ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 20, ເດືອນພຶດສະພາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ໂທລະເລກຊົມເຊີຍ ຈາກປະທານປະເທດແຫ່ງ ສາທະລະນະລັດ ສັງຄົມນິຍົມ ຫວຽດນາມ

Staff by Staff
ເດືອນມີນາ 23, 2021
in ຂ່າວຕ່າງປະເທດ
0
Home ຂ່າວຕ່າງປະເທດ

ເຖິງ: ສະຫາຍ ທອງລຸນ ສີສຸລິດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ,ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວທີ່ ນະຄອນຫຼວງວຽງຈັນ.

ຂ້າພະເຈົ້າຮູ້ສຶກດີໃຈເປັນຢ່າງຍິ່ງເມື່ອໄດ້ຊາບຂ່າວວ່າ ໃນກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ສະໄໝ ທີ IX ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ເລືອກຕັ້ງໃຫ້ດໍາລົງຕຳແໜ່ງ ເປັນ ປະທານປະເທດ.

ຕາງໜ້າພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຍິນດີຢ່າງສຸດອົກສຸດໃຈມາຍັງສະຫາຍ.

ການທີ່ສະຫາຍຖືກຮັບເລືອກໃຫ້ດໍາລົງຕຳແໜ່ງເປັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະແດງໃຫ້ເຫັນເຖິງການຕີລາຄາສູງ ແລະ ຄວາມໄວ້ເນື້ອເຊື່ອໃຈອັນເດັດຂາດ ຂອງພັກ, ລັດຖະບານ ແລະ ປະຊາຊົນລາວ ຕໍ່ກັບການປະກອບສ່ວນອັນຍິ່ງໃຫຍ່, ສຳຄັນຂອງສະຫາຍ ເຂົ້າໃນພາລະກິດປະຕິວັດ ແລະ ວຽກງານການພັດທະນາເສດຖະກິດ-ສັງຄົມຂອງລາວ.

ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ ດ້ວຍຄວາມສາມາດ, ຄວາມເຊື່ອໝັ້ນ, ປະສົບການອັນໃຫຍ່ຫຼວງຂອງສະຫາຍ, ສະຫາຍຈະນຳພາປະເທດຊາດ ແລະ ປະຊາຊົນລາວອ້າຍນ້ອງ ປະຕິບັດສຳເລັດຕາມມະຕິກອງປະຊຸມຄັ້ງທີ XI ຂອງ ພັກປະຊາຊົນ ປະຕິວັດ ລາວ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ໃນໄລຍະ 2021–2025.

ຂ້າພະເຈົ້າມີຄວາມຮູ້ສຶກປິຕິຍິນດີ ເປັນຢ່າງຍິ່ງ ທີ່ເຫັນວ່າ, ໃນໄລຍະເວລາທີ່ຜ່ານມາ, ສາຍພົວພັນທີ່ສະໜິດແໜ້ນ, ຊື່ສັດ, ບໍລິສຸດ ທີ່ມີໜຶ່ງດຽວ ລະຫວ່າງສອງປະເທດຂອງພວກເຮົາ ແມ່ນສືບຕໍ່ໄດ້ຮັບການຮັດແໜ້ນຢ່າງບໍ່ຢຸດຢັ້ງ, ເພື່ອຜົນປະໂຫຍດຂອງປະຊາຊົນທັງສອງຊາດ, ປະກອບສ່ວນເຂົ້າໃນການສ້າງສາ ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາອັນສີວິໄລ ຂອງພາກພື້ນ. ຂ້າພະເຈົ້າມີຄວາມມຸ້ງຫວັງສືບຕໍ່ເຮັດວຽກຮ່ວມກັບສະຫາຍຢ່າງໃກ້ຊິດ ຮ່ວມກັບສະຫາຍ ເພື່ອເສີມຂະຫຍາຍ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ – ລາວ ໃຫ້ນັບມື້ນັບແຕກດອກອອກຜົນ, ສວຍສົດງົດງາມຍິ່ງຂຶ້ນ.

ອວຍພອນໄຊໃຫ້ທ່ານ ມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນຍິ່ງໃຫຍ່ກວ່າເກົ່າຂອງຕົນ.ນະຄອນຫຼວງຮ່າໂນ້ຍ, ວັນທີ 22 ມີນາ 202

ຫວຽນ ຝູ ຈ້ອງເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມູນິດຫວຽດນາມ,ປະທານປະເທດແຫ່ງ ສາທະລະນະລັດ ສັງຄົມນິຍົມ ຫວຽດນາມ

ShareTweetShare
Next Post
ຈີນພົບຜູ້ຕິດໂຄວິດ ຄົນທຳອິດໃນຮອບ 1 ເດືອນ ຫຼັງສັກວັກຊີນຄົບ 2 ເຂັມ

ຈີນພົບຜູ້ຕິດໂຄວິດ ຄົນທຳອິດໃນຮອບ 1 ເດືອນ ຫຼັງສັກວັກຊີນຄົບ 2 ເຂັມ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ດ່ວນລ່າສຸດ ບ່າວ​ຈັນດາລາ ນິໃສເກົ່າບໍ່ປ່ຽນລັກເງິນ ຖືກຈັບແລ້ວ

    ດ່ວນລ່າສຸດ ບ່າວ​ຈັນດາລາ ນິໃສເກົ່າບໍ່ປ່ຽນລັກເງິນ ຖືກຈັບແລ້ວ

    0 shares
    Share 0 Tweet 0
  • ອອກມາແລ້ວ ຖະແຫລງກ່ຽວກັບ ມາດຕະການແກ້ໄຂບັນຫາຕິດພັນກັບອັດຕາແລກປ່ຽນ

    0 shares
    Share 0 Tweet 0
  • ຝາກເຕືອນລະວັງເດີ! ຄົນທີ່ໄປຖອນເງິນເຂດນີ້ ມີຄົນຖືມີດມານັ່ງເຝົ້າໜ້າຕູ້ ATM

    0 shares
    Share 0 Tweet 0
  • ທ່ານໃດພົບເຫັນບຸກຄົນນີ້ ຊ່ວຍແຈ້ງດ່ວນ ມີລາງວັນໃຫ້ 50.000.000 ກີບ

    0 shares
    Share 0 Tweet 0
  • ຂ່າວລືທີ່ວ່າ “ລູກສາວພາແຟນມາປຸ້ນເຮືອນເຈົ້າຂອງ” ແມ່ນເປັນຂ່າວປອມ, ທາງຄອບຄົວເພິ່ນໄດ້ອອກມາຊີ້ແຈງແລ້ວ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ຈັງແມ່ນເນາະ! ຈັບສອງເຖົ້າຄ້າຂາຍຢາເສບຕິດ ທີ່ເມືອງສອງຄອນ
  • ລາວເຮັດໄດ້ ຫລຽນຄຳ ທຳອິດຂອງທີມຊາດລາວ ໄດ້ມາແລ້ວ ໄດ້ຈາກປະເພດກິລາ ວໍວີນາມ ປະເພດຄູ່ຍິງ
  • ສ.ອາເມລິກາ ມີຜູ້ເສຍຊີວິດຈາກອຸບັດເຫດເພີ່ມຂຶ້ນກວ່າ10%
  • ປາໂທ໋! ຫຼາຍເນາະ ຊຽງຂວາງມີໂຄງການນອກແຜນ 25 ໂຄງການ ມູນຄ່າ 226.280.000.000 ກີບ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...