ການປຸ້ນ ຈີ້ເອົາລົດຈັກຢູ່ຕາມເສັ້ນທາງປ່ຽວ ຫຼື ເວລາກາງຄືນຖືວ່າເປັນປະກົດການຫຍໍ້ທໍ້ໃໝ່ ທີ່ເກີດຂຶ້ນໃນສັງຄົມໃນປັດຈຸບັນ, ໂດຍສະເພາະຢູ່ນະຄອນຫຼວງວຽງຈັນ.
ປະກົດການຫຍໍ້ທໍ້ດັ່ງກ່າວ ພວກໂຈນຈະເລືອກເຫຍື່ອໂດຍສະເພາະເປັນຜູ້ຍິງທີ່ຂີ່ລົດໄປຄົນດຽວ ຫຼື 2 ຄົນ ລວມທັງໄວລຸ້ນຜູ້ຊາຍທີ່ຂີ່ລົດໄປຄົນດຽວ ຊຶ່ງການກະທໍາຂອງພວກໂຈນນັ້ນ ແມ່ນຈະຢັນໃຫ້ລົດລົ້ມແລ້ວ ເອົາລົດໄປຊຶ່ງການກະທໍາດັ່ງກ່າວແມ່ນບໍ່ຄໍານຶງເຖິງເຫຍື່ອວ່າຈະໄດ້ຮັບບາດເຈັບ ຫຼື ເສຍຊີວິດແຕ່ຢ່າງໃດ ນອກນັ້ນ, ຍັງມີການໃຊ້ມີດ ແລະ ປືນຈີ້ເອົາລົດຈາກເຫຍື່ອໃນເວລາຈອດຢູ່ກໍມີ.
![](https://kkklao.com/wp-content/uploads/2022/09/5-1024x615-1.png)
ດັ່ງກໍລະນີທີ່ເກີດເຫດປຸ້ນຈີ້ເອົາລົດຈັກຜູ້ຍິງ ເມື່ອວັນທີ 18 ກັນຍາ 2022 ທີ່ຜ່ານມາ ເວລາ 18:51 ຢູ່ເສັ້ນທາງບ້ານດົງນາທອງ ເມືອງສີໂຄດຕະບອງ ແລະ ກໍລະນີໜຶ່ງໄດ້ເກີດເຫດປຸ້ນເອົ່າລົດຈັກຜູ້ຍິງເຊັ່ນກັນໃນວັນທີ 1 ພຶດສະພາ ທີ່ຜ່ານມາ ຢູ່ບ້ານໜອງວຽງຄໍາ ເມືອງໄຊທານີ ໃນເວລາ 19:00 ຫາ 20:00 ໂດຍມີໂຈນ 2 ຄົນຂີ່ມາປະກົບລາວ ແລະ ຢັນລົດລາວຈົນລົ້ມ ແລ້ວເອົາລົດລາວໄປ.
ຕໍ່ສະພາບປະກົດການຫຍໍ້ທໍ້ດັ່ງກ່າວມັນໄດ້ຮຽກຮ້ອງໃຫ້ເຈົ້າໜ້າທີ່ຕໍາຫຼວດຕ້ອງໄດ້ເພີ່ມທະວີມາດຕະການໃນການປ້ອງກັນເຫດການດັ່ງກ່າວ,ລວມທັງທຸກຄົນໃນສັງຄົມຈົ່ງມີສະຕິລະວັງຕົວນໍາກັນໃນການປ້ອງ