ຂ້ອຍກະຄົນຫນື່ງຈົບມາເຮັດວຽກເປັນແພດອາສາ5-6ປີ ທາງລຳບາກທຸລະກັນດານ ບໍ່ໄດ້ລັດຂ້ອຍກະບໍ່ໄດ້ໂທດໃຜເພາະເຮົາຮູ້ຢຸ່ແລ້ວວ່າໂຕເລກລັດຖະກອນມັນມີຫນ້ອຍ ເກີດມາຊາດດຽວໄດ້ໄປຮຽນແພດໄດ້ມີໂອກາດຊ່ວຍເຫລືອຊີວິດຄົນ ໄດ້ມີວິຊາຕິດໂຕຢ່າງຫນ້ອຍກະໄດ້ ເບີ່ງແຍງຄອບຄົວຄົນທີ່ເຮົາຮັກກະດີສຸດແລ້ວຂ້ອຍ ເຊືອວ່າທຸກຄົນທີ່ຕັດສີນໃຈໄປຮຽນແພດກະຍ້ອນຮັກມັກໃນອາຊີບເພາະອາຊີບແພດແມ່ນອາຊີບຂ້ອນຂ້າງຈະຫນັກ
![](https://suelao.com/wp-content/uploads/2022/09/1-45.jpg)
ຫນັກແຕ່ຕ່ອນຮຽນ ເຂົ້າຍາມອອກຍາມບໍ່ໄດ້ນອນ ແຕ່ຂ້ອຍພູມໃຈທີ່ໄດ້ໃສ່ຊຸດຂາວ 💉ແຕ່ມັນຮອດເວລາກະຈຳເປັນໄດ້ຖອດເສື້ອຂາວອອກ ແຕ່ກະແອບບຮູ້ສຶກຕົກໃຈທີ່ໂຕເອງຈະບໍ່ໄດ້ມີໂອກາດໄດ້ນຸງມັນອີກແລ້ວ ຄຳວ່າອາຊີບແພດຫມໍຍັງຈະຢູ່ໃນໃຈຂ້ອຍສະເຫມີບໍ່ເຄືຍຫາຍໄປໃສເຖີງວ່າມື້ນີ້ຈະບໍ່ໄດ້ໃສ່ເສື້ອຂາວແລ້ວກໍ່ຕາມ
![](https://suelao.com/wp-content/uploads/2022/09/4-25.jpg)
ຜູ້ຢູ່ກະສູ້ຊົນຮັບໃຊ້ປະຊາຊົນຕໍ່ໄປເດີເຊືອວ່າແພດທຸກຄົນມີສາຍເລືອດນັກສູ້ຢູໃນໂຕບໍ່ແມ່ນວ່າໃຜກະຈິຮຽນໄດ້ເປັນໄດ້ເຮົາໄດ້ມາຮອດສ່ຳນີ້ກະສຸດຍອດແລ້ວ
![](https://suelao.com/wp-content/uploads/2022/09/3-35.jpg)
ຄັ້ງ1ຈິໃວ້ລົມສູ່ລູກຫລານຟັ່ງເຄືຍຮັບໃຊ້ແລະເສຍສະລະໂຕເອງເພື່ອພໍ່ແມ່ປະຊາຊົນຕ່ອນແພ່ລະບາດເຊື້ອພະຍາດໂຄວິດ19ບໍ່ໄດ້ກັບເຮືອນບໍ່ໄດ້ມາຫາພໍ່ແມ່ບໍ່ໄດ້ກິນເຂົ້ານຳພໍ່ນຳແມ່ ໄດ້ໄປກວດເອົາອາການຊິວິດປະຊາຊົນທີກັກໂຕໃຫ້ເຂົາເຈົ້າຮູ້ສຶກປອດໄພເມືອເຫັນນັກຮົບຊຸດຂາວຢູ່ໃກ້ເຂົາ ໃສ່ຊຸດປ້ອງກັນເກືອບຫາຍໃຈບໍ່ອອເປັນ5-6ຊົວໂມງ ກັກໂຕເປັນເດືອນ-2ເດືອນຢູ່ສູນກັກໂຕບໍ່ໄດ້ມາເບີ່ງແຍງພໍ່ແມ່…..ແຕ່ມັນເປັນອາຊີບທີ່ຂ້ອຍຮັກແລະພູມໃຈຫລາຍທຸກຄັ້ງທີ່ໃສ່ເສື້ອຂາວຮູ້ສຶກພາກພູມໃຈຫລາຍ
![](https://suelao.com/wp-content/uploads/2022/09/2-43-480x1024.jpg)
ການເປັນຫມໍສີ່ງທີ່ເຮັດໃຫ້ຂ້ອຍປະທັບໃຈສຸດໆຄືເວລາຄົນເຈັບເຂົ້າມາໂຮງຫມໍເຂົາເຈັບເຂົາໄຫ້ເຈັບທໍລະມານເຂົ້າມາຫາເຮົາ ແຕ່ເຮົາສາມາເຮັດໃຫ້ເຂົາຍີ້ມອອກໄປໄດ້ນີ້ຄືຄວາມພາກພູມໃຈທີ່ເວົ້າເປັນຄຳເວົ້າບໍ່ໄດ້ເລືຍ .. ..ຮອດມື້ທີ່ຕ້ອງຖອດມັນອອກແລ້ວ ສູ້ໆແພດອາສາທຸກຄົນ
![](https://suelao.com/wp-content/uploads/2022/09/5-10.jpg)
ຂອບໃຈຂໍ້ມູນຂອງ.
P’phone To Vnj
ລາຍງານ. ຂ່າວ ວັນນີ້