ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອັງຄານ 5, ເດືອນກໍລະກົດ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ປະທານປະເທດຄົນໃໝ່ ແຕ່ງຕັ້ງ ທ່ານ ນາງ ເຂັມມະນີ ພົນເສນາ ເປັນຫົວໜ້າຫ້ອງວ່າການ

Staff by Staff
ເດືອນມີນາ 27, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ພິທີມອບ-ຮັບ ໜ້າທີ່ຫົວໜ້າຫ້ອງວ່າການປະທານປະເທດ ລະຫວ່າງ ທ່ານ ຄຳເມິງ ພົງທະດີ ເລຂາຄະນະພັກ ຫົວໜ້າຫ້ອງວ່າການປະທານປະເທດ ຜູ້ເກົ່າ ກັບ ທ່ານ ນາງ ເຂັມມະນີ ພົນເສນາ ເລຂາຄະນະພັກ ຫົວໜ້າຫ້ອງວ່າການ ປະທານປະທດຜູ້ໃໝ່ ໄດ້ຈັດຂຶ້ນເມື່ອວັນທີ 25 ມີນານີ້ ທີ່ຫ້ອງວ່າການປະທານປະເທດ ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງ ພັກ, ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າເຂົ້າຮ່ວມ.

ທ່ານ ດວງຕາ ຈູມພາວັນ ຫົວໜ້າຫ້ອງການຄະນະຈັດຕັ້ງສູນກາງພັກໄດ້ຂຶ້ນອ່ານລັດຖະດຳລັດຂອງປະທານປະເທດ ສປປ ລາວ ເລກທີ 111/ປປທ, ລົງວັນທີ 24/3/2021 ວ່າດ້ວຍການອອກພັກການ – ຮັບອຸດໜູນບຳນານ, ຄຳສັ່ງຂອງກົມການເມືອງສູນກາງພັກເລກທີ 10/ກມສພ, ລົງວັນທີ 24/3/2021 ວ່າດ້ວຍການຍົກຍ້າຍພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່, ມະຕິຕົກລົງຂອງກົມການເມືອງສູນກາງພັກເລກທີ 16/ກມສພ, ລົງວັນທີ 24/3/2021 ວ່າດ້ວຍການແຕ່ງຕັ້ງເລຂາຄະນະບໍລິຫານງານພັກ, ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ.

ອີງຕາມການຕົກລົງໃນກອງປະຊຸມກົມການເມືອງສູນກາງພັກ ແລະ ຄະນະເລຂາທິການ ສູນກາງພັກຄັ້ງວັນທີ 24-25 ກຸມພາ 2021, ອີງຕາມການເຫັນດີຮັບຮອງໃນກອງປະຊຸມຄົບຄະນະ ບໍລິຫານງານສູນກາງພັກ ຄັ້ງທີ 2 ສະໄໝທີ XI ຄັ້ງວັນທີ 1-3 ມີນາ 2021 ແລະ ອີງຕາມໜັງສື ສະເໜີຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 87/ຄຈສພ ລົງວັນທີ 23 ມີນາ 2021.

ທ່ານ ນາງ ສີໃສ ລືເດດມູນສອນ ໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນໃຫ້ບັນດາສະຫາຍຄະນະພັກ, ການນໍາທຸກຂັ້ນ ເປັນເອກະພາບນໍາສູນກາງພັກ, ລັດຖະບານ ຕໍ່ການສັບປ່ຽນໜ້າທີ່ຄວາມຮັບຜິດຊອບ ຂອງພະນັກງານການນໍາຂັ້ນສູງໃນຄັ້ງນີ້ ຍົກສູງ, ເສີມຂະຫຍາຍມູນເຊື້ອຄວາມສາມັກຄີພາຍໃນພັກ, ຄະນະພັກໃຫ້ມີຄວາມໜັກແໜ້ນ, ມີຄວາມເປັນເອກະພາບສູງ, ສືບຕໍ່ເປັນຫຼັກແຫຼ່ງ, ເປັນຄັນທຸງ ແລະ ເປັນແກນນໍາໃນການເຕົ້າໂຮມ ຄວາມສາມັກຄີໃນຖັນແຖວພະນັກງານ-ສະຊິກພັກ.

ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ສະມາຊິກພັກໃຫ້ມີ ທັດສະນະການເມືອງໜັກແໜ້ນ, ມີຄວາມສາມັກຄີເປັນປຶກແຜ່ນ, ແໜ້ນໜາ, ມີຄວາມຈົງຮັກພັກ ດີຕໍ່ພັກ ແລະ ເຊື່ອໝັ້ນຕໍ່ການນໍາພາຂອງພັກ.

ສືບຕໍ່ເປັນເສນາທິການທີ່ດີໃຫ້ແກ່ທ່ານປະທານປະເທດ, ທ່ານຮອງປະທານປະເທດໃນ ການກະກຽມດ້ານເນື້ອໃນ, ສະຖານທີ່ ແລະ ຄວາມພ້ອມຕ່າງໆຢ່າງຮອບດ້ານໃຫ້ແກ່ການເຄື່ອນໄຫວ ລັດຖະກິດທັງພາຍໃນ ແລະ ຕ່າງປະເທດ ລວມທັງທຸກວຽກງານປິ່ນອ້ອມຢູ່ຫ້ອງວ່າ ການປະທານ ປະເທດໃຫ້ມີຄວາມຮັບປະກັນ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.

ຍູ້ແຮງການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດ ທະນາເສດຖະກິດ-ສັງຄົມ 5 ປີ ແຫ່ງລັດ ຄັ້ງທີ IX ແລະ ມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກ ຫ້ອງວ່າການປະທານປະເທດ ໃຫ້ບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້ ເພື່ອສ້າງການຫັນ ປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ.

ທີ່ມາ: ໜັງສືພິມປະຊາຊົນ

ShareTweetShare
Next Post
ເກີດເຫດ! ລົດໃຫຍ່ເສຍຫລັກປີ້ນໃສ່ເຮືອນປະຊາຊົນ

ເກີດເຫດ! ລົດໃຫຍ່ເສຍຫລັກປີ້ນໃສ່ເຮືອນປະຊາຊົນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    0 shares
    Share 0 Tweet 0
  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ

    0 shares
    Share 0 Tweet 0
  • ອັບເດດຂ່າວເຈ້ທິບ ໄດ້ອອກນອກປະເທດແຕ່ວັນ 29/06/2022 ແລ້ວ ພ້ອມຊຸດເຄື່ອງເພັດ

    0 shares
    Share 0 Tweet 0
  • ຍັງຈື່ເຫດການໂຈນ 13ຄົນ ເຂົ້າປຸ້ນຊັບ ເຮືອນປະຊາຊົນຢູ່ດົງນາໂຊກ ໄດ້ບໍ່ ຫຼ້າສຸດຈັບໄດ້ 10ຄົນ ແລ້ວ ຍັງ 3ຄົນ.

    0 shares
    Share 0 Tweet 0
  • ຄົ້ນເຮືອນເປົ້າຫມາຍ ພົບເງິນ 100 ລ້ານ ແລະ ຄຳ 10 ບາດ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ຢ່າຖືເບົາ! ຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ເພີ່ມຂຶ້ນອີກແລ້ວ 171 ກໍລະນີ ຜູ້ເສຍຊີວິດສະສົມຈຳນວນ 8 ຄົນ
  • ພົບແລ້ວ… ມື້ທີ3 ຂອງການຄົ້ນຫາເດັກ 9ປີສູນຫາຍໃນນໍ້າ
  • ສາຍພະຈົນໄພຕ້ອງລອງ ຄົ້ນພົບຖໍ້າເລີກ 170 ແມັດ ທີ່ພູຜາມ່ານ ແຂວງຄຳມ່ວນ
  • ໃຫ້ເອົາໃຈໃສຕໍ່ສັດລ້ຽງຫຼາຍຂຶ້ນ! ເພາະອາດເກີດອັນຕະລາຍທັງສັດລ້ຽງ ແລະ ຜູ້ໂດຍສານອີກຫຼາຍຮ້ອຍຊີວິດທີ່ຢູ່ໃນຂະບວນລົດໄຟ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...