ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພະຫັດ 18, ເດືອນສິງຫາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ໃນບຣາຊິວຕິດຕໍ່ງ່າຍເຖິງ 2.2 ເທົ່າ

Staff by Staff
ເດືອນມີນາ 6, 2021
in ຂ່າວຕ່າງປະເທດ
0
Home ຂ່າວຕ່າງປະເທດ

ສຳນັກຂ່າວ CNN ລາຍງານໃນວັນທີ 2 ມີນາ 2021 ວ່າ: ຜົນການສຶກສາໃໝ່ ຂອງນັກວິໄຈໃນປະເທດບຣາຊິວ ແລະ ອັງກິດພົບວ່າ ເຊື້ອໄວຣັສໂຄວິດ-19 ກາຍພັນ ສາຍພັນທີ່ພົບເປັນຄັ້ງທຳອິດໃນປະເທດບຣາຊິວ ຫຼື ເຊື້ອໄວຣັດ P.1ອາດຕິດຕໍ່ໄດ້ງ່າຍກວ່າສາຍພັນປົກກະຕິສູງເຖິງ 2.2 ເທົ່າ ແລະ ອາດຈະຫຼົບຫຼີກພູມຄຸ້ມກັນກ່ອນການຕິດເຊື້ອຄັ້ງກ່ອນຫຼາຍເຖິງ 61%.ເອກະສານທາງວິຊາການທີ່ຍັງບໍ່ໄດ້ຮັບການຕີພິມລະບຸວ່າ: ໄວຣັສ P.1 ເຊື່ອມໂຍງກັບຈຳນວນເພີ່ມຂື້ນຂອງຜູ້ຕິດເຊຶ້ອ COVID-19. ໃນຢູ່ເມືອງ

Manas (ມານາອັດ) ປະເທດບຣາຊິວ, ໂດຍຈາກການເກັບຕົວຢ່າງໄວຣັສ ລະຫວ່າງເດືອນພະຈິກປີ 2020 ຫາ ເດຶອນມັງກອນ ປີ 2021 ນັກວິທະຍາສາດພົບວ່າ ອັດຕາສ່ວນຂອງໄວຣັດ P.1 ທີ່ພົບໃນຕົວຢ່າງເພີ່ມຂື້ນຈາກ 0 ໄປເຖິງ 87% ພາຍໃນເວລາ 7 ອາທິດ.ພວກເຂົາຍັງພົບການກາຍພັນເຖິງ 17 ຈຸດ, ລວມເຖິງການກາຍພັນຂອງກົດອາມິໂນ (amino) ຕຳແໜ່ງທີ່ 501 ເອີ້ນວ່າ ‘N501Y’, ແບບດຽວກັນກັບທີ່ພົບໃນໄວຣັສໂຄວິດ-19ກາຍພັນອັງກິດ ແລະ ອາຟຣິກາໃຕ້ ເຊິ່ງເຊື່ອກັນວ່າ

ເຮັດໃຫ້ເຊື້ອໄວຣັສເກາະຕິດກັບເຊວຂອງມະນຸດໄດ້ງ່າຍຂື້ນ ແລະ ການກາຍພັນຂອງກົດອະມິໂນທີ່ຢູ່ໃນ ຕຳແໜ່ງ 484 ທີ່ມີຊື່ວ່າ ‘E484K’ ເຊິ່ງພົບໃນສາຍພັນອາຟຣິກາໃຕ້ອີກດ້ວຍ. ເຊິ່ງເຊື່ອກັນວ່າຈະເຮັດໃຫ້ເຊື້ອໄວຣັສສາມາດ ຫຼື ຫຼີກລ່ຽງພູມຕ້ານທານໄດ້ຫຼາຍຂື້ນນັກວິທະຍາສາດໄດ້ສ້າງແບບຈຳລອງເພື່ອກວດກາຜົນກະທົບຈາກການກາຍພັນດັ່ງກ່າວ ທີ່ມີຕໍ່ຄວາມສາມາດໃນການຕິດຕໍ່ ຂອງໄວຣັສໂຕນີ້ ໄດ້ພົບວ່າ ໄວຣັດ P.1 ມີອັດຕາການຕິດຕໍ່ຫຼາຍກວ່າໂຄວິດ-19 ສາຍພັນອື່ນໆ. ລວມເຖີງສາຍພັນທຳອິດ1,4 – 2,2 ເທົ່າ.

ແລະ ມີໂອກາດຫຼີກລ່ຽງພູມຄຸ້ມກັນຈາກການຕິດເຊື້ອໂຄວິດ-19 ເທື່ອກ່ອນ 25% ເຖິງ 65%.ພ້ອມກັນນັ້ນ, ອັງກິດກໍລາຍງານໃນອາທິດນີ້ວ່າ: ພົບຜູ້ຕິດເຊື້ອໄວຣັດໂຄວິດ-19 ກາຍພັນ P.1 ໃນປະເທດຈຳນວນ 6 ຄົນ. ເວລາດຽວກັນນັ້ນ, ໃນສະຫະລັດພົບ 10 ຄົນ ໃນ5 ລັດໄດ້ແກ່ : ລັດ Alaska, Florida, Maryland,

Minnesota ແລະ Oklahoma.ເຖິງຢ່າງໃດກໍ່ຕາມ, ຜູ້ຊ່ຽວຊານເຕືອນວ່າ: ຜົນວິໄຈລ່າສຸດບໍ່ສາມາດໃຊ້ເພື່ອຄາດການວ່າສິ່ງທີ່ເກີດຂື້ນໃນອັງກິດໄດ້. ໃນຂະນະທີ່ ສາດສະດາຈານ Ester Sabino ຈາກມະຫາວິທະຍາໄລເຊົາເປົາໂລ (Sao Paulo) ໃນປະເທດບຣາຊິວກ່າວວ່າ: ຕ້ອງມີຜູ້ຕິດເຊຶ່ອຫຼາຍກ່ອນນິ້ ການລະບາດຈຶ່ງຈະເລີ່ມຕົ້ນຂື້ນ ເພາະ 6 ຄົນ ເປັນຈຳນວນທີ່ໜ້ອຍຫຼາຍ ແລະ ເຊື່ອວ່າ ຖ້າເບິ່ງແຍງຮັກສາແລະ ປະຕິບັດຕາມຄຳແນະນຳຕົວເລກຈະຫຼຸດລົງ.ຮຽບຮຽງຂ່າວ: ມົນລະດີ

ShareTweetShare
Next Post
ອຍ ເຕືອນ…!!! ອາຫານເສີມເພີ່ມຄວາມສູງ ບໍ່ມີຢູ່ຈິງ

ອຍ ເຕືອນ...!!! ອາຫານເສີມເພີ່ມຄວາມສູງ ບໍ່ມີຢູ່ຈິງ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ຮີບເບິ່ງແລ້ວປ່ຽນດ່ວນ! ຄວາມແຕກຕ່າງລະຫ່ວາງດື່ມນໍ້າເຢັນ ແລະ ນໍ້າອຸ່ນ ອ່ານເພື່ອຄວາມຮູ້

    ຮີບເບິ່ງແລ້ວປ່ຽນດ່ວນ! ຄວາມແຕກຕ່າງລະຫ່ວາງດື່ມນໍ້າເຢັນ ແລະ ນໍ້າອຸ່ນ ອ່ານເພື່ອຄວາມຮູ້

    0 shares
    Share 0 Tweet 0
  • ດ່ວນໆ… ປະກາດຕາມຫາພີ່ນ້ອງເກີດອຸປະຕິເຫດ ອາການສາຫັດ

    0 shares
    Share 0 Tweet 0
  • ເສຍສະຫຼະເວລາອ່ານ! ຄະຕິແລະຂໍ້ຄິດມາຝາກໃຫ້ຄົ້ນຄິດ

    0 shares
    Share 0 Tweet 0
  • ຮູ້ໄວ້! ຜົນເສຍຂອງໃບກະທ່ອມ

    0 shares
    Share 0 Tweet 0
  • ຂ່າວດີ! ແຊຣ໌ດ່ວນ ລາຄານໍ້າມັນມີການປັບລົງອີກຮອບ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ມຽນມາ ກຽມນຳເຂົ້ານ້ຳມັນເຊື້ອໄຟ ຈາກຣັດເຊຍ
  • ສົດໆຮ້ອນໆ ນ້ຳຖ້ວມ ກະທັນຫັນ ບ້ານນ້ຳແອ່ງ ເມືອງວຽງພູຄາແຂວງຫຼວງນ້ຳທາ
  • ກວດພົບຍິງສາວ ຢູ່ຮ້ານຍິບຍັບ
  • ຈຳຄຸກ ຍິງໄວ 36 ປີ ຖານຄອບຄອງອາວຸດ.
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...