ຕາມການລາຍງານ ຂອງຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນແຂວງ ລະຫວ່າງວັນທີ 27-29 ກັນຍາ 2022 ເນື່ອງຈາກໄດ້ມີລົມພາຍຸໄຕ້ຝຸ່ນ ໂນຣຸ (Noru) ຫົວທີ 16 ເຂົ້າພັດຜ່ານແຂວງເຊກອງ ໄດ້ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນ 28 ບ້ານພາຍໃນແຂວງ ເປັນຕົ້ນແມ່ນ ນໍ້າຖ້ວມຂັງ, ນ້ຳປ່າໄຫລຊຸ, ດິນເຊາະເຈື່ອນຖົມເສັ້ນທາງ, ຖ້ວມພື້ນທີ່ຢູ່ອາໄສ, ເຮືອນ, ວັດຖຸສິ່ງຂອງອື່ນໆ.
![](https://kkklao.com/wp-content/uploads/2022/09/2-41.jpg)
ພ້ອມນັ້ນ ຍັງຖ້ວມເນື້ອທີ່ທຳການຜະລິດ, ສັດລ້ຽງຂອງ ພໍ່ແມ່ປະຊາຊົນ, ໂຮງຮຽນ, ລະບົບຊົນລະປະທານ, ລະບົບນ້ຳລິນ ເຮັດໃຫ້ພໍ່ແມ່ປະຊາຊົນ ມີຄວາມຫຍຸ້ງຍາກໃນການດຳລົງຊີວິດປະຈຳວັນ.
![](https://kkklao.com/wp-content/uploads/2022/09/1-43.jpg)
ສຳລັບ ເມືອງກະລຶມ ແລະ ເມືອງດາກຈຶງ ເປັນເມືອງທີ່ ໄດ້ຮັບຜົນກະທົບຫລາຍກວ່າໝູ່ ເນື່ອງຈາກມີຊາຍເເດນຕິດກັບ ສສ ຫວຽດນາມ ຊຶ່ງເປັນເຂດທີ່ມີລົມພາຍຸພັດຜ່ານ ເຊິ່ງໄດ້ສົ່ງຜົນກະທົບຕໍ່ປະຊາຊົນໂດຍກົງ, ລວມມີ 28 ບ້ານ, ສູນຫາຍ 1 ຄົນ (ເມືອງດາກຈຶງ), ເສັ້ນທາງ 20 ເສັ້ນ, ລະບົບນໍ້າລິນ 1 ແຫ່ງ, ໄຟຟ້າ 1 ຈຸດ;
![](https://kkklao.com/wp-content/uploads/2022/09/3-33.jpg)
ໃນວັນທີ 28 ລະດັບນໍ້າເຊກອງ ສາມາດແທກໄດ້ 14,26 ແມັດ ເວລາ 19:00 ໂມງ ແລະ ສາຂາຂອງແມ່ນ້ຳເຊກອງ ເກີດມີນໍ້າຖ້ວມຂັງ, ນໍ້າປ່າໄຫລຊຸ; ມາຮອດວັນທີ 29 ລະດັບນ້ຳເຊກອງ ໄດ້ລົດລົງ ແທກໄດ້ 7,21 ແມັດ ເວລາ 9:00 ໂມງ ແລະ ສາຂາຂອງແມ່ນ້ຳເຊກອງ ແມ່ນໄດ້ລົດລົງເຊັ່ນກັນ.
![](https://kkklao.com/wp-content/uploads/2022/09/4-23-768x1024-1.jpg)
ຜົນກະທົບຈາກໄພພິບັດຄັ້ງນີ້ ໄດ້ສົ່ງຜົນເສຍຫາຍ ໃຫ້ 4 ຕົວເມືອງຄື: ເມືອງລະມາມ: ມີ 7 ບ້ານ, ນໍ້າຖ້ວມຂັງ 4 ຈຸດ, ເສັ້ນທາງສັນຈອນບໍ່ໄດ້ 2 ເສັ້ນ; ເມືອງທ່າແຕງ: ມີ 6 ບ້ານ, ນໍ້າຖ້ວມພື້ນທີ່ການຜະລິດ, ເສັ້ນທາງ 2 ຈຸດ, ເມືອງກະລຶມ: ໄດ້ຮັບຜົນກະທົບ 10 ບ້ານ, ລະບົບໄຟຟ້າ 1 ຈຸດ, ລະບົບນ້ຳລິນໃຊ້ການບໍ່ໄດ້ບາງຈຸດ.
![](https://kkklao.com/wp-content/uploads/2022/09/5-8.jpg)
ດິນເຊາະເຈື່ອນ ຖົມທາງ 9 ເສັ້ນ, ເມືອງດາກຈຶງ: ໄດ້ຮັບຜົນກະທົບ 5 ບ້ານສູນຫາຍ 1 ຄົນ, ລະບົບໄຟຟ້າ 1 ຈຸດ, ລະບົບນໍ້າລິນໃຊ້ການບໍ່ໄດ້ບາງຈຸດ, ດິນເຊາະເຈື່ອນຖົມທາງ 7 ເສັ້ນ (ບໍ່ສາມາດໄປມາໄດ້), ສໍາລັບຂໍ້ມູນຜົນກະທົບ-ຜົນເສຍຫາຍບໍ່ທັນຮູ້ອັນລະອຽດເທື່ອ ຈະມີການລາຍງານໃຫ້ຮັບຊາບພາຍຫລັງ.
![](https://kkklao.com/wp-content/uploads/2022/09/6-7-1024x768-1.jpg)
ສຳລັບມາດຕະການແກ້ໄຂ ການຊ່ວຍເຫລືອສຸກເສີນ ເບື້ອງຕົ້ນ ຂັ້ນແຂວງໄດ້ອອກແຈ້ງການຂໍ້ມູນຂ່າວສານເຕືອນໄພລ່ວງໜ້າ ໃຫ້ປະຊາຊົນຮັບຮູ້ເພື່ອກຽມຄວາມພ້ອມຕອບໂຕ້ ແລະ ຮັບມືກັບເຫດການຕ່າງໆໃຫ້ທັນກັບສະພາບການ; ລະດົມກຳລັງລົງກູ້ໄພຊ່ວຍເຫລືອສຸກເສີນ ປະຊາຊົນທີ່ປະສົບເຄາະຮ້າຍຈາກລົມພາຍຸ ແລະ ນ້ຳປ່າໄຫລຊຸ ໂດຍນໍາໃຊ້ເຮືອກູ້ໄພ ຊ່ວຍເຫລືອຍົກຍ້າຍບຸກຄົນທີ່ຖືກນໍ້າຖ້ວມ ໄປຢູ່ບ່ອນປອດໄພ;
![](https://kkklao.com/wp-content/uploads/2022/09/9-5.jpg)
ໄດ້ແຕ່ງຕັ້ງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ປະຈຳການ 24 ຊົ່ວໂມງ, ຕິດ ຕາມ ແລະ ເຝົ້າລະວັງ ພາຍຸໂນຣຸ ເພື່ອກຽມພ້ອມຮັບມື ແລະ ຕອບໂຕ້; ໄດ້ຮັບງົບປະມານການຊ່ວຍເຫຼືອຈາກຂັ້ນແຂວງ ເປັນເງິນສົດ ຈຳນວນ 40 ລ້ານກີບ ເພື່ອນໍາໃຊ້ເຂົ້າໃນວຽກງານຄຸ້ມຄອງໄພພິບັດ ແລະ ໃຫ້ການຊ່ວຍເຫລືອຜູ້ທີ່ປະສົບໄພພິບັດໃນເບື້ອງຕົ້ນ.
![](https://kkklao.com/wp-content/uploads/2022/09/10-1-472x1024-1.jpg)