ຕາມຂ່າວສານ ຂປລ. ລັດຖະບານ ໄດ້ກຳນົດເອົາບັນຫາການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ – ການເງິນໃນ 5 ປີຕໍ່ໜ້າ ເປັນວາລະແຫ່ງຊາດ ເພື່ອໃຫ້ທຸກການຈັດຕັ້ງຂອງພັກ, ລັດ, ພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນທົ່ວສັງຄົມ
![](https://kkklao.com/wp-content/uploads/2021/03/Screenshot_2021-03-23-15-37-20-91-1024x768.jpg)
ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ຕາມພາ ລະບົດບາດຂອງຕົນ ແນໃສ່ແກ້ໄຂສະພາບເສດຖະກິດ-ການເງິນ ທີ່ມີຄວາມສ່ຽງສູງ ອາດຈະຕົກເຂົ້າສູ່ວິກິດ ໃຫ້ສາມາດປະຄັບປະຄອງ ແລະ ກ້າວເຂົ້າສູ່ສະພາບປົກກະຕິ.
![](https://kkklao.com/wp-content/uploads/2021/03/Screenshot_2021-03-23-15-37-29-28-1024x576.jpg)
ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ລາຍງານຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ແຜນງົບປະມານແຫ່ງລັດ 5 ປີ (2021-2025) ໃນວັນທີ 22 ມີນາ 2021 ໃຫ້ຮູ້ວ່າ:
ການກຳນົດເອົາບັນຫາການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ໃນ 5 ປີຕໍ່ໜ້າ ເປັນວາລະແຫ່ງຊາດ ເພື່ອໃຫ້ທຸກພາກສ່ວນໃນສັງຄົມ ປະກອບສ່ວນເຂົ້າໃນການ ຈັດຕັ້ງປະຕິບັດວາລະແຫ່ງຊາດ.
![](https://kkklao.com/wp-content/uploads/2021/03/Screenshot_2021-03-23-15-37-40-93-1024x680.jpg)
ຕາມພາລະບົດບາດຂອງຕົນ ດັ່ງນີ້: ປັບໂຄງສ້າງງົບປະມານແຫ່ງລັດ ເພື່ອໃຫ້ມີການສົມດູນທາງດ້ານລາຍຮັບ ແລະ ລາຍຈ່າຍ ແນໃສ່ຮັບປະກັນໃຫ້ມີການສະສົມເພື່ອຊຳລະໜີ້ສິນຕ່າງປະເທດ ດ້ວຍມາດຕະການ ສ້າງຖານລາຍຮັບເພີ່ມ ແລະ ການເກັບລາຍຮັບໃຫ້ຄົບຖ້ວນ ແລະ ເພີ່ມຂຶ້ນຕາມກົດໝາຍ.
ສ່ວນເພດານລາຍຈ່າຍ ຈະສູ້ຊົນໃຫ້ຮັກສາໃນລະດັບປັດຈຸບັນ ເພື່ອເອົາລາຍຮັບທີ່ເພີ່ມຂຶ້ນໄປສະສົມເພີ່ມ; ສູ້ຊົນເກັບລາຍຮັບຈາກພື້ນຖານລາຍຮັບທີ່ມີໃນປັດຈຸບັນ ໃຫ້ຄົບຖ້ວນ, ອັດຊ່ອງວ່າງການຮົ່ວໄຫລ ແລະ ກຳນົດນະໂຍບາຍໃໝ່.
![](https://kkklao.com/wp-content/uploads/2021/03/Screenshot_2021-03-23-15-37-49-35-1024x676.jpg)
ເພື່ອສ້າງຖານລາຍຮັບໃໝ່ຕາມທິດຍືນຍົງ ເພື່ອຮັບ ປະກັນການເພີ່ມຂຶ້ນຂອງລາຍຮັບພາຍໃນ ສະເລ່ຍໃນລະຫວ່າງ 10-13% ຕໍ່ປີ; ປັບໂຄງສ້າງລາຍຈ່າຍງົບປະມານແຫ່ງລັດ ໂດຍກຳນົດເພດານດ້ານລາຍຈ່າຍ ແຕ່ລະປະເພດ ເຊັ່ນ: ລາຍຈ່າຍບໍລິຫານປົກ ກະຕິບໍ່ໃຫ້ເກີນ 84% ຂອງລາຍຮັບພາຍໃນໃນນັ້ນລາຍຈ່າຍເງິນເດືອນ ແລະ ເງິນນະໂຍບາຍ ໃຫ້ມີທ່າອ່ຽງຫລຸດລົງ ຈາກ 52% ໃນປີ 2021 ມາຢູ່ໃນລະດັບ 40% ໃນປີ 2025 (ສະເລ່ຍ 5 ປີ ບໍ່ໃຫ້ເກີນ 45% ຂອງລາຍຮັບພາຍໃນ), ລາຍຈ່າຍບໍລິຫານ, ຊື້ໃໝ່ ແລະ ດັດສົມສົ່ງເສີມ ບໍ່ໃຫ້ເກີນ 14% ຂອງລາຍຮັບພາຍໃນ; ພ້ອມທັງປະຕິບັດນະໂຍບາຍປະຢັດ, ຮັດສາຍແອວ.
![](https://kkklao.com/wp-content/uploads/2021/03/Screenshot_2021-03-23-15-37-57-80-880x1024.jpg)
” ໂດຍຫລຸດຜ່ອນລາຍຈ່າຍທີ່ບໍ່ຈຳ ເປັນລົງຕື່ມ ເປັນຕົ້ນ ຄ່າໄຟຟ້າ, ນ້ຳປະປາ, ບຳລຸງຮັກສາ-ເຄື່ອງໃຊ້ຫ້ອງການ, ລົດບໍລິຫານລັດ, ການຈັດກອງປະຊຸມ, ການເຄື່ອນໄຫວວຽກງານທາງການພາຍໃນ ແລະ ຕ່າງປະເທດ ທີ່ບໍ່ຈຳເປັນ “
ແລະ ຄ່າໃຊ້ຈ່າຍອື່ນ ໄປຄຽງຄູ່ກັບການຫັນຫົວໜ່ວຍງົບປະມານວິຊາການຈຳນວນໜຶ່ງ ໄປກຸ້ມຕົນເອງເພື່ອຫລຸດ ຜ່ອນພາລະແບກຫາບລາຍຈ່າຍບໍລິຫານພາກລັດ.ພ້ອມກັນນີ້, ຕ້ອງປັບໂຄງສ້າງ ແລະ ບໍລິຫານໜີ້ສິນສາທາລະນະ ໃຫ້ສາມາດຄວບຄຸມໄດ້ ເພື່ອຮັບປະກັນຄວາມປອດໄພ
![](https://kkklao.com/wp-content/uploads/2021/03/Screenshot_2021-03-23-15-38-07-00-1024x577.jpg)
ໂດຍມີແຜນການແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະເທດ ຢ່າງເປັນລະບົບ ດ້ວຍການມີສ່ວນຮ່ວມຈາກຫລາຍພາກສ່ວນ, ມີແຜນວຽກລະອຽດ, ມີການແບ່ງຄວາມຮັບຜິດຊອບໃຫ້ຂະ ແໜງການ ແລະ ທ້ອງຖິ່ນ ຢ່າງຈະແຈ້ງ,ມີການຮັບຮອງເເຜນ ແລະ ມີມາດຕະການໃນການຕິດຕາມກວດກາ ແລະ ປະເມີນຜົນຄືນ ບັນດາໂຄງການທີ່ພວມຈັດຕັ້ງປະຕິບັດ.
ພ້ອມນັ້ນ, ການກູ້ຢືມໃໝ່ ຕ້ອງມີບົດວິພາກເສດຖະກິດ ໂດຍແນໃສ່ໂຄງການທີ່ມີປະສິດທິຜົນໃຫ້ມີຜົນຕອບແທນໄວ, ການບໍລິຫານໜີ້ສິນດ້ວຍການກູ້ຢືມໃໝ່ໃນເງື່ອນໄຂ ດອກເບ້ຍທຸລະກິດຕ້ອງນຳໃຊ້ສະເພາະການຊຳລະໜີ້ ທີ່ມີເງື່ອນໄຂດອກເບ້ຍທຸລະກິດເທົ່ານັ້ນ.
Discussion about this post