ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອັງຄານ 16, ເດືອນສິງຫາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ລາວ-ຈີນ ເປີດໂຄງການ 4×100 ຫຼຸດຜ່ອນຄວາມທຸກຍາກຢູ່ຊົນນະບົດຂອງລາວ ຊຸດທີ 1

Staff by Staff
ເດືອນມີນາ 31, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ລາວ – ຈີນ ໄດ້ຈັດພິທີເປີດໂຄງການກໍ່ສ້າງ ພື້ນຖານໂຄງລ່າງຫຼຸດຜ່ອນຄວາມທຸກຍາກຢູ່ຊົນ ນະບົດຂອງລາວ (ໂຄງການ 4×100) ຊຸດທີ 1 ໂດຍຈະທົດລອງຈັດຕັ້ງປະຕິບັດຢູ່ແຂວງຫຼວງພະບາງ ແລະ ແຂວງວຽງຈັນ ດ້ວຍການສະໜອງນໍ້າສະອາດ ໃຫ້ 17 ບ້ານ, ກໍ່ສ້າງສຸກສາລາ 7 ແຫ່ງ, ດຶງໄຟຟ້າເຂົ້າບ້ານ – ຄົວເຮືອນ ໃນ 16 ບ້ານ ແລະ ໂຄງການໂທລະພາບດີຈີຕອນຜ່ານດາວທຽມ ໃຫ້ 30 ບ້ານ ຊຶ່ງໄລຍະເວລາການກໍ່ສ້າງແມ່ນ 18 ເດືອນ.

ເພື່ອເປັນການຊຸກຍູ້ການຜັນຂະຫຍາຍການຕົກລົງເປັນເອກະພາບກັນ ລະຫວ່າງ ການນໍາສູງສຸດ ຂອງສອງປະເທດ ລາວ-ຈີນ ໂດຍຜ່ານການກະກຽມດ້ານຕ່າງໆມາເປັນໄລຍະເວລາສອງປີກວ່າ, ຄະນະ ກຳມະການຮ່ວມມືລາວ-ຈີນ ພ້ອມດ້ວຍ ຄະນະຄຸ້ມຄອງໂຄງການຝ່າຍຈີນ ໄດ້ຮ່ວມກັນຈັດພິທິເປີດການ ກໍ່ສ້າງໂຄງການກໍ່ສ້າງພື້ນຖານໂຄງລ່າງຫຼຸດຜ່ອນຄວາມທຸກຍາກ ຢູ່ຊົນນະບົດລາວ ຊຸດທີ 1 ຂຶ້ນ ໃນວັນ ທີ 30 ມີນານີ້ ທີ່ນະຄອນຫຼວງວຽງຈັນ

ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ປະທານຄະນະກໍາມະການຮ່ວມມືລາວ-ຈີນ, ທ່ານ ຈ່ຽງ ຈ່າຍຕົ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍທຸກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂຄງການກໍ່ສ້າງພື້ນຖານໂຄງລ່າງຫຼຸດຜ່ອນຄວາມທຸກຍາກ ຢູ່ຊົນນະບົດຂອງລາວນີ້ ປະກອບມີ 4 ໜ້າວຽກໃນ 8 ໂຄງການໃຫຍ່ ທີ່ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປ ຈີນ ໄດ້ປະກາດໃຫ້ການຊ່ວຍເຫຼືອ ແກ່ ສປປ ລາວ ໃນໂອກາດມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ໃນທ້າຍປີ 2017.

ເນື່ອງຈາກ 4 ວຽກ ຕິດພັນກັນຢ່າງສະໜິດແໜ້ນ ຈຶ່ງໄດ້ເອົາ 4 ໜ້າວຽກ ໂຮມເຂົ້າເປັນໂຄງການດຽວ ເອີ້ນຫຍໍ້ວ່າ: “ໂຄງການ 4×100” ຊຶ່ງທັງ 4 ໜ້າວຽກນີ້ ປະກອບມີ: 1. ການກໍ່ສ້າງລະບົບສະໜອງນໍ້າສະອາດ 100 ບ້ານ; 2. ກໍ່ສ້າງສຸກສາລາ 100 ແຫ່ງ; 3. ດຶງໄຟຟ້າ ເຂົ້າບ້ານ ແລະ ຄົວເຮືອນ 100 ບ້ານ; 4. ຕິດຕັ້ງລະບົບໂທລະພາບດີຈີຕອນຜ່ານດາວທຽມ ໃຫ້ແກ່ປະ ຊາຊົນ ໃນ 100 ບ້ານ.

ໂຄງການ 4×100, ເປັນໂຄງການທໍາອິດທີ່ຈັດຕັ້ງປະຕິບັດ ໂດຍນໍາໃຊ້ຮູບແບບ “ປະເທດໄດ້ຮັບ ການຊ່ວຍເຫຼືອ ເປັນຜູ້ຈັດຕັ້ງປະຕິບັດເອງ” ເນື່ອງຈາກການທີ່ຈະຈັດຕັ້ງປະຕິບັດຕົວຈິງພ້ອມກັນ 400 ໂຄງການບາດດຽວ ແມ່ນເປັນໄປໄດ້ຍາກ. ດັ່ງນັ້ນ, ສອງຝ່າຍ ຈຶ່ງໄດ້ຢຶດຖືບາງຫຼັກການ ຄື: ແບ່ງເປັນໄລຍະ, ແບ່ງເປັນຊຸດ, ເຮັດຢ່າງມີຈຸດສຸມ, ແຕ່ງ່າຍຫາຍາກ, ທັງເຮັດທັງຖອດຖອນບົດຮຽນໄປ ນໍາ ໂດຍມີເປົ້າໝາຍປະຕິບັດໃຫ້ໄດ້ຄົບທຸກໆແຂວງຂອງປະເທດລາວ.

ສະເພາະໃນຊຸດທີ 1 ນີ້ ຈະໄດ້ທົດລອງຈັດຕັ້ງປະຕິບັດ ຢູ່ 2 ແຂວງກ່ອນ ຄື: ແຂວງ ຫຼວງພະບາງ ແລະ ແຂວງວຽງຈັນ; ໃນນີ້ ມີໂຄງການສະໜອງນໍ້າສະອາດ ຈໍານວນ 17 ບ້ານ, ໂຄງການກໍ່ສ້າງສຸກສາລາ (ໂຮງໝໍນ້ອຍ) ຈໍານວນ 7 ແຫ່ງ, ໂຄງການດຶງໄຟຟ້າເຂົ້າບ້ານ ແລະ ຄົວເຮືອນ ຈໍານວນ 16 ບ້ານ ແລະ ໂຄງການໂທລະພາບດີຈີຕອນຜ່ານດາວທຽມ ຈໍານວນ 30 ບ້ານ, ມີໄລຍະເວລາການກໍ່ສ້າງ ລວມທັງໝົດ 18 ເດືອນ

ໂດຍແມ່ນ ກຸ່ມບໍລິສັດ ລົງທຶນ-ກໍ່ສ້າງ ຮຸ້ນສ່ວນ ຈໍາກັດ ແຂວງຢູນນານ ສປ ຈີນ ຮັບເໝົາກໍ່ສ້າງ. ພາຍຫຼັງເລີ່ມຈັດຕັ້ງປະຕິບັດ ຊຸດທີ 1 ແລ້ວ ກໍສາມາດສືບຕໍ່ກຳນົດໂຄງການທີ່ຈະປະຕິບັດໃນ ຊຸດທີ 2 ແລະ ຊຸດຕໍ່ໆໄປຕາມຄວາມເໝາະສົມ.

ທ່ານ ນາງ ເຂັມມະນີ ພົນເສນາ ແລະ ທ່ານ ຈ່ຽງ ຈ່າຍຕົ່ງ ກໍໄດ້ຜັດປ່ຽນກັນຂຶ້ນມີຄຳເຫັນ ແລະ ໂອ້ລົມບາງດ້ານ ເພື່ອເຮັດໃຫ້ການກໍ່ສ້າງຕົວຈິງສາມາດປະຕິບັດໄດ້ຢ່າງມີປະສິດທິຜົນສູງ ໂດຍເນັ້ນໃຫ້ ບໍລິສັດຮັບເໝົາກໍ່ສ້າງ ເອົາໃຈໃສ່ຈັດຕັ້ງປະຕິບັດໃຫ້ສຳເລັດໜ້າທີ່ອັນສຳຄັນທີ່ໄດ້ຮັບຄວາມໄວ້ວາງໃຈ ແລະ ຖືກມອບໝາຍນີ້ຢ່າງຈົບງາມ, ທັງຮັບປະກັນຄຸນນະພາບ ແລະ ເຮັດໃຫ້ປະຊາຊົນສາມາດນໍາໃຊ້ ໄດ້ຢ່າງມີປະສິດທິຜົນສູງສຸດ.

(ຂ່າວ: ສຸກສະຫວັນ, ພາບ: ສຳນານ)

ShareTweetShare
Next Post
ແຊຣ໌ເຕື່ອນ.! ຜູ້ມັກສັ່ງສີນຄ້າອອນໄລ ຄວນອ່ານເດີ

ແຊຣ໌ເຕື່ອນ.! ຜູ້ມັກສັ່ງສີນຄ້າອອນໄລ ຄວນອ່ານເດີ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ຮູ້ໄວ້! ຜົນເສຍຂອງໃບກະທ່ອມ

    ຮູ້ໄວ້! ຜົນເສຍຂອງໃບກະທ່ອມ

    0 shares
    Share 0 Tweet 0
  • ຂ່າວດີ! ແຊຣ໌ດ່ວນ ລາຄານໍ້າມັນມີການປັບລົງອີກຮອບ

    0 shares
    Share 0 Tweet 0
  • ດ່ວນໆພີ່ນ້ອງ ພາບຫຼ້າສຸດ! ຂົວນໍ້າພະນາຍບ້ານເກີນ ເມືອງທຸລະຄົມ ແຂວງວຽງຈັນ ເຈີ້ຍລົງແລ້ວ.

    0 shares
    Share 0 Tweet 0
  • ຈື່ໄດ້ບໍ່ ນັກຮ້ອງເພງດັງ “ປາຄໍ່ໃຫຍ່”ປະສົບອຸບັດຕິເຫດ ເລືອດຄ້າງໃນສະໝອງ ເຖິງຂັ້ນຜ່າຕັດສະໝອງ

    0 shares
    Share 0 Tweet 0
  • ເສຍຫາຍໜັກ ເຫດຈອດລົດໄວ້ກ້ອງກົກໄມ້ໃຫຍ່ ລົ້ມທັບ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ຊົມເຊີຍເຈົ້າໜ້າທີ່ ສູນປະສານງານ 4 ຝ່າຍ ສະກັດຈັບເປົ້າໝາຍ ຢ າ ເ ສ ບຕິ ດ ຈັບໄດ້ທັງຄົນ ແລະ ຂອງກາງຈຳນວນຫຼາຍ
  • ເສຍສະຫຼະເວລາອ່ານ! ຄະຕິແລະຂໍ້ຄິດມາຝາກໃຫ້ຄົ້ນຄິດ
  • ຮີບເບິ່ງແລ້ວປ່ຽນດ່ວນ! ຄວາມແຕກຕ່າງລະຫ່ວາງດື່ມນໍ້າເຢັນ ແລະ ນໍ້າອຸ່ນ ອ່ານເພື່ອຄວາມຮູ້
  • ດ່ວນໆ… ປະກາດຕາມຫາພີ່ນ້ອງເກີດອຸປະຕິເຫດ ອາການສາຫັດ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...