ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 19, ເດືອນສິງຫາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຜັກເນົ່າ ບຳລຸງເລືອດ ບຳລຸງຫົວໃຈ ແກ້ອາການໃຈສັ່ນ ຊ່ວຍຮັກສາຕັບຈາກໄວຣັດຕັບອັກເສບໄດ້

Staff by Staff
ເດືອນມີນາ 28, 2021
in ສາລະໜ້າຮູ້
0
Home ສາລະໜ້າຮູ້

ບັນຍາຍລັກສະນະພືດສາດຜັກເນົ່າເປັນໄມ້ຟຸ່ມ. ລຳຕົ້ນສູງ 1-2 ມ, ເປືອກໄມ້ມີຜິວບໍ່ລຽບ, ມີຂົນສັ້ນກະຈາຍຢູ່ທົ່ວລຳຕົ້ນ, ເປືອກອ່ອນສີຂຽວ, ເປືອກ ແກ່ເປັນສີນ້ຳຕານ. ໃບປະສົມແບບຂົນນົກປາຍຄີກ, ຈັບແບບຮຽງສະຫຼັບ. ໃບຍ່ອຍມີ 9-17 ໃບ, ຈັບຮຽງກົງກັນຂ້າມ, ຮູບຫອກ, ຮູບໄຂ່ ຫຼື ຮູບຮີ, ກ້ວາງ 2-3 ຊມ, ຍາວ 4-5 ຊມ, ໂຄນໃບມົນ, ຂອບລຽບ, ປາຍແຫຼມ. ແຜ່ນໃບບາງຄ້າຍຄືເຈັຍ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ມີຂົນປົກຄຸມທົ່ວຜິວໃບ.

ຊໍ່ດອກແບບກະຈະ ມີດອກຍ່ອຍ ຈຳນວນຫຼາຍ. ດອກຍ່ອຍມີຂະໜາດນ້ອຍ. ກາບດອກເຊື່ອມຕິດກັນເປັນຫຼອດ, ຮູບລະຄັງ, ປາຍແຍກອອກເປັນຫຼາຍ ແສກ, ສີເຫຼືອງອົມນ້ຳຕານ. ກີບດອກມີ 3 ກີບ, 2 ກີບຂ້າງມີຂະໜາດໜ້ອຍກວ່າກີບກາງ, ຮູບແຖບ ຫຼື ຮູບຫອກ, ກີບກາງມີຂະໜາດໃຫຍ່ກວ່າໝູ່, ຮູບໄຂ່. ເກສອນເພດຜູ້ຍາວບໍສະໝໍ່າສະເໝີ.

ເຕົ້າໄຂ່ຈັບຢູ່ຖານຮອງດອກ, ຮູບແຖບ, ຮວງຮັບນູນຂຶ້ນເລັກນ້ອຍ. ໝາກເປັນຝັກ, ຮູບແຖບ, ໜຶ່ງຝັກມີແກ່ນຈຳນວນ 3-7 ເມັດ, ແກ່ນຈັບກາງ, ໝາກອ່ອນສີຂຽວອົມຂາວ, ໝາແກ່ສີນ້ຳຕານອ່ອນ. ແກ່ນຮູບໄຂ່ ຫຼຶ ຮູບກົມ, ສີນ້ຳຕານອ່ອນ ຫຼຶ ສີນ້ຳຕານເຂັ້ມ.

ບັນຍາຍການນຳໃຊ້ຮາກ: ໃຊ້ເປັນຢາບຳລຸງຮ່າງກາຍ, ບຳລຸງເລືອດ, ບຳລຸງຫົວໃຈ, ແກ້ອາການໃຈສັ່ນ, ຊ່ວຍເຮັດໃຫ້ຊີບພະຈອນແຮງຂຶ້ນ ແລະ ກັບເຂົ້າສູພາວະປົກກະຕິ, ຊ່ວຍເສີມສ້າງພູມຄຸ້ມກັນໃນຮ່າງກາຍ, ຊ່ວຍຕໍ່ຕ້ານອານຸມູນອິດສະຫຼະ, ເຮັດໃຫ້ຊຸ່ມປອດ,​ ຊ່ວຍໃຫ້ຊຸ່ມຄໍ, ແກ້ອາການນ້ຳລາຍໜຽວ, ຊ່ວຍແກ້ພິດ,

ແກ້ອາການອ່ອນເພຍ, ອາການເບື່ອເມົາ, ແພ້ອາຫານ, ອ່ອນເພຍ, ໄຂ້, ໄອ ຫຼື ປວດທ້ອງ, ຊ່ວຍຮັກສາປະສາດ ແລະ ຊ່ວຍຮັກສາຕັບຈາກໄວຣັດຕັບອັກເສບໄດ້. ເປືອກຮາກໃຊ້ເປັນຢາລະບາຍທ້ອງໃຫ້ແກ່ເດັກນ້ອຍ ແລະ ຮັກສາພະຍາດຜິວໜັງ.

ຕົ້ນ: ຊ່ວຍຂັບລົມ. ເປືອກລຳຕົ້ນໃຊ້ເປັນຢາບຳລຸງກຳລັງ. ໃບ: ຊ່ວຍແກ້ພິດ, ຊ່ວຍຮັກສາລະບົບທາງເດີນຫາຍໃຈ. ດອກ: ຊ່ວຍແກ້ພິດຝີ, ໃຊ້ແກ້ອາການຄັນ. ໝາກ: ຊ່ວຍໃຫ້ຊຸ່ມຄໍ, ແກ້ອາການຄໍແຫ້ງ ແລະ ຊ່ວຍບຳລຸງກຳລັງໄດ້ດີ.

ShareTweetShare
Next Post
ອີກ 1 ເດືອນ ລາວເຮົາຈະສົ່ງອອກງົວ 3.000 ໂຕໃຫ້ຈີນ

ອີກ 1 ເດືອນ ລາວເຮົາຈະສົ່ງອອກງົວ 3.000 ໂຕໃຫ້ຈີນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ຮີບເບິ່ງແລ້ວປ່ຽນດ່ວນ! ຄວາມແຕກຕ່າງລະຫ່ວາງດື່ມນໍ້າເຢັນ ແລະ ນໍ້າອຸ່ນ ອ່ານເພື່ອຄວາມຮູ້

    ຮີບເບິ່ງແລ້ວປ່ຽນດ່ວນ! ຄວາມແຕກຕ່າງລະຫ່ວາງດື່ມນໍ້າເຢັນ ແລະ ນໍ້າອຸ່ນ ອ່ານເພື່ອຄວາມຮູ້

    0 shares
    Share 0 Tweet 0
  • ດ່ວນໆ… ປະກາດຕາມຫາພີ່ນ້ອງເກີດອຸປະຕິເຫດ ອາການສາຫັດ

    0 shares
    Share 0 Tweet 0
  • ເສຍສະຫຼະເວລາອ່ານ! ຄະຕິແລະຂໍ້ຄິດມາຝາກໃຫ້ຄົ້ນຄິດ

    0 shares
    Share 0 Tweet 0
  • ເກີດເຫດຄົນຮ້າຍ ລອບວາງລະເບີດ 11 ຈຸດ ເສຍຫາຍຫນັກ

    0 shares
    Share 0 Tweet 0
  • ຂ່າວເສົ້າ RIP ເສຍຊີວິດແລ້ວ ສາວງາມທີ່ເກີດອຸປະຕິເຫດ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແຊຣ໌ໄວ້ເລີຍ ວິທີແກ້ ດວງຕົກ ແກ້ຊວຍ ຄ້າຂາຍບໍ່ຂື້ນ ຫາເງີນບໍ່ໄດ້ ພົບແຕ່ຄົນຕົ້ມຄົນຕົວະ
  • ມຽນມາ ກຽມນຳເຂົ້ານ້ຳມັນເຊື້ອໄຟ ຈາກຣັດເຊຍ
  • ສົດໆຮ້ອນໆ ນ້ຳຖ້ວມ ກະທັນຫັນ ບ້ານນ້ຳແອ່ງ ເມືອງວຽງພູຄາແຂວງຫຼວງນ້ຳທາ
  • ກວດພົບຍິງສາວ ຢູ່ຮ້ານຍິບຍັບ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...