ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພະຫັດ 23, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຮຽນຮູ້ດ້ວຍຕົນເອງປູກໝາກແຕງແຄນຕາລຸກ ໄດ້ປີ 200 ກວ່າລ້ານກີບ

Staff by Staff
ເດືອນມີນາ 26, 2021
in ສາລະໜ້າຮູ້
0
Home ສາລະໜ້າຮູ້

ໃນຖານະທີ່ເປັນຄອບຄົວຕົວແບບປູກໝາກແຕງຫວານ (ແຄນຕາລຸກ) ທ. ວິໄລພອນ ອິນທະວົງ, ອາຍຸ 19 ປີ ຢູ່ບ້ານໄຮ່ຢ່ອນ ເມືອງທຸລະຄົມ ໄດ້ຮັບອະນຸຍາດໃຫ້ຂຶ້ນປະກອບຄຳເຫັນ ແລະ ນຳສະເໜີບົດຮຽນການປູກໝາກແຕງຫວານນີ້ ຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະນະພັກແຂວງວຽງຈັນ ຄັ້ງທີ VI ໃນວັນທີ 18 ພະຈິກ 2020.

ທ. ວິໄລພອນ ອິນທະວົງ ໃຫ້ຮູ້ວ່າ: ຄອບຄົວຂອງຕົນມີທັງໝົດ 5ຄົນ, ມີອາຊີບເຮັດນາປູກເຂົ້າໃນເນື້ອທີ່ 13 ໄລ່, ຜົນຜະລິດໃນຄອບຄົວພໍແຕ່ກຸ້ມກິນ. ນອກຈາກເຮັດນາແລ້ວ ຜູ້ເປັນພໍ່ຍັງໄດ້ຮັບເໝົາກໍ່ສ້າງ, ຕົນເອງເປັນແຮງງານຕົ້ນຕໍທີ່ໄດ້ຊ່ວຍຄອບຄົວເຮັດນາ.ແຕ່ວ່າສະພາບການດຳ ລົງຊີວິດຂອງຄອບຄົວຍັງພົບຄວາມຫຍຸ້ງຍາກ, ລາຍຮັບຍັງຕໍ່າ, ຈຶ່ງໄດ້ມີຄວາມພະຍາຍາມຊອກຫາວິຊາຊີບ ເພື່ອສ້າງລາຍຮັບເພີ່ມໃນຄອບຄົວ.ໃນປີ 2017 ເວລາທີ່ຍັງເປັນນັກຮຽນຢູ່ຊັ້ນ ມ6 ຕົນ ເອງໄດ້ມີແນວຄິດລິເລີ່ມຢາກຮຽນຮູ້ກ່ຽວກັບການໝາກແຕງຫວານ ເພື່ອໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ ໂດຍໄດ້ຊອກຮູ້ຮ່ຳຮຽນດ້ວຍຕົນເອງໂດຍຜ່ານທາງອິນເຕີເນັດ, ຊອກເອົາບົດຮຽນ ແລະ ປະສົບການພ້ອມທັງລົງມືເຮັດຕົວຈິງ.

ການລົງທືນໃນເບື້ອງຕົ້ນ ແມ່ນນຳໃຊ້ທືນປະມານ 2 ລ້ານກີບເຊີ່ງເປັນທຶນທີ່ໄດ້ມາຈາກການເກັບອອມເງິນດ້ວຍຕົນເອງ (ໃສ່ຫວຍ )ເພື່ອນຳມາເຮັດເຮືອນຮົ່ມໄດ້ 1 ຫຼັງ, ເປັນໂຄງໄມ້ແບບປະຖົມປະຖານລົງມືທົດລອງປູກແຕ່ການທົດລອງປູກໃນຄັ້ງທີ 1 ຫາ ຄັ້ງທີ 4 ແມ່ນບໍ່ປະສົບຜົນສຳ ເລັດ ຈິ່ງໄດ້ຢຸດການປູກໄປໄລຍະໜຶ່ງ ຍ້ອນທຶນຮອນບໍ່ພຽງພໍ.ມາຮອດປີ 2018 ພາຍຫຼັງຮຽນຈົບ ມ 7 ຄອບຄົວມີຄວາມຂາດເຂີນ ພໍ່ແມ່ບໍ່ມີທຶນສົ່ງເສີມໃຫ້ຮຽນຕໍ່, ຕົນເອງ ຈຶ່ງມີແນວຄິດປະກອບອາຊີບທາງກະສິກຳ ແລະ ຫາລາຍໄດ້ເພື່ອຫຼຸດຜ່ອນການໃຊ້ຈ່າຍຂອງພໍ່ແມ່.

ຈິ່ງໄດ້ເລີ່ມຊອກຮຽນຮູ້ດ້ວຍຕົນເອງແບບເອົາຈິງເອົາຈັງ, ບວກໃສ່ການຊອກຮຽນຮູ້ນຳຜູ້ມີສົບປະການໃນການປູກໝາກແຕງຫວານ ໂດຍໄປເບິ່ງຕົວຈິງຢູ່ນະຄອນຫຼວງວຽງຈັນ 1 ຄັ້ງ, ໄປຈັງຫວັດອຸດອນ, ປະເທດໄທ 1 ຄັ້ງ ດ້ວຍທຶນຂອງຕົນ ເອງ ແລ້ວນໍາເອົາບົດຮຽນທີ່ໄດ້ມາເຮັດຕົວຈິງ ເຮັດໃຫ້ການທົດລອງປູກຄ່ອຍໆ ໄດ້ຮັບຜົນດີຂຶ້ນ. ແລະ ປະສົບຜົນສຳ ເລັດເປັນຄັ້ງທຳອິດໃນທ້າຍປີ 2018, ເນື່ອງຈາກຜົນຜະ ລິດໃນຄັ້ງທຳອິດໄດ້ໝາກແຕງປະມານ 700 ກິໂລ ຂາຍໄດ້ເງິນປະມານ 9ລ້ານກີບ (ຂາຍທົ່ວໄປ).

ເນື່ອງຈາກຄອບຄົວຂອງຕົນເຫັນວ່າການປູກໝາກແຕງຫວານສາມາດສ້າງລາຍຮັບເຂົ້າຄອບຄົວໄດ້ດີສົມ ຄວນ ແລະ ເປັນທີ່ຕ້ອງ ການຂອງຕະຫລາດ. ມາຮອດຕົ້ນປີ2019 ຕົນເອງພ້ອມດ້ວຍພໍ່ແມ່ຈິ່ງຕັດສີນໃຈລົງທຶນເຮັດເຮືອນຮົ່ມທີ່ເປັນໂຄງເຫຼັກຖາວອນຕື່ມອີກ 8 ຫຼັງ, ມູນຄ່າທັງໝົດ 50 ລ້ານກີບ, ນຳໃຊ້ເນື້ອທີ່ພຽງແຕ່ 1.5 ໄລ່ (2.400 ຕາແມັດ) ເພື່ອສ້າງໂຮງເຮືອນປູກໝາກແຕງຫວານ.

ທ. ວິໄລພອນ ອິນທະວົງ ຍັງໄດ້ແລກປ່ຽນບົດຮຽນກ່ຽວກັບກ່ຽວກັບຂັ້ນຕອນການປູກໝາກແຕງຫວານ ລວມມີ 4 ຂັ້ນຕອນ ຄື:ຂັ້ນຕອນທີ 1: ແມ່ນການເລືອກແນວພັນໃຫ້ຖືກກັບສະພາບຂອງດິນ, ການກຽມດິນແລ້ວມາກ້າແກ່ນປະໄວ້ປະມານ 9-10 ວັນ ເພື່ອໃຫ້ຕົ້ນກ້າແຂງ ແຮງດີ.

ຂັ້ນຕອນທີ 1: ແມ່ນການເລືອກແນວພັນໃຫ້ຖືກກັບສະພາບຂອງດິນ, ການກຽມດິນແລ້ວມາກ້າແກ່ນປະໄວ້ປະມານ 9-10 ວັນ ເພື່ອໃຫ້ຕົ້ນກ້າແຂງ ແຮງດີ.

ຂັ້ນຕອນທີ 2: ຍ້າຍເບັ້ຍໝາກແຕງລົງປູກແບບອະນຸບານເພື່ອໃຫ້ຮາກຕິດແລ້ວຈິ່ງຍ້າຍລົງປູກໃສ່ຖົງຢາງພະລາສະຕິກ,ປະໄວ້ປະມານ 25-30 ວັນ, ການຈັດແຖວປູກແມ່ນມີໄລຍະຫ່າງ 80-100 ຊັງຕີແມັດ, ໄລຍະຫ່າງລະຫວ່າງຂູມປູກແມ່ນ 30-35 ຊັງຕີແມັດ.

ຂັ້ນຕອນທີ 3: ພາຍຫຼັງຍ້າຍເບ້ຍໝາກແຕງລົງປູກໃສ່ໜານມີອາຍຸ 25-30 ວັນແລ້ວ ຈິ່ງມາປະສົມເກສອນເພື່ອໃຫ້ໄດ້ໝາກ ພາຍຫຼັງປະສົມເກສອນສຳເລັດ ປະໄວ້ປະມານ 40-45 ວັນ ຈິ່ງສາ ມາດເກັບຜົນຜະລິດໄດ້.

ຂັ້ນຕອນທີ4: ກ່ອນເກັບກ່ຽວຜົນຜະລິດແມ່ນໄດ້ຫຼຸດຜ່ອນການຫົດນ້ຳໃຫ້ໜ້ອຍລົງ ເພື່ອເຮັດໃຫ້ຄວາມຫວານຂອງໝາກແຕງໄດ້ຢູ່ໃນເກນທີ່ເໝະສົມ,ນອກນັ້ນ, ຍັງໄດ້ວັດແທກທາດນ້ຳຕານຂອງໝາກແຕງແລະວັດ ແທກການເຕີບໂຕຂອງໜ່ວຍໝາກແຕງຖ້າຢູ່ໃນເກນເໝາະສົມແມ່ນປະມາມ 1-2 ກິໂລ ຈິ່ງໄດ້ລາຄາດີຖ້າເກີນ 3 ກິໂລຂຶ້ນໄປລາຄາແມ່ນບໍ່ໄດ້ດີ, ໝາກແຕງຫວານ ມີອາຍຸຄົບ 75 ວັນ ຈື່ງສາມາດເກັບກ່ຽວຜົນຜະລິດໄດ້.

ສໍາລັບດ້ານການຕະຫຼາດ ແມ່ນສາມາດສົ່ງອອກຂາຍໄດ້ເດືອນລະ 2 ຄັ້ງ, ຊຶ່ງແຕ່ ລະຄັ້ງແມ່ນສົ່ງຂາຍອອກ 800-1.000 ກິໂລ, ຂາຍລາຄາສະເລ່ຍກິໂລລະ17.000 ກີບ, ສາມາດສ້າງລາຍຮັບຄອບຄົວໄດ້ 17.000.000 ກີບຕໍ່ເດືອນ, ສະເລ່ຍໃສ່ຫົວຄົນໃນຄອບຄົວໄດ້ 3.400.000 ຕໍ່ຄົນຕໍ່ເດືອນ, ສະເລ່ຍລາຍຮັບໝົດປີໄດ້ທັງໝົດ 204.000.000ກີບ/ປີ.

ຢ່າງໃດກໍ່ຕາມ ການປູກໝາກແຕງຫວານຂອງຄອບຄົວ ວິໄລພອນ ອິນທະວົງ ຍັງມີຂໍ້ຫຍຸ້ງ ຍາກຈຳນວນໜຶ່ງທີ່ຄວນຕ້ອງເອົາໃຈໃສ່ ຄື: ໝາກແຕງຫວານ ເປັນພືດທີ່ມີພູມຕ້ານທານຕໍ່າ, ອ່ອນແອ ແລະ ສາມາດຕິດເຊື້ອງ່າຍ, ຕ້ອງໄດ້ເອົາໃຈ ໃສ່ບົວລະບັດຮັກສາຢ່າງລະອຽດອ່ອນ ແລະ ພິຖີພິຖັນ, ການປູກໝາກແຕງຫວານ ແມ່ນໄດ້ນຳໃຊ້ທຶນຂ້ອນຂ້າງສູງສົມຄວນ ເພື່ອສ້າງໂຮງເຮືອນປູກ ແລະ ນຳໃຊ້ເຕັກນິກວິຊາການ, ປະສົບການຕົວຈິງເຂົ້າຊ່ວຍຈຶ່ງໄດ້ຮັບຜົນສຳ ເລັດ.

ສ່ວນໃນຕໍ່ໜ້າຄອບຄົວ ວິໄລພອນ ອິນທະວົງຈະສືບຕໍ່ປູກໝາກແຕງຫວານ ເພື່ອເປັນອາຊີບ, ສ້າງລາຍຮັບເຂົ້າ ຄອບຄົວໃຫ້ຫຼາຍຂຶ້ນ ແລະ ພອ້ມທີ່ຈະຖ່າຍທອດຄວາມຮູ້, ປະສົບການໃຫ້ ເພື່ອນຊາວສວນ ຜູ້ທີ່ສົນໃຈ ເພື່ອສືບຕໍ່ຂະຫຍາຍການປູກໝາກແຕງຫວານໃຫ້ໄດ້ຫຼາຍຂຶ້ນ.

Cr: ບຸນຕຽງ ຈັນທະວົງ
ShareTweetShare
Next Post
ສ້າງລາຍໄດ້ເພີ່ມຈາກໃບໄມ້ແຫ້ງ

ສ້າງລາຍໄດ້ເພີ່ມຈາກໃບໄມ້ແຫ້ງ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ກະຊວງກະສິກໍາ ແລະ ປ່າໄມ້ ອອກແຈ້ງການເລກທີ 0117/ກປ ເລື່ອງ ໃຫ້ຢຸດການອອກອະນຸຍາດເຄື່ອນຍ້າຍຖ່ານດໍາ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...