ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພຸດ 22, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ລັດຖະບານສືບຕໍ່ເຂັ້ມງວດ ວາງມາດຕະການປ້ອງກັນພະຍາດໂຄວິດ

Staff by Staff
ເດືອນມີນາ 17, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ລັດຖະບານ ກໍຄື ຄະນະສະເພາະກິດ ໄດ້ສືບຕໍ່ເຂັ້ມງວດ ວາງມາດຕະການປ້ອງກັນພະຍາດດັ່ງກ່າວ, ເປັນຕົ້ນ ໄດ້ວາງມາດຕະການປ້ອງກັນຢ່າງເຂັ້ມງວດໃນແຕ່ລະເດືອນ, ເຊິ່ງການປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແມ່ນມີຄວາມຈຳເປັນທີ່ສຸດ ໃນການສະກັດກັ້ນ ການແຜ່ລະບາດຂອງພະຍາດໃນລາວ. ສະນັ້ນ, ຈົ່ງພ້ອມກັນສືບຕໍ່ປະຕິບັດໃຫ້ກາຍເປັນຄວາມເຄີຍຊີນ ກໍ່ຄື ການໃສ່ຜ້າປິດປາກ-ດັງ ເມື່ອເດີນທາງອອກຈາກບ້ານ, ໝັ່ນລ້າງມືໃສ່ສະບູ ຫລື ເຈວລ້າງມືຂ້າເຊື້ອເລື້ອຍໆ, ຫລີກລ້ຽງການເດີນທາງໄປຍັງເຂດທີ່ມີຄວາມສ່ຽງ ຫລື ແອອັດ, ຮັກສາໄລຍະຫ່າງທາງສັງຄົມ ແລະ ອື່ນໆ.

ນອກຈາກນີ້, ຖ້າຫາກພົບເຫັນຜູ້ລັກລອບເຂົ້າປະເທດ ຫລື ຜູ້ທີ່ຖືກຈຳກັດບໍລິເວນ ລັກລອບອອກຈາກສະຖານທີ່ຈຳກັດບໍລິເວນ ທີ່ຄະນະສະເພາະກິດກຳນົດໄວ້ນັ້ນ ຂໍຄວາມຮ່ວມມືນຳບັນດາທ່ານ ລາຍງານແກ່ເຈົ້າໜ້າທີ່ກ່ຽວຂ້ອງ ຫລື ອຳນາດການປົກຄອງທ້ອງຖິ່ນທັນທີ ເພື່ອເຈົ້າໜ້າທີ່ຈະນຳບຸກຄົນດັ່ງກ່າວ ກັບຄືນມາສືບຕໍ່ຈຳກັດບໍລິເວນໃຫ້ຄົບກຳນົດ 14 ວັນ ແລະ ເຝົ້າລະວັງຕິດຕາມອາ ການຂອງພວກກ່ຽວ ເພື່ອຮັບປະກັນບໍ່ໃຫ້ມີການແຜ່ເຊື້ອໄປສູ່ສັງຄົມ ແລະ ຄົນອ້ອມຂ້າງ.

ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາ ລະນະສຸກ, ຕາງໜ້າໃຫ້ກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະ ບາດຂອງພະຍາດໂຄວິດ-19 ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 16 ມີນາ 2021 ລາວບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ແລະ ໃນວັນທີ 15 ມີນາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 474 ຄົນ ເຊິ່ງຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອໂຄວິດ-19 ສັງລວມການກວດວິເຄາະ ນັບແຕ່ເດືອນມັງ ກອນ.

2020 ຮອດປັດຈຸບັນ ໄດ້ເກັບຕົວຢ່າງມາກວດທັງໝົດ 123.323 ຕົວຢ່າງ, ກວດພົບເຊື້ອສະສົມ 49 ຄົນ. ໃນນັ້ນຍັງນອນຕິດຕາມປິ່ນປົວຢູ່ໂຮງໝໍ 4 ຄົນ (ນະຄອນຫລວງ 3 ຄົນ ແລະ ສະ ຫວັນນະເຂດ 1 ຄົນ) ທັງໝົດມີສຸຂະພາບຮ່າງກາຍຈິດໃຈສົມບຸນ ແລະ ແຂງແຮງດີ. ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຍັງໃຫ້້ຮູ້ອີກວ່າ: ໃນວັນທີ 15 ມີນາ ທົ່ວປະເທດມີຜູ້ເດີນທາງເຂົ້າມາ ສປປ ລາວ ມີທັງໝົດ 2.302 ຄົນ, ໃນນັ້ນຈຸດຜ່ານດ່ານ.

ລາວ-ໄທ ທັງໝົດ 1.154 ຄົນ; ຈຸດຜ່ານດ່ານ ລາວ-ຈີນ ທັງໝົດ 54 ຄົນ; ຈຸດຜ່ານດ່ານ ລາວ-ຫວຽດນາມ ທັງໝົດ 1,094 ຄົນ ທຸກຄົນທີ່ເຂົ້າມາທາງຈຸດຜ່ານແດນ ໄດ້ຜ່ານການວັດແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາ ການເປັນໄຂ້, ຈາກນັ້ນໄດ້ເກັບຕົວຢ່າງທຸກໆຄົນ ມາກວດຊອກຫາຜູ້ຕິດເຊື້ອໂຄວິດ-19 ແລະ ໄດ້ສົ່ງໄປສະຖານທີ່ຈຳກັດບໍລິເວນ ທີ່ຄະນະສະເພາະກິດກຳນົດໄວ້. ມາຮອດປັດຈຸບັນ ທົ່ວປະເທດມີສູນຈໍາກັດບໍລິເວນ ທີ່ຍັງເປີດນຳໃຊ້ຢູ່ ທັງໝົດ 34 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 3.678 ຄົນ.

ຂ່າວ: ກິດຕາ

ShareTweetShare
Next Post
ຄົນດີຕ້ອງແຊຣ໌.! ທ່ານອາລີວັນ ແລະ ທ່ານໂພຄຳ ລາດຊະວົງ ໄດ້ບໍລິຈາກເປັນຢາງລົດຈຳນວນ 02 ເສັ້ນ

ຄົນດີຕ້ອງແຊຣ໌.! ທ່ານອາລີວັນ ແລະ ທ່ານໂພຄຳ ລາດຊະວົງ ໄດ້ບໍລິຈາກເປັນຢາງລົດຈຳນວນ 02 ເສັ້ນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ດ່ວນໆ ແຈ້ງຂ່າວ ປັບຂຶ້ນລາຄາປີ້ລົດໄຟລາວ-ຈີນທຸກໆສະຖານີ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...