ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນເສົາ 2, ເດືອນກໍລະກົດ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ສັບພະຄຸນ 5 ຄຸນປະໂຫຍດດີໆຈາກ “ນໍ້າອ້ອຍ” ຫລຸດຜ່ອນການປວດປະຈຳເດືອນ,ຫລຸດຜ່ອນອາການເມື່ອຍ,ອ່ອນເພຍ

Staff by Staff
ເດືອນມີນາ 21, 2021
in ທົ່ວໄປ
0
Home ທົ່ວໄປ

ສາລະໜ້າຮູ້ສັບພະຄຸນ 5 ຄຸນປະໂຫຍດດີໆຈາກ “ນໍ້າອ້ອຍ” ຫລຸດຜ່ອນການປວດປະຈຳເດືອນ,ຫລຸດຜ່ອນອາການເມື່ອຍ,ອ່ອນເພຍ ປະໂຫຍດແລະສັບພະຄຸນຂອງນ້ຳອ້ອຍມີດັ່ງນີ້:

1. ຫຼຸດຜ່ອນອາການປວດປະຈຳເດືອນສາວໆຫຼາຍຄົນມັກຈະມີອາການເຄັ່ງຕຶງທຸກຄັ້ງທີ່ເປັນປະຈຳເດືອນ ເພາະມັກຈະມີອາການເຈັບທ້ອງຢູ່ຕະຫຼອດເວລາ. ແຕ່ຫຼັງຈາກນີ້ບໍ່ຕ້ອງກັງວົນອີກຕໍ່ໄປ ພຽງຫັນມາຈິບນໍ້າອ້ອຍເປັນປະຈຳ ຈະຊ່ວຍຫຼຸດຜ່ອນອາການປວດຕ່າງໆໃນໄລຍະທີ່ມີປະຈຳເດືອນລົງໄດ້ ເພາະໃນນໍ້າອ້ອຍນັ້ນມີທາດເຫຼັກທີ່ຈະຊ່ວຍບຳລຸງເລືອດ, ເຮັດໃຫ້ເລືອດໄຫຼວຽນສະດວກດີ. ນອກຈາກຈະຊ່ວຍຫຼຸດຜ່ອນອາການປວດປະຈຳເດືອນໄດ້ແລ້ວ ສານອາຫານໃນນໍ້າອ້ອຍຍັງຊ່ວຍໃຫ້ຜິວພັນດີຂຶ້ນອີກດ້ວຍ.

2. ຫຼຸດຜ່ອນອາການເມື່ອຍ ແລະ ອ່ອນເພຍມື້ໃດທີ່ເຮົາຮູ້ສຶກເມື່ອຍ, ອ່ອນເພຍ, ບໍ່ມີແຮງຈະເຮັດຫຍັງ ລອງຈິບນໍ້າອ້ອຍເບິ່ງ ຈະຊ່ວຍໃຫ້ມີຄວາມສົດຊື່ນຂຶ້ນ ເພາະໃນນໍ້າອ້ອຍມີໂຊດຽມ ແລະ ໂພແທສຊຽມ ທີ່ຈະຊ່ວຍປັບສົມດຸນຂອງນໍ້າໃນຮ່າງກາຍ ເຮັດໃຫ້ຫົວໃຈແຂງແຮງ, ບຳລຸງສະໝອງໃຫ້ປອດໂປ່ງ, ເລືອດໄຫຼວຽນສະດວກ ແລະ ຍັງຊ່ວຍຫຼຸດຜ່ອນຄວາມເຄັ່ງຕຶງໄດ້ອີກດ້ວຍ.

3. ຊ່ວຍບໍາລຸງແຂ້ວໃຫ້ແຂງແຮງເຖິງແມ່ນວ່ານໍ້າອ້ອຍຈະມີລົດຊາດຫວານ ແຕ່ກໍບໍ່ຕ້ອງຢ້ານວ່າຈະເປັນແຂ້ວແມງ ເພາະໃນນໍ້າອ້ອຍມີແຄລຊຽມ ແລະ ຟອສຟໍຣັສ ທີ່ດີຕໍ່ສຸຂະພາບແຂ້ວ, ດື່ມແລ້ວຈະຊ່ວຍສ້ອມແປງສ່ວນທີ່ຜຸພັງພາຍໃນຮ່າງກາຍ ບໍ່ວ່າຈະເປັນກະດູກ ແລະ ແຂ້ວ. ນອກນັ້ນຍັງມີປະໂຫຍດວນການຊ່ວຍລົດກິ່ນປາກອີກດ້ວຍ.

4. ຫຼຸດຜ່ອນອາການຂັບຖ່າຍຍາກສຳລັບໃຜທີ່ມີບັນຫາຂັບຖ່າຍບໍ່ສະດວກ ນໍ້າອ້ອຍກໍຊ່ວຍໄດ້ເຊັ່ນກັນ ເພາະໂພແທສຊຽມໃນນໍ້າອ້ອຍຈະເຮັດໜ້າທີ່ຊ່ວຍໃນການກຳຈັດຂອງເສຍອອກຈາກລຳໄສ້, ຊ່ວຍຂັບປັດສາວະ ຫາກດື່ມເປັນປະຈຳກໍຈະຊ່ວຍໃຫ້ລະບົບຂັບຖ່າຍເຮັດວຽກໄດ້ຢ່າງເປັນປົກກະຕິ ແລະ ຊ່ວຍປ້ອງກັນໜິ້ວໄດ້.

5. ຊ່ວຍເສີມສ້າງພູມຕ້ານທານໃນນໍ້າອ້ອຍ ນອກຈາກຈະມີສານອາຫານສຳຄັນຕໍ່ຮ່າງກາຍແລ້ວ ຍັງມີວິຕາມິນບີ

6 ທີ່ເປັນຕົວຊ່ວຍໃນການເສີມສ້າງພູມຕ້ານທານໃຫ້ກັບຮ່າງກາຍ, ຊ່ວຍລົດອັດຕາສ່ຽງໃນການເປັນພະຍາດຕ່າງໆ ໂດຍສະເພາະພະຍາດຜິວໜັງ ແລະ ມະເຮັງເຕົ້ານົມ

ລວມເຖິງມະເຮັງຕ່ອມລູກໝາກ ບໍ່ວ່າຈະເປັນເພດໃດ, ໄວໃດ ກໍສາມາດດື່ມໄດ້.ເຫັນບໍ່ວ່າ ປະໂຫຍດຂອງນໍ້າອ້ອຍນັ້ນມີຫຼາກຫຼາຍປະການ, ຫາກດື່ມເປັນປະຈຳໃນປະລິມານທີ່ເໝາະສົມກໍຈະຊ່ວຍໃຫ້ສຸຂະພາບຮ່າງກາຍແຂງແຮງຂຶ້ນໄດ້

ແຕ່ກໍຢ່າລືມຮັບປະທານອາຫານທີ່ມີປະໂຫຍດຄຽງຄູກັນໄປນຳ, ພ້ອມກັບນອນຫຼັບພັກຜ່ອນໃຫ້ພຽງພໍ ແລະ ອອກກຳລັງກາຍຢ່າງສະໝໍ່າສະເໝີ ເພື່ອຊ່ວຍບຳລຸງສຸຂະພາບໂດຍລວມໃຫ້ດີຍິ່ງຂຶ້ນໄປອີກນັ້ນເອງ.

ShareTweetShare
Next Post
ໃຈຫຼໍແທ້..! ເຮັດນາປູກເຂົ້າກວ່າ 100 ໄລ່ ໄດ້ເຂົ້າແລ້ວນຳມາແຈກໃຫ້ຄົນທຸກຍາກ

ໃຈຫຼໍແທ້..! ເຮັດນາປູກເຂົ້າກວ່າ 100 ໄລ່ ໄດ້ເຂົ້າແລ້ວນຳມາແຈກໃຫ້ຄົນທຸກຍາກ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    0 shares
    Share 0 Tweet 0
  • ຍັງຈື່ເຫດການໂຈນ 13ຄົນ ເຂົ້າປຸ້ນຊັບ ເຮືອນປະຊາຊົນຢູ່ດົງນາໂຊກ ໄດ້ບໍ່ ຫຼ້າສຸດຈັບໄດ້ 10ຄົນ ແລ້ວ ຍັງ 3ຄົນ.

    0 shares
    Share 0 Tweet 0
  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ

    0 shares
    Share 0 Tweet 0
  • ຄົ້ນເຮືອນເປົ້າຫມາຍ ພົບເງິນ 100 ລ້ານ ແລະ ຄຳ 10 ບາດ.

    0 shares
    Share 0 Tweet 0
  • ທະນາຄານແຫ່ງ ສປປ ລາວ ເປີດເຜີຍຜົນການປະຕິຮູບທະນາຄານພັດທະນາລາວ ແລະ ທະນາຄານສົ່ງເສີມກະສິກຳ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ດ່ວນໆ… ເກີດເຫດໄຟໄຫມ້ຮ້ານຊິ້ນດາດ ມາລີນີ
  • ພິລຶກແທ້ ແກ້ງຢາລາຍໃຫຍ່ ກາງນະຄອນຫຼວງ ວຽງຈັນ 5ແສນກວ່າເມັດ.
  • ເຖົ້າແລ້ວບໍ່ສົມເຖົ້າ ຊາຍໄວ 66 ປີ ຄາດຕະກໍາເມຍ ຍ້ອນຫຶງຫວງ
  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...