ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພະຫັດ 18, ເດືອນສິງຫາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ນະຄອນຫຼວງວຽງຈັນ ແກ້ບັນຫານໍ້າຖ້ວມທີ່ຈຸດສີ່ແຍກໄຟແດງທາດຫຼວງ

ກຂຄ ລາວ by ກຂຄ ລາວ
ເດືອນສິງຫາ 17, 2020
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ເວັບໄຊ ລາວທຽນທາມ ລາຍງານວ່າ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ອະນຸມັດການປະເມີນທໍ່ລະບາຍນໍ້າໃນເມືອງຫຼວງຂອງປະເທດເພື່ອປ້ອງກັນນໍ້າຖ້ວມທີ່ສີ່ແຍກທາດຫຼວງ.

ອີງຕາມການລາຍງານຈາກ ໜັງສືພິມວຽງຈັນທາມ ໃຫ້ຮູ້ວ່າ ບໍລິສັດ ຮັງກາລີ Laoprojekt Zrt, ໄດ້ຮັບອະນຸຍາດໃຫ້ດຳເນີນການສຳຫຼວດ, ເຊິ່ງໄດ້ເປີດເຜີຍວ່າໄພນໍ້າຖ້ວມທີ່ຈຸດສີ່ແຍກທາດຫຼວງນັ້ນແມ່ນເກີດມາຈາກການຂາດການບຳລຸງຮັກສາທີ່ຖືກຕ້ອງ ແລະ ການອຸດຕັນຂອງຂີ້ເຫຍື້ອ.

ລາຍງານຈາກບໍລິສັດ ສະແດງໃຫ້ເຫັນວ່າ ທໍ່ນໍ້າທີ່ມີຂະໜາດ P100, P80 ແລະ P60 ແມ່ນບໍ່ສາມາດຮັບນໍ້າໄດ້ພຽງພໍ ເຊິ່ງມັນເຮັດໃຫ້ເກີດບັນຫານໍ້າບໍ່ສາມາດລະບາຍ ຫຼື ໄຫຼໄດ້ຢ່າງຖືກຕ້ອງໃນເວລາທີ່ຝົນຕົກໜັກ.
ອີງຕາມບົດລາຍງານ, ບໍລິສັດ ລັດວິສາຫະກິດ ວິສະວະກຳ ນໍ້າ ແລະ ສິ່ງແວດລ້ອມ ກຳລັງຮ່າງແຜນການທຳຄວາມສະອາດ ແລະ ກໍ່ສ້າງລະບົບທໍ່ລະບາຍນໍ້າ, ທໍ່ໃໝ່ ຄວາມຍາວ 780 ແມັດຈະຖືກຕິດຕັ້ງເພື່ອແກ້ໄຂບັນຫານໍ້າຖ້ວມທີ່ເກີດຂຶ້ນເລື້ອຍໆ, ເຊິ່ງວຽກງານດັ່ງກ່າວ ໄດ້ຮັບການສະໜັບສະໜູນງົບປະມານຈາກໂຄງການບໍາບັດນໍ້າ ຂອງຮັງກາລີ ໃນປີ 2018.

ການທຳຄວາມສະອາດທໍ່ ແລະ ການຕິດຕັ້ງລະບົບທໍ່ໃໝ່ຄາດວ່າຈະສາມາດແກ້ໄຂບັນຫາໄດ້, ພ້ອມທັງຫວັງວ່າຈະສາມາດໃຫ້ຄວາມຮູ້ແກ່ປະຊາຊົນກ່ຽວກັບບັນຫາຂີ້ເຫຍືອທີ່ອຸດຕັນທໍ່ລະບາຍນໍ້າ.

ຮຽບຮຽງຂ່າວ: ພຸດສະດີ Laopost.com

Share102TweetShare
Next Post
ເປີດເຜີຍ ສາເຫດຜົວໃຊ້ພ້າຕັດຄໍເມຍ ຍ້ອນຢາເສບຕິດ

ເປີດເຜີຍ ສາເຫດຜົວໃຊ້ພ້າຕັດຄໍເມຍ ຍ້ອນຢາເສບຕິດ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ຮີບເບິ່ງແລ້ວປ່ຽນດ່ວນ! ຄວາມແຕກຕ່າງລະຫ່ວາງດື່ມນໍ້າເຢັນ ແລະ ນໍ້າອຸ່ນ ອ່ານເພື່ອຄວາມຮູ້

    ຮີບເບິ່ງແລ້ວປ່ຽນດ່ວນ! ຄວາມແຕກຕ່າງລະຫ່ວາງດື່ມນໍ້າເຢັນ ແລະ ນໍ້າອຸ່ນ ອ່ານເພື່ອຄວາມຮູ້

    0 shares
    Share 0 Tweet 0
  • ດ່ວນໆ… ປະກາດຕາມຫາພີ່ນ້ອງເກີດອຸປະຕິເຫດ ອາການສາຫັດ

    0 shares
    Share 0 Tweet 0
  • ເສຍສະຫຼະເວລາອ່ານ! ຄະຕິແລະຂໍ້ຄິດມາຝາກໃຫ້ຄົ້ນຄິດ

    0 shares
    Share 0 Tweet 0
  • ຮູ້ໄວ້! ຜົນເສຍຂອງໃບກະທ່ອມ

    0 shares
    Share 0 Tweet 0
  • ຂ່າວດີ! ແຊຣ໌ດ່ວນ ລາຄານໍ້າມັນມີການປັບລົງອີກຮອບ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ຈຳຄຸກ ຍິງໄວ 36 ປີ ຖານຄອບຄອງອາວຸດ.
  • ສາທາ ມີຄວາມພ້ອມເພື່ອຊ່ວຍເຫຼືອສຸກເສີນດ້ານສຸຂະພາບ ພາຍຫຼັງນໍ້າຖ້ວມ
  • ຂ່າວເສົ້າສະຫຼົດ ເຫດລັ່ນໄກປືນ ປິດຊີບເມຍຄາຖຽງໄຮ່
  • ສາວງາມ ປະກາດຮັບສະໝັກຄົນມາເຝົ້າເຮືອນ ໃຫ້ເງິນເດືອນ 800ໂດລາ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...