ຂ້າພະເຈົ້າຢາກຈະແບ່ງປັນຈາກການເລັກນ້ອຍທີ່ຂ້າພະເຈົ້າໄດ້ອ່ານຈາກປື້ມຫົວໜຶ່ງທີ່ມີຊື່ວ່າ: “30ວິທີຄິດ ຟີຊິດຄວາມສຳເລັດ”

#ທີ່ຂຽນປຶ້ມຫົວນີ້ໂດຍອາເລັກພະມີສິດ.
ເປັນປື້ມທີ່ທ່ານຄວນອ່ານ ທີ່ເປັນຂໍ້ຄິດ 30ຂໍ້ຄິດ ຈາກການທີ່ຂ້າພະເຈົ້າໄດ້ອ່ານມາແລ້ວ ຊິຂໍເອົາມາຂຽນເພື່ອທ່ານທັງຫຼາຍໄດ້ອ່ານນຳກັນ.👇👇👇
#ເຮົາມາລອງຖອດລະຫັດ10ນິໄສທີ່ຄ້າຍຄືກັນຂອງບຸກຄົນທີ່ປະສົບຄວາມສຳເລັດ.

1. ເປັນຄົນໃຈເຢັນ:ຄິດຢ່າງຖີ່ຖ້ວນກ່ອນຈະລົງມື້ເຮັດ ພວກເຂົາຮູ້ທັນອາລົມຕົນເອງຢູ່ຕະຫຼອດເວລາ ພວກເຂົາໃຈເຢັນ ແລະສະຫງົບ ເຖິງວ່າສະຖານະການຈະດີ ຫຼືຮ້າຍປານໃດກໍຕາມ ເຂົາຈະໃຊ້ເຫດຜົນເໜືອກວ່າອາລົມໃນການຕັດສິນໃຈບັນຫາຢູ່ສະເໝີ.
2. ຄວາມກະຫາຍທີ່ຢາກຮຽນຮູ້ຢູ່ຕະຫຼອດເວລາ:ພວກເຮົາຈະພະຍາຍາມພັດທະນາຂີດຄວາມສາມາດໃນທຸກທາງ, ເຂົາຈະແຫວງຫາຄວາມຮູ້ຈາກການອ່ານ, ຈາກສິ່ງແວດລ້ອມອ້ອມຂ້າງ ແລະບໍ່ອາຍທີ່ຈະຖາມຄຳຖາມ.
3. ເວົ້າ ແລະສະແດງອອກດ້ວຍຄວາມໝັ້ນໃຈ:ພວກເຂົາມີລັກສະນະຂອງຄວາມເປັນຜູ້ນຳ ຜູ້ນຳທີ່ດີຕ້ອງໝັ້ນໃຈໃນການເວົ້າ ແລະຕັດສິນໃຈ ຜູ້ນຳທີ່ດີບໍ່ມີສິດເຮັດໃຫ້ຜູ້ຕາມຂາດຄວາມໝັ້ນໃຈ.
4. ເວົ້າ ແລະສະແດງອອກໃນທາງບວກ:ໂທນສຽງ ແລະການສະແດງອອກຈະເປັນເນື້ອດ່ຽວ ຈາກການຄົ້ນຄິດທີ່ເກີດຈາກພະລັງງານໃຫ້ແກ່ຄົນອ້ອມຂ້າງ ນັ້ນຄືພະລັງງານແຫ່ງການຄິດບວກ.
5. ສ້າງຄວາມປະທັບໃຈທຳອິດໃຫ້ດີ:ຄົນເຮົາສ່ວນຫຼາຍມັກຈະຕັດສິນໃຈຄູ່ສົນທະນາຈາກການສົນທະນາບໍ່ພໍເທົ່າໃດນາທີ ນີ້ຄືຄວາມເປັນຈິ່ງທີ່ໂຫດຮ້າຍ ທີ່ຄົນເຮົາຕັດສິນຄົນອື່ນໄວ້ປານນັ້ນໂພດ ແຕ່ນີ້ຄືການສວຍໂອກາດຂອງຄົນທີ່ປະສົບຄວາມສຳເລັດ ໃນການສ້າງຄວາມປະທັບໃຈໃຫ້ແກ່ຜູ້ຄົນໄດ້ເປັນຢ່າງດີ.
6. ສ້າງເປົ້າໝາຍໃຫຍ່ແຕ່ພໍໃຈກັບທຸກບາດກ້າວນ້ອຍໆທີ່ສຳເລັດ:ຄົນທີ່ປະສົບຄວາມສຳເລັດມັກຈະແຂ່ງຂັນ ແລະຊື່ນຊົມກັບໄຊຍະພຽງເລັກນ້ອຍ ມັນສ້າງຄວາມໝັ້ນໃຈໃຫ້ກັບຜູ້ເຮັດໄດ້ເຕັມຢ່າງດີ ທຸກຄວາມສຳເລັດນ້ອຍໆ ຄືກັບການໄດ້ໃຊ້ຂີ້ຫີນສ້າງປະສາດນັ້ນ ຍິ່ງເຮັດໃຫ້ຫີນທຸກກ້ອນ ມີຄວາມສຳຄັນ ແລະມີຄວາມໝາຍດ້ວຍໂຕຂອງມັນເອງ.
7. ເຂົ້າໃຈຄວາມສ່ຽງ ແລະບໍລິການຄວາມສ່ຽງໄດ້ເປັນຢ່າງດີ:ທຸກຄວາມຄິດໃໝ່ມີຄວາມສ່ຽງ ແຕ່ບໍ່ລົງມືເຮັດກັບສິ່ງໃໝ່ທີ່ສຽງກວ່າ ຄົນທີ່ປະສົບຄວາມສຳເລັດ ບໍ່ຢ້ານຄວາມລົ້ມເຫຼວ ແຕ່ພວກເຂົາຮຽນຮູ້ ແລະເຂົ້າໃຈ ກັບຄວາມສ່ຽງ ສາມາດບໍລິຫານກັບມັນໄດ້ເປັນຢ່າງດີ ບໍ່ມີຄວາມສຳເລັດໃດ ທີ່ໄດ້ມາຈາກການເຮັດຄືກັນ.
8. ມີຄວາມໜັກແໜ້ນ ແລະອ່ອນໂຍນ:ການເຮັດຕາມເປົ້າໝາຍເປັນສິ່ງທີ່ສຳຄັນ ແຕ່ການຜ່ອນສັ້ນຜ່ອນຍາວເປັນນັ້ນ ກໍເປັນກົນລະຍຸດທີ່ດີ ໃນການສ້າງແຜນເປັນສິ່ງທີ່ສຳຄັນ ແຕ່ວ່າແຜນທີ່ຢືດຢຸ່ນໄດ້ນັ້ນ ເປັນແຜນທີ່ມີຄວາມສຳເລັດ.
9. ຊື່ສັດ, ມີຄຸນນະທຳ ແລະກະຕັນຍູ:ຄວາມຊື່ສັດອາດເຮັດໃຫ້ເຮົາລວຍຊ້າ ແຕ່ມັນເປັນພູມຄຸ້ມກັນໃຫ້ທ່ານລວຍດົນໄດ້ ກະຕັນຍູກະຕະເວທີ ຄືໜຶ່ງໃນກະແຈແຫ່ງຄວາມສຳເລັດໄລ່ຍະຍາວນານ, ຄວາມຊື່ສັດ ແລະການສ້າງຕົນເປັນຄົນດີ ຈະເຮັດໃຫ້ເຮົາຮູ້ຜິດ, ຮູ້ຖືກ, ຮູ້ຊົວ ແລະຮູ້ດີ ແຕ່ມັນເປັນສິ່ງທີ່ຄ່ອຍຕັກເຕືອນສະຕິປັນຍາ ເຖິງຄວາມຜິດແປກຂອງການເຈລະຈາ ແລະກັ່ນຕອງຂອງຄູ່ຄ້າແຕ່ລະຄົນ.
10. ຮູ້ສຶກຍິນດີກັບສິ່ງເລັກນ້ອຍ, ພໍໃຈກັບສິ່ງທີ່ມີຢູ່:ເປົ້າໝາຍ ແລະຄວາມສຳເລັດຂອງແຕ່ລະຄົນອາດແຕກຕ່າງກັນໄປ, ແຕ່ທຸກໄຊນະຈາກເປົ້າໝາຍເລັກນ້ອຍ ສາມາດສ້າງຄວາມສຳເລັດອັນຍິ່ງໃຫຍ່ ບໍ່ມີທາງທີ່ເຮົາຈະພໍໃຈກັບຄວາມສຳເລັດນັ້ນ ຖ້າເຮົາບໍ່ຮູ້ຈັກກັບຄຳວ່າ: “ຍິນດີ ຫຼືພຽງພໍກກັບມັນ”
#ໃນບາງຂໍ້ຄວາມຫຼືບາງຂໍ້ມູນຂ້າພະເຈົ້າຍົກມາຂຽນໃສ່ເອງທີ່ເປັນຫົວຂໍ້ຄິດໃຫ້ແກ່ທ່ານຜູ້ອ່ານທັງຫຼາຍ.
#ຖ້າວ່າທ່ານຜູ້ອ່ານທັງຫຼາຍອ່ານໄປແລ້ວເກີດປະໂຫຍດກໍຊ່ວຍກັນແຊຣ໌ເພື່ອເປັນກຳລັງໃຈ.
=========
ຂຽນໂດຍ: ສ. ເຂດໃຕ້ ດິນແດນສາລະວັນ26-3-2021
Discussion about this post