ໃນວັນທີ 29 ກັນຍາ 2022 ໂຈນປຸ້ນເອົາເງິນ ແລະ ຄຳ ປະຊາຊົນ ຢູ່ບ້ານດອນຮຽງ ເມືອງຫມື່ນ ແຂວງວຽງຈັນ ເອົາໄປຈົນຫມົດກ້ຽງ
![](https://suelao.com/wp-content/uploads/2022/09/FB_IMG_1664463792356.jpg)
ຜູ້ຢູ່ໃນເຫດການເລົ່າວ່າ: ໂຈນມານໍາກັນ 5 ຄົນ ໃນນີ້ ຜູ້ກໍ່ເຫດມີອາວຸດປືນ ແລະ ງ້າວໄດ້ບຸກເຂົ້າມາປຸ້ນຢູ່ເຮືອນ, ໂຈນ ໄດ້ຕີຜູ້ເປັນຜົວຈົນສະຫລົບ ແລະ ຈັບລູກ ເຈົ້າຂອງເຮືອນໄວ້.
![](https://suelao.com/wp-content/uploads/2022/09/FB_IMG_1664463794152.jpg)
ໂຈນໄດ້ກວດຄົ້ນເອົາເງິນ ແລະ ຄຳຈົນຫມົດ ຈາກນັ້ນ ກໍຫລົບຫນີຢ່າງໄວວາ.
![](https://suelao.com/wp-content/uploads/2022/09/FB_IMG_1664463795861.jpg)
ຈາກພາບທີ່ເຫັນເຈົ້າຫນ້າທີ່ພວມເອົາຂໍ້ມູນ ແລະ ຂໍໃຫ້ຈັບໄດ້ໂດຍໄວ.
ແຫລ່ງຂ່າວ: ປກສ ເມືອງຫມື່ນ