ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພຸດ 25, ເດືອນພຶດສະພາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ອຸດົມໄຊ ລົງກວດສານເຄມີຕົກຄ້າງໃນພືດຜັກ ແລະ ໝາກໄມ້ສົດ ນໍາເຂົ້າຈາກຕ່າງປະເທດ

Staff by Staff
ເດືອນມີນາ 27, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ທີມງານຂະແໜງປູກຝັງ ພະແນກກະສິກຳ ແລະ ປ່າໄມ້ແຂວງອຸດົມໄຊ ຮ່ວມກັບຫ້ອງການກະ ສິກຳ ແລະ ປ່າໄມ້ເມືອງໄຊ ໄດ້ເຄື່ອນໄຫວລົງເກັບກຳຕົວຢ່າງສານເຄມີຕົກຄ້າງໃນພືດຜັກ ແລະ ໝາກ ໄມ້ສົດ ທີ່ຕະຫຼາດບ້ານຖິ່ນ ເມືອງໄຊ ໃນວັນທີ 24 ມີນາຜ່ານມາ ໂດຍມີທ່ານ ສຸລິວົງ ຍົດບຸນ ຮອງຫົວ ໜ້າກະສິກຳ ແລະ ປ່າໄມ້ເມືອງໄຊ, ມີທ່ານ ຫຸມແພງ ເພັດດາລາ ຮອງຫົວໜ້າຂະແໜງປູກຝັງ ແລະ ພະນັກງານວິຊາການ ຫ້ອງການອຸດສາຫະກຳ ແລະ ການຄ້າ, ຫ້ອງການສາທາເມືອງໄຊ ອົງການທີ່ກ່ຽວ

ຂ້ອງ ຕະຫຼອດຮອດພໍ່ຄ້າຊາວຂາຍເຂົ້າຮ່ວມ. ເພື່ອກວດສອບສານພິດທີ່ຕົກຄ້າງໃນພືດຜັກ ແລະ ໝາກໄມ້ສົດ ເປັນຕົ້ນແມ່ນສານເຄມີ ຢາປາບ ສັດຕູພືດ ເຂົ້າໃນການຜະລິດກະສິກໍາ ເພື່ອຫຼຸດຜ່ອນຄວາມສ່ຽງຕໍ່ສຸຂະພາບຂອງຄົນເຮົາ ໃນການບໍລິ ໂພກພືດຜັກ ແລະ ໝາກໄມ້ ຢູ່ຕາມທ້ອງຕະຫຼາດ ທີ່ນໍາເຂົ້າຈາກຕ່າງປະເທດ ແລະ ຜະລິດພາຍໃນ ປະເທດ ເວົ້າລວມ ເວົ້າສະເພາະຢູ່ພາຍໃນແຂວງອຸດົມໄຊ, ເພື່ອໃຫ້ສັງຄົມຮັບຮູ້ເຖິງຄວາມອັນຕະລາຍ, ຜົນກະທົບຈາກການໄດ້ຮັບສານເຄມີ ເຂົ້າໃນຮ່າງກາຍຂອງຄົນ

ເຮົາໃນການຊື້ພືດຜັກ ແລະ ໝາກໄມ້ ຢູ່ຕາມທ້ອງຕະຫຼາດມາບໍລິໂພກ ທີ່ມີຄວາມສ່ຽງສູງຕໍ່ການເປັນພະຍາດເປັນຕົ້ນແມ່ນ ການເກີດພະຍາດມະ ເຮັງຕ່າງໆ, ຜິວໜັງອັກເສບ, ເປັນອຳມະພາດ ແລະ ອື່ນໆ. ສາມາດເລືອກຊື້ພືດຜັກ ແລະ ໝາກໄມ້ ທີ່ມີຄວາມປອດໄພ ແລະ ມີຄວາມສ່ຽງຕໍ່າມາບໍລິໂພກ ເພື່ອຄວາມປອດໄພຕໍ່ຄົນໂດຍພືດ ແລະ ສິ່ງແວດ ລ້ອມ, ສັດ, ແນໃສ່ເຮັດໃຫ້ການຜະລິດກະສິກໍາ ແລະ ປ່າໄມ້ ໄປຕາມທິດກະສິກໍາສະອາດ, ສີຂຽວ ສາ ມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ເປັນການ

ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງ ຄົມ ຂອງແຂວງ-ເມືອງ, ທ່ານ ຫຸມແພງ ເພັດດາລາ ຮອງຫົວໜ້າຂະແໜງປູກຝັງ ໄດ້ໃຫ້ສຳພາດວ່າ: ການລົງກວດສອບສານເຄມີຕົກຄ້າງໃນຄັ້ງນີ້ ແມ່ນເພື່ອຄວາມປອດໄພຂອງຜູ້ບໍລິໂພກໃນແຂວງອຸດົມໄຊ. ພືດຜັກທີ່ເກັບມາເປັນຕົວຢ່າງຄັ້ງນີ້ລວມມີຜັກກະລຳປີ, ກະລໍາດອກ, ໝາກຂາມ, ຖົ່ວເບີ, ໝາກເຜັດໃຫຍ່, ແລະ ໝາກໄມ້ທີ່ນຳເຂົ້າຈາກຕ່າງປະເທດອີກຈຳນວນໜຶ່ງ.ສຳລັບພືດຜັກ ແລະ ໝາກ ໄມ້ ຊະນິດຕ່າງໆແມ່ນສາມາດບໍລິໂພກໄດ້ ແຕ່ຕ້ອງຜ່ານການປຸງແຕ່ງທີ່ຖືກຕ້ອງ ແລະ ສະອາດສາກ່ອນ ເພື່ອຫຼຸດຜ່ອນສານເຄມີຕົກຄ້າງໃນພືດຜັກຕ່າງໆ.

ShareTweetShare
Next Post
ຂ່າວດ່ວນ!ຍີ່ປຸ່ນ ຕິດເຊື້ອໂຄວິດມື້ດຽວ 2.000 ຄົນ

ຂ່າວດ່ວນ!ຍີ່ປຸ່ນ ຕິດເຊື້ອໂຄວິດມື້ດຽວ 2.000 ຄົນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ຕາຢ້ານແທ້..! ລະວັງໃຜທ່ຽວກາງຄືນ ສາວຖືກຢັນເອົາລົດຈັກເສັ້ນທາງຂົວນ້ຳເຄັມ-ທ່າງ່ອນ (ມີຄລິບ)

    ຕາຢ້ານແທ້..! ລະວັງໃຜທ່ຽວກາງຄືນ ສາວຖືກຢັນເອົາລົດຈັກເສັ້ນທາງຂົວນ້ຳເຄັມ-ທ່າງ່ອນ (ມີຄລິບ)

    0 shares
    Share 0 Tweet 0
  • ທ່ານໃດພົບເຫັນບຸກຄົນນີ້ ຊ່ວຍແຈ້ງດ່ວນ ມີລາງວັນໃຫ້ 50.000.000 ກີບ

    0 shares
    Share 0 Tweet 0
  • ຂ່າວລືທີ່ວ່າ “ລູກສາວພາແຟນມາປຸ້ນເຮືອນເຈົ້າຂອງ” ແມ່ນເປັນຂ່າວປອມ, ທາງຄອບຄົວເພິ່ນໄດ້ອອກມາຊີ້ແຈງແລ້ວ

    0 shares
    Share 0 Tweet 0
  • ພາກສ່ວນກ່ຽວຂ້ອງກວດສອບດ້ວຍ ປ້ຳນ້ຳມັນເຊື້ອໄຟ ຂອບເຂດ ໂພນສະຫວາດ(ແຂວງວຽງຈັນ) ປັບນ້ຳມັນເກີນລາຄາ

    0 shares
    Share 0 Tweet 0
  • ອອກມາແລ້ວ ຖະແຫລງກ່ຽວກັບ ມາດຕະການແກ້ໄຂບັນຫາຕິດພັນກັບອັດຕາແລກປ່ຽນ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ເຈົ້າໜ້າທີ່ເຮັດແທ້ ເມືອງໄຊເສດຖາ ສັ່ງປິດປໍ້ານໍ້າມັນ ຂາຍເກີນລາຄາ.
  • ຂ່າວເສົ້າ…. ເຮືອບິນນັກທ່ອງທ່ຽວຕົກ ເຮັດໃຫ້ເສຍຊີວິດທັງໝົດ ທີ່ປະເທດຝຣັ່ງ
  • ເກີດເຫດຊາຍຫນຸ່ມ ຂັບຂີ່ລົດຈັກດ້ວຍຄວາມໄວ ຕຳເສົາມ້າລາຍ ຢູ່ແຄມທາງເສຍຊີວິດຄາທີ່.
  • ສະຕິເດີ ສະຕິ ຄົນລາວຢ່າ ເຮັດກັນເອງກະຕຸກໃດໃຊ້ແລ້ວໃຊ້ເລີຍຢ່າສົ່ງຄືນສານໍ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...