມຢ່າງຕັ້ງໜ້າ ເພື່ອເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືອັນດີທີ່ມີແລ້ວນັັ້ນ ໃຫ້ແໜ້ນແຟ້ນ ແລະ ເພີ່ມພູນຄູນສ້າງ ຍິ່ງໆຂຶ້ນໃນອະນາຄົດ

ShareTweetShare
Next Post
ກະຊວງການເງິນ ແຈ້ງປະມູນຂາຍພາຫະນະ ແລະ ອາໄຫລ່ລົດໃຫຍ່ມືສອງ

ກະຊວງການເງິນ ແຈ້ງປະມູນຂາຍພາຫະນະ ແລະ ອາໄຫລ່ລົດໃຫຍ່ມືສອງ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...