AFP ລາຍງານວ່າເມື່ອວັນທີ່ 26 ເດືອນ ມີນາ ປີ 2021 ເກີດອຸບັດຕິເຫດລົດໄຟສອງຂະບວນຕຳກັນໃນເຂດ ຕານຕາ ແຂວງ ຊູຮັກ ທາງຕອນໃຕ້ຂອງປະເທດ ອີຢິບ ອຸບັດຕິເຫດຄັ້ງນີ້ເຮັດໃຫ້ມີຜູ້ເສຍຊີວິດ 32 ຄົນ ແລະ ບາດເຈັບ 91 ຄົນ.

ນັບເປັນອຸບັດຕິເຫດຄັ້ງຫຼ້າສຸດທີ່ມັກເກີດຂື້ນຫຼາຍຄັ້ງໃນປະເທດ ອີຢິບການລົດໄຟ ອີຢິບ ລະບຸສາເຫດໃນເບື້ອງຕົ້ນວ່າ ມີຜູ້ໂດຍສານບາງຄົນທີ່ຢູ່ໃນລົດໄຟຂະບວນໜ້າດຶງເບຮກສຸກເສີນຫຼາຍໂບກີ້
ເຮັດໃຫ້ລົດໄຟທີ່ນຳຂະບວນຫຼັງມາຕຳທ້າຍຂະບວນແບບເຕັ້ມໆ ເຊີ່ງປະທານາທິບໍດີ ອັບເດລ ຟັດຕາ ອັລ-ຊີຊີ ຜູ້ນຳ ອີຢິບ ປະກາດຈະລົງໂທດຂັ້ນເດັດຂາດໂດຍບໍ່ມີການຍົກເວັ້ນຫຼືລ່າຊ້າກັບຜູ້ທີ່ມີສ່ວນກ່ຽວຂ້ອງຈາກຄວາມຄວາມປະມາດໃນຄັ້ງນີ້
Discussion about this post