ສະບາຍດີແອັດມິນນ້ອງມີເລື່ອງຢາກເລົ່າໃຫ້ຟັງເລື່ອງມີຢູ່ວ່າ ມີນັກຮຽນຄົນໜຶ່ງຕິດໂຄວິດ ລາວກໍ່ພັກຮັກສາຮ່າງກາຍຈົນຮອດ13ມື້ ແລ້ວລາວກໍ່ຊື້ເຄື່ອງກວດatk ມາກວດອີກຄັ້ງຜົນກໍ່ອອກເປັນຂີດດຽວ ລາວຈຶ່ງຖາມໝໍ ແລະ ຄູປະຈຳຫ້ອງວ່າສາມາດໄປໂຮງຮຽນເລີຍໄດ້ບໍ່ ໝໍກັບຄູຈຶ່ງວ່າໄດ້
![](https://kkklao.com/wp-content/uploads/2022/09/3-20-768x1024-1.jpg)
ມື້ຕໍ່ມາລາວໄດ້ໄປໂຮງຮຽນໂດຍໃນຕອນເຊົ້າຂອງຮຽນນຳ ຄູວິທະຍາສາດທຳມະຊາດທ່ານໜຶ່ງຕໍ່ມາ:ຄູຜູ້ນັ້ນຈຶ່ງຖາມລາວວ່າໄດ້ຍິນຂ່າວວ່າເຈົ້າຕິດໂຄວິດບໍນັກຮຽນຕອບ ແມ່ນອາຈານ
ອາຈານຖາມ ກັກໂຕໄດ້ຈັກມື້ແລ້ວ ນັກຮຽນຕອບ 13ມື້ ອາຈານຈຶ່ງເວົ້າຕໍ່ໃສ່ວ່າກັກໂຕບໍ່ຄົບຄືມາໂຮງຮຽນ ພ້ອມທັງບອກໃຫ້ໝູ່ເພື່ອນໃນຫ້ອງຢ່າໄປໃກ້ລາວ ໃຫ້ຍັບໜີຖອຍຫ່າງ
![](https://kkklao.com/wp-content/uploads/2022/09/2-29-768x1024-1.jpg)
ເຊິ່ງຕໍ່ມາ ອຈ ຜູ້ນັ້ນກໍ່ໄດ້ຍ່າງມາຫານັກຮຽນຜູ້ນັ້ນ ແລ້ວໃຊ້ສະເປແອວກໍຮໍສຳລັບລ້າງມື ສີດພົ່ນໃສ່ນັກຮຽນຜູ້ນັ້ນຢ່າງຫຼາຍພໍສົມຄວນ ໂດຍບໍ່ຄຳນຶງເຖິງຄວາມປອດໄພ ວ່າສະເປເຫຼົ່ານັ້ນ ຈະເຂົ້າຕາ,ເຂົ້າປາກນັກຮຽນບໍ່ ໂດຍໝູ່ເພື່ອນໃນຫ້ອງກໍ່ຫົວຂວັນສະອິກສະອື້ນ ເປັນການສ້າງຄວາມອັບອາຍ ແລະ ຝັງໃຈເຈັບ ແດ່ນັກຮຽນ
ມື້ຕໍ່ມາ ລາວຈຶ່ງໄດ້ໂພສລະບາຍລົງໂຊຊ້ຽວວ່າ ໂຄວິດມັນເປັນຈັ່ງຊີ້ເອງຈຶ່ງຮູ້ວ່າສັງຄົມມັນເປັນແບບໃດ ເຊິ່ງກໍ່ມີໝູ່ເພື່ອນ,ລຸ້ນອ້າຍເອື້ອຍຂອງລາວມາຄອມເມັ້ນ ພ້ອມເວົ້າໃສ່ການປະພຶດຂອງຄູຄົນນັ້ນ
ຈາກນັ້ນຄູຄົນນັ້ນກໍ່ເລີ່ມມີປາກສຽງກັບລຸ້ນອ້າຍຂອງລາວ ທາງໂລກອອນລາຍຈົນເປັນເລື່ອງໃຫຍ່ ຄູຄົນນັ້ນກ່າຍອມບໍ່ໄດ້ຈຶ່ງໃຊ້ວິທີຜະເດັດການດ້ວຍການໃຊ້ບັດເຊີນຜູ້ປົກຄອງຫານັກຮຽນຜູ້ທີ່ໂພສລົງເຊິ່ງກໍ່ຄືຜູ້ຖືກກະທຳ ດ້ວຍເລື່ອງມາລະຍາດດ້ານການປາກເວົ້າເຊິ່ງຮອດມື້ເຊີນຜູ້ປົກຄອງ ຜູ້ປົກຄອງຂອງລາວບໍ່ສະດວກມາ ຈຶ່ງມີແຕ່ລາວຄົນດຽວຂຶ້ນໄປເທິງຫ້ອງການ
![](https://kkklao.com/wp-content/uploads/2022/09/1-31-512x1024-1.jpg)
ໂດຍຄູຜູ້ນັ້ນກໍ່ເວົ້າເອົາດີໃສ່ໂຕ ເວົ້າວ່າລຸ້ນອ້າຍເອື້ອຍຂອງລາວຄືມາລຸມເວົ້າໃສ່ໂຕເອງ ລະໂຕເຈົ້າກໍ່ເປັນນັກຮຽນບໍ່ຄວນສະແດງອີ່ຫຍັງກ່ຽວກັບໂຮງຮຽນລົງໂຊຊ້ຽວ ໂດຍບໍ່ໄດ້ເວົ້າເຖິງສິ່ງທີ່ຕົນເຮັດ
ນັກຮຽນຜູ້ນັ້ນເມື່ອຢູ່ທ່າມກາງສະຖານະການແບບນັ້ນ ຈຶ່ງຈຳໃຈຂໍໂທດອາຈານໄປ ໃນສີ່ງທີ່ຕົນບໍ່ໄດ້ເຮັດຜິດເພາະທົນຮັບແຮງກົດດັນບໍ່ໄຫວໝົດສັດທາໃນການສຶກສາລາວຈຶ່ງຈຳໃຈອອກຈາກໂຮງຮຽນແຫ່ງນັ້ນ
![](https://kkklao.com/wp-content/uploads/2022/09/IMG_20220925_201757-1024x797-1.jpg)
ທີ່ມາ
![](https://kkklao.com/wp-content/uploads/2022/09/IMG_20220925_203121-712x1024-1.jpg)
ພິກັດ ໂຮງຮຽນNo1ໃນດິນແດນໄດໂນເສົາ