ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ແຂວງຫລວງພະບາງ ຄັ້ງທີ VII ໄດ້ໄຂຂຶ້ນເປັນເວລາ 1 ວັນເຕັມ ໃນວັນທີ 16 ມີນາ 2021 ທີ່ຫ້ອງປະຊຸມໃຫຍ່ ຫ້ອງວ່າການແຂວງ, ພາຍໃຕ້ຄໍາຂວັນ: “ເພີ່ມທະວີຄວາມສາມັກຄີປອງດອງ ປະຊາຊົນບັນດາເຜົ່າ ທົ່ວແຂວງຫລວງພະບາງ, ປຸກລະດົມທົ່ວສັງຄົມແຂ່ງຂັນຮັກຊາດ ແລະ ພັດທະນາ, ຂຸດຄົ້ນ ແລະ ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະ ກໍາລັງແຮງສັງລວມເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ຕາມແນວທາງປ່ຽນແປງໃໝ່ຂອງພັກ, ເຮັດໃຫ້ແຂວງຫລວງພະບາງ ນັບມື້ນັບໜັກແໜ້ນ, ພັດທະນາຕໍ່ເນື່ອງ, ມີຄວາມຍືນຍົງ, ກ້າວສູ່ທັນສະໄໝ ແລະ ຍຸຕິທໍາ”, ມີ ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ທ່ານ ຄໍາຂັນ ຈັນທະວີສຸກ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫລວງພະບາງ. ພ້ອມດ້ວຍຜູ້ແທນທັງໝົດ 167 ທ່ານ, ພະສົງ 3 ອົງ, ເພດຍິງ 21 ທ່ານ ໃນນີ້, ຜູ້ແທນສົມບູນທັງໝົດ 107 ທ່ານ, ພະສົງ 3 ອົງ, ເພດຍິງ 14 ທ່ານ, ຜູ້ແທນຖືກເຊີນ 60 ທ່ານ, ຍິງ 7 ທ່ານ ທີ່ເປັນຕົວແທນໃຫ້ແກ່ຈັດຕັ້ງການເມືອງ, ການຈັດຕັ້ງການເມືອງ-ສັງຄົມ, ການຈັດຕັ້ງສັງຄົມ ແລະ ບຸກຄົນທີ່ເປັນຕົວແທນໃຫ້ແກ່ຊົນເຜົ່າ, ຊັ້ນ

ຄົນ, ສາສະໜາ, ເພດ, ໄວໃນທົ່ວແຂວງ. ກອງປະຊຸມໃຫຍ່ໄດ້ຄົ້ນຄວ້າຢ່າງເລິກເຊິ່ງ ແລະ ໄດ້ຮັບຮອງຢ່າງເປັນເອກະສັນ ຕໍ່ບົດລາຍງານການເມືອງຂອງຄະນະກໍາມະການແນວລາວສ້າງຊາດແຂວງ ສະໄໝທີ VI ໂດຍໄດ້ສະຫລຸບຕີລາຄາລວມ ກ່ຽວກັບຈຸດດີ, ຜົນງານທີ່ພົ້ນເດັ່ນ, ຈຸດອ່ອນຂໍ້ຄົງຄ້າງຕົ້ນຕໍ, ສາເຫດທີ່ພາໃຫ້ມີຈຸດດີ, ຈຸດອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະ ຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງຄະນະກໍາມະການແນວລາວສ້າງຊາດແຂວງຕະຫລອດໄລຍະ 5 ປີຜ່ານມາ, ພ້ອມທັງຮັບຮອງເອົາຄາດໝາຍສູ້ຊົນ, ທິດທາງໜ້າທີ່, ວຽກງານຈຸດສຸມ ແລະມາດຕະການຕົ້ນຕໍ ໃນການຈັດຕັ້ງປະຕິບັດວຽກງານແນວລາວສ້າງຊາດແຕ່ນີ້ຮອດປີ 2025, ຮັບຟັງການປະກອບຄໍາເຫັນ ຈາກເຈົ້າຄະນະອົງການພຸດທະສາສະໜາສຳພັນລາວແຂວງ, ແນວລາວສ້າງຊາດເມືອງງອຍ, ແນວລາວສ້າງຊາດເມືອງນານ ແລະ ຕົວແບບຈາກທ້ອງຖິ່ນຈໍານວນໜຶ່ງ ທີ່ຢັ້ງຢືນເຖິງໝາກຜົນ ແຫ່ງການເຄື່ອນໄຫວວຽກງານຂອງແນວລາວສ້າງຊາດໃນໄລຍະຜ່ານມາ. ພ້ອມນີ້, ໄດ້ຮັບຮອງເອົາບົດສາຫລວດການນໍາພາລວມ ຂອງກໍາມະການແນວລາວສ້າງຊາດແຂວງ ສະໄໝທີ VI ທັງໄດ້ຕີລາຄາສູງ ຕໍ່ຄວາມພະຍາຍາມຢ່າງຕັ້ງໜ້າ ແລະ ຄວາມເປັນເຈົ້າການປະດິດສ້າງໃນການເສີມຂະຫຍາຍ

ມູນເຊື້ອ ແລະ ບົດຮຽນເຂົ້າໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງແນວລາວສ້າງຊາດແຂວງ ທີ່ໄດ້ຮັບຜົນສໍາເລັດອັນສໍາຄັນໃນຫລາຍດ້ານ.ກອງປະຊຸມໃຫຍ່ໄດ້ຮັບຮອງເອົາການສະເໜີແຕ່ງຕັ້ງ ຄະນະກຳມະການແນວລາວສ້າງຊາດແຂວງ ສະໄໝທີ VII ຈໍານວນ 70 ທ່ານ, ພະສົງ 3 ອົງ, ເພດຍິງ 7 ທ່ານ. ກອງປະຊຸມຄັ້ງປະຖົມມະລຶກຄະນະກໍາມະການແນວລາວສ້າງຊາດແຂວງ ຊຸດທີ VII ໄດ້ຮັບຮອງເອົາການສະເໜີແຕ່ງຕັ້ງ ທ່ານ ສຸກັນ ບຸນຍົງ ຮອງເລຂາຄະນະບໍລິຫານງານພັກແຂວງ ເປັນປະທານ, ທ່ານ ອ່ອນສີ ຈ່າເພຍວ່າ, ທ່ານ ນາງ ດວງມະນີ ອິນດາລັກ ແລະ ທ່ານ ທອງວັນ ຈັນນິລາ ເປັນຮອງປະທານ, ຮັບຮອງເອົາການສະເໜີແຕ່ງຕັ້ງຄະນະປະຈໍາ ຄະນະກໍາມະການແນວລາວສ້າງຊາດແຂວງ ຈໍານວນ 5 ທ່ານ, ຍິງ 1 ທ່ານ ປະກອບມີ ທ່ານ ສຸກັນ ບຸນຍົງ, ທ່ານ ອ່ອນສີ ຈ່າເພຍວ່າ, ທ່ານ ນາງ ດວງມະນີ ອິນດາລັກ, ທ່ານ ທອງວັນ ຈັນນິລາ ແລະ ທ່ານ ອານຸໄຊ ສະຫວັດ, ພ້ອມນີ້ໄດ້ຮັບຮອງເອົາ ທ່ານ ທອງວັນ ຈັນນິລາ ເປັນປະທານຄະນະຕິດຕາມກວດກາ ຄະນະກໍາມະການແນວລາວສ້າງຊາດແຂວງ, ທ່ານ ດາວຈອນ ສຸກສິດທິ ເປັນຮອງ ແລະ ທ່ານ ນາງ ປານຄໍາ ເຮືອງວິເສດ ເປັນຄະນະ.ຕອນທ້າຍ ທ່ານ ໄຊສົມພອນ ພົມວິຫານ

ມີຄໍາເຫັນໃຫ້ຄະນະກໍາມະການແນວລາວສ້າງຊາດ ໃນທົ່ວແຂວງຫລວງພະບາງ ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຂອງຕົນ, ມະຕິກອງປະ ຊຸມໃຫ່ຍຄັ້ງທີ VIII ຂອງອົງຄະນະພັກແຂວງໃຫ້ທົ່ວເຖິງ, ສືບຕໍ່ສຶກສາອົບຮົມການເມືອງແນວຄິດ, ການຂົນຂວາຍເຕົ້າໂຮມຄວາມສາມັກຄີ, ເສີມຂະຫຍາຍກໍາລັງແຮງສັງລວມທົ່ວສັງຄົມ ໂດຍຕິດພັນກັບການເສີມຂະຫຍາຍສິດເປັນເຈົ້າ ຂອງປະຊາຊົນ, ຄະນະພັກ, ອົງການປົກຄອງຂັ້ນຕ່າງໆ ເອົາໃຈໃສ່ນຳພາ-ຊີ້ນຳ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກທາງດ້ານຕ່າງໆ ໃຫ້ແກ່ອົງການຈັດຕັ້ງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນໄດ້ເຄື່ອນໄຫວຢ່າງເຕັມສ່ວນ, ເສີມຂະຫຍາຍປະຊາທິ ປະໄຕ, ສິດເປັນເຈົ້າຂອງປະຊາຊົນ ໂດຍສ້າງເງື່ອນໄຂໃຫ້ມະຫາຊົນ ໄດ້ເຂົ້າຮ່ວມໃນການກໍ່ສ້າງວຽກງານພັກ, ວຽກງານພະນັກງານ, ປັບປຸງອຳນາດລັດຂັ້ນຕ່າງໆ ໃນລະບອບການເມືອງປະຊາທິປະໄຕປະຊາຊົນມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ. ກອງປະຊຸມໃຫຍ່ ໄດ້ມີການປະດັບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງແນວລາວສ້າງຊາດ ໃຫ້ການນຳ ແລະ ອະດີດການນຳຂອງແຂວງ ຕື່ມອີກ.
Discussion about this post