ວັນທີ 10 ມີນາ 2021 ໄດ້ມີພິທີມອບຮັບໜ້າທີ່ເລຂາຄະນະພັກ, ຮັກສາການປະທານສານປະຊາຊົນສູງສຸດ ຕາມມະຕິຕົກລົງຂອງ ກົມການເມືອງສູນກາງພັກ ເລກທີ 08/ກມສພ ລົງວັນທີ 03 ມີນາ 2021 ວ່າດ້ວຍການແຕ່ງຕັ້ງ ເລຂາຄະນະບໍລິຫານງານພັກ ສານປະຊາຊົນສູງສຸດ ລະຫວ່າງ

ທ່ານ ຄຳພາ ແສງດາຣາ ເລຂາຄະນະບໍລິຫານງານພັກ, ປະທານສານປະຊາຊົນສູງສຸດ(ຜູ້ເກົ່າ) ແລະ ທ່ານ ນາງ ວຽງທອງ ສີພັນດອນ ເລຂາທິການສູນກາງພັກ, ຮັກສາການປະທານສານປະຊາຊົນສູງສຸດ(ຜູ້ໃໝ່).
ໂດຍເຂົ້າຮ່ວມ ຂອງ ທ່ານ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍແຂກທີ່ມີກຽດ, ອະດີດການນໍາ ອາວຸໂສບໍານານ,

ພະນັກງານຫຼັກແຫຼ່ງຂອງສານປະຊາຊົນສູງສຸດ ແລະ ບັນດາການນໍາຂອງສານປະຊາຊົນທ້ອງຖິ່ນຂົງເຂດນະຄອນຫຼວງວຽງຈັນ ເຂົ້າຮ່ວມເປັນສັກຂີພິຍານ. ພ້ອມທັງໄດ້ສັງລວມຫຍໍ້ຜົນສໍາເລັດໃນການເຄື່ອນໄຫວວຽກງານຜ່ານມາ ແລະ ທິດທາງແຜນການທີ່ສຳຄັນ ເພື່ອສືບຕໍ່ຊີ້ນໍາ-ນຳພາໃນຕໍ່ໜ້າ.
ທີ່ມາຂອງຂ່າວ: ສານປະຊາຊົນສູງສຸດ
Discussion about this post