ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ສະຫາຍ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ມານູເອັນ ມາເຣໂຣ ກຣູຊ໌ (Manuel Marrero Cruz), ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ກູບາ ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ,
![](https://kkklao.com/wp-content/uploads/2022/10/FB_IMG_1664712989220-1024x614-1.jpg)
ໃນວັນທີ 02-04 ຕຸລາ 2022 ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ທີ່ມີມາແຕ່ດົນນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ ຖານອ້າຍນ້ອງຮ່ວມອຸດົມການອັນດຽວກັນ ໃຫ້ນັບມື້ເຂັ້ມແຂງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນໃນຊຸມປີຕໍ່ຫນ້າ.
![](https://kkklao.com/wp-content/uploads/2022/10/FB_IMG_1664712842217.jpg)
ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດ ທີ່ສຳນັກງານນາຍົກລັດຖະມົນຕີ, ໃນຕອນບ່າຍວັນທີ 2 ຕຸລາ 2022, ຈາກນັ້ນ ກໍໄດ້ມີການພົບປະສອງຝ່າຍ ຢ່າງເປັນທາງການ, ເຊິ່ງຄະນະຜູ້ແທນຝ່າຍລາວ ນໍາໂດຍ ສະຫາຍ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຝ່າຍກູບາ ນຳໂດຍ ສະຫາຍ ມານູເອັນ ມາເຣໂຣ ກຣູຊ໌, ນາຍົກ ລັດຖະມົນຕີ ແຫ່ງ ສາທາລະນະລັດ ກູບາ.
![](https://kkklao.com/wp-content/uploads/2022/10/FB_IMG_1664712844020.jpg)
ໃນໂອກາດດັ່ງກ່າວ, ສະຫາຍ ນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງມາຍັງ ສະຫາຍ ມານູເອັນ ມາເຣໂຣ ກຣູຊ໌ ນາຍົກລັດຖະມົນຕີ ແຫ່ງ ສ ກູບາ ທີ່ໄດ້ນຳພາຄະນະຜູ້ແທນຂັ້ນສູງ ເດີນທາງມາຢ້ຽມຢາມ ສປປ ລາວ ເປັນຄັ້ງທຳອິດ ແລະ ເປັນຄັ້ງປະຫວັດສາດ ເຊິ່ງເປັນນິມິດ ໝາຍອັນດີໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານອ້າຍນ້ອງ ທີ່ເປັນມູນເຊື້ອອັນດີມາແຕ່ດົນນານລະຫວ່າງສອງຊາດ ລາວ-ກູບາ.
![](https://kkklao.com/wp-content/uploads/2022/10/FB_IMG_1664712986308-1024x471-1.jpg)
ການພົບປະໃນຄັ້ງນີ້, ສອງຝ່າຍ ໄດ້ປຶກສາຫາລືແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາ, ຕີລາຄາຄືນສະພາບການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ແລະ ກຳນົດທິດທາງແຜນການຮ່ວມມືໃນຕໍ່ຫນ້າ, ເຊິ່ງສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນຮ່ວມມືສອງຝ່າຍທີ່ເປັນມູນເຊື້ອມາແຕ່ຍາວນານ, ບົນພື້ນຖານແຫ່ງການເຂົ້າອົກເຂົ້າໃຈ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ,
![](https://kkklao.com/wp-content/uploads/2022/10/FB_IMG_1664712991554-1024x512-1.jpg)
ພາຍຫລັງທີ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 4 ພະຈິກ 1974 ເປັນຕົ້ນມາ, ເຊິ່ງການພົວພັນຮ່ວມມືດ້ານການເມືອງ ແມ່ນສືບຕໍ່ຢູ່ໃນລະດັບດີເລີດ ແລະ ນັບມື້ນັບໜັກແໜ້ນຍິ່ງໆຂຶ້ນ, ສະແດງອອກໃນການພົບປະແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງການນຳຂັ້ນສູງຂອງສອງປະເທດ ລາວ-ກູບາ ເປັນແຕ່ລະໄລຍະ, ໄດ້ມີການປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນກັນ ໃນບັນຫາຕ່າງໆຢ່າງເປັນປະຈຳ ລວມທັງ ໃນຮູບແບບກອງປະຊຸມທາງໄກໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19.
![](https://kkklao.com/wp-content/uploads/2022/10/FB_IMG_1664712845757-1.jpg)
ພ້ອມດຽວກັນນີ້, ສອງຝ່າຍ ກໍໄດ້ຕີລາຄາສູງຕໍ່ການຮ່ວມມືດ້ານສາທາລະນະສຸກ, ດ້ານການສຶກສາ-ກິລາ, ເຊິ່ງເປັນຂະແໜງການຮ່ວມມືທີ່ມີມູນເຊື້ອມາແຕ່ດົນນານ ແລະ ພົ້ນເດັ່ນ ມີປະສິດທິພາບ ແລະ ປະສິດທິຜົນສູງ ໃນໄລຍະຜ່ານມາ.
ນອກຈາກນີ້, ສອງຝ່າຍ ກໍໄດ້ແຈ້ງໃຫ້ກັນຊາບໂດຍຫຍໍ້ ກ່ຽວກັບ ສະພາບການພາຍໃນທີ່ພົ້ນເດັ່ນ, ແລກປ່ຽນຄຳຄິດຄຳເຫັນຕໍ່ກັບສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.
![](https://kkklao.com/wp-content/uploads/2022/10/FB_IMG_1664712847830.jpg)
ໃນໂອກາດນີ້, ສະຫາຍ ນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ຕາງໜ້າໃຫ້ ພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ການສະໜັບສະໜູນຊ່ວຍເຫລືອອັນລ້ຳຄ່າ ໃຫ້ແກ່ ສປປ ລາວຕະຫລອດໄລຍະຜ່ານມາ ເປັນຕົ້ນແມ່ນ ການສະໜອງທຶນການສຶກສາເພື່ອການພັດທະນາຊັບພະຍາກອນມະນຸດ, ການສົ່ງຊ່ຽວຊານແພດໝໍ ກູບາ ມາຊ່ວຍເຫລືອໃຫ້ຄວາມຮູ້ແກ່ຝ່າຍລາວ, ການສົ່ງທີມຄູຝຶກມວຍສາກົນ ເພື່ອມາຝຶກແອບໃຫ້ແກ່ນັກກິລາລາວ ໃນການເຂົ້າຮ່ວມງານກິລາສຳຄັນຕ່າງໆ ແລະ ການຊ່ວຍເຫລືອອື່ນໆ.
ສອງຝ່າຍ ຢືນຢັນເຖິງຄວາມມຸ່ງໝັ້ນຈະສືບຕໍ່ຊອກຫາທຸກວິທີທາງທີ່ເປັນໄປໄດ້ ເພື່ອເສີມຂະຫຍາຍການຮ່ວມມືໃນດ້ານຕ່າງໆ ໂດຍສະເພາະດ້ານເສດຖະກິດ-ການຄ້າ ໄປສູ່ຄວາມສໍາເລັດອັນໃໝ່ຮ່ວມກັນ.
![](https://kkklao.com/wp-content/uploads/2022/10/FB_IMG_1664712849643.jpg)
ໃນຕອນທ້າຍ, ສະຫາຍນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ອວຍພອນໃຫ້ ສະຫາຍ ນາຍົກລັດຖະມົນຕີ ມານູເອັນ ມາເຣໂຣ ກຣູຊ໌ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ກູບາ ຈົ່ງປະສົບຜົນສຳເລັດໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມທີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດ ລາວ-ກູບາ ຈົ່ງໝັ້ນຍືນ, ສືບຕໍ່ເຂັ້ມແຂງ, ຂະຫຍາຍຕົວ ແລະ ມີປະສິດທິຜົນຍິ່ງຂຶ້ນ.
ພາຍຫລັງສຳເລັດການພົບປະສອງຝ່າຍ, ສະຫາຍ ນາຍົກລັດຖະມົນຕີ ພັນຄຳ ວິພາວັນ ແລະ ສະຫາຍ ນາຍົກລັດຖະມົນຕີ ມານູເອັນ ມາເຣໂຣ ກຣູຊ໌ ກໍໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມເອກະສານບົດບັນທຶກຄວາມເຂົ້າໃຈ ຈຳນວນ 4 ສະບັບ ຄື: ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ກະຊວງສຶກສາຊັ້ນສູງ ແຫ່ງ ສ ກູບາ ວ່າດ້ວຍການຮ່ວມມືດ້ານການສຶກສາຊັ້ນສູງ ແລະ ຄົ້ນຄວ້າວິທະຍາສາດໃນໄລຍະປີ 2022-2027;
2 ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ແຫ່ງ ສປປ ລາວ ແລະ ກະຊວງກະສິກໍາ ແຫ່ງ ສ ກູບາ ກ່ຽວກັບການຮ່ວມມືໃນຂົງເຂດກະສິກໍາ;
ແຜນການຮ່ວມມືດ້ານການແພດ ລະຫວ່າງ ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ແລະ ກະຊວງສາທາລະນະສຸກ ແຫ່ງ ສ ກູບາ;
![](https://kkklao.com/wp-content/uploads/2022/10/FB_IMG_1664712315333-1024x683-1.jpg)
ບົດບັນທຶກຄວາມເຂົ້າໃຈການຮ່ວມມື ລະຫວ່າງ ມະຫາວິທະຍາໄລແຫ່ງຊາດລາວ ແລະ ມະຫາວິທະຍາໄລ ລາຮາວານ ໃນຂົງເຂດການສຶກສາ.
ການພົບປະສອງຝ່າຍຄັ້ງນີ້, ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ, ສະໜິດສະໜົມ, ສ້າງສັນ, ກົງໄປກົງມາ ແລະ ມີຄວາມເຂົ້າໃຈກັນຖານສະຫາຍອ້າຍນ້ອງທີ່ແທ້ຈິງ ຮ່ວມອຸດົມການສັງຄົມນິຍົມອັນດຽວກັນ, ສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອທີ່ມີມາຢ່າງຍາວນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ.
ຂ່າວ: ກົມການຂ່າວ, ກະຊວງການຕ່າງປະເທດ
ພາບ: ອ່າຍຄຳ