ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນຈັນ 6, ເດືອນກຸມພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ເຂື່ອນໄຟຟ້ານໍ້າເທີນ 1 ເປີດການກັກ ເກັບນໍ້າ ເຂົ້າສູ່ຜະລິດກະແສໄຟຟ້າ

Staff by Staff
ເດືອນເມສາ 3, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ຕາມຂ່າວສານ ຂປລ. ໃນວັນທີ 1 ເມສາ 2021 ໂຄງການໄຟຟ້າ ນໍ້າເທີນ 1 ໄດ້ເປີດການກັກເກັບນໍ້າ ເພື່ອຈະນຳໃຊ້ເຂົ້າໃນການຜະລິດກະແສໄຟຟ້າ ຂອງໂຄງການ ໃນເດືອນພຶດສະພາ 2022 ທີ່ຈະມາເຖິງນີ້,

ໂດຍມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ມີບັນດາ ລັດຖະມົນຕີ, ຮອງເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍ ຄະນະບໍລິຫານບໍລິສັດ ໄຟຟ້າ ນໍ້າເທີນ 1 ຈໍາກັດ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ທ່ານ ປຣີຊາ ກັນທະມູນ ປະທານກໍາມະການບໍລິຫານບໍລິສັດໄຟຟ້າ ນໍ້າເທີນ 1 ຈໍາກັດ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການເຂື່ອນໄຟຟ້ານໍ້າເທີນ 1 ຕັ້ງຢູ່ແມ່ນໍ້າກະດິງ ບ້ານໂພນຈະເລີນ ເມືອງປາກກະດິງ ແຂວງ ບໍລິຄໍາໄຊ, ເລີ່ມລົງມືກໍ່ສ້າງໃນເດືອນ ມິຖຸນາ 2016, ລວມມູນຄ່າການກໍ່ສ້າງທັງໝົດແມ່ນ 1.335 ລ້ານໂດລາສະຫະລັດ,

ໃນນີ້ 70% ແມ່ນເງິນກູ້ຈາກກຸ່ມທະນາຄານໃນປະເທດໄທ ແລະ 30% ແມ່ນສົມທົບທຶນຈາກຜູ້ຮ່ວມຮຸ້ນ. ມາຮອດປັດຈຸບັນ ການກໍ່ສ້າງໜ້າວຽກໂດຍລວມ ສຳເລັດແລ້ວ 85%, ຄາດວ່າຈະເລີ່ມຜະລິດກະແສໄຟຟ້າ ແລະ ເປີດການ ຊື້-ຂາຍ ໄຟຟ້າ ຢ່າງເປັນທາງການ ໃນເດືອນພຶດສະພາ 2022, ໄລຍະສໍາປະທານ 27 ປີ, ນັບແຕ່ມື້ເລີ່ມຜະລິດໄຟຟ້າຢ່າງເປັນທາງການ.

ສຳລັບໂຄງສ້າງຂອງເຂື່ອນ, ການກໍ່ສ້າງອອກແບບຄອນກຣີດອັດແຮງ (RCC), ຍາວ 771 ແມັດ, ສູງ 177 ແມັດ, ເນື້ອທີ່ອ່າງເກັບນໍ້າ 9.360 ເຮັກຕາ, ສາມາດກັກເກັບນໍ້າໄດ້ປະມານ 3 ພັນລ້ານແມັດກ້ອນ, ມີກໍາລັງຕິດຕັ້ງ 650 MW, ສາມາດຜະລິດໄຟຟ້າໄດ້ 2.562 ກິກກາວັດໂມງຕໍ່ປີ (Gwh/year), ໃນນັ້ນຈະແບ່ງຂາຍໃຫ້ການໄຟຟ້າຝ່າຍຜະລິດ ແຫ່ງປະເທດໄທ (EGAT) 520 MW ແລະ ຂາຍໃຫ້ລັດວິສະຫະກິດ ໄຟຟ້າລາວ 130 MW.

ຂ່າວ-ພາບ: ທະນູທອງ
ShareTweetShare
Next Post
ເກີດເຫດ ລົດ10ລໍ້ ຢຽ ບ ລົ ດຈັກ ວັນທີ2/4/2021

ເກີດເຫດ ລົດ10ລໍ້ ຢຽ ບ ລົ ດຈັກ ວັນທີ2/4/2021

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0
  • ແຊັດລັບແຊັດຫຼຸດ ຄູບາ Ft. ແມ່ອອກ ຄົນທີ່ເອີ້ນຕົນເອງວ່າ ຢູ່ໃນສິນກິນໃນທຳ

    0 shares
    Share 0 Tweet 0
  • ສຸດທ້າຍກະໄປບໍ່ລອດ ເຈົ້າໜ້າທີ່ຈັບແກ້ງປອມແປງເອກະສານ

    0 shares
    Share 0 Tweet 0
  • ສານຂອງທ່ານນາຍຍົກໃນມື້ເປີດໂຊກຮຽນໃໝ່

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ແຈ້ງການສາເຫດ ຢຸດການປະຕິບັດຖ້ຽວບິນ ວຽງຈັນ-ອຸດົມໄຊ-ວຽງຈັນ
  • ຈັບເປົ້າໝາຍ ສົ່ງຢາເຂົ້າເມືອງປາກງື່ມ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...