ເນື່ອງຈາກຝົນຕົກຫນັກ ລົມພັດແຮງໃນຄໍ່າຄືນຂອງ ວັນທີ 20 ກັນຍາ 2022ຜ່ານມານີ້ ຢູ່ທີ່ ບ້ານ ຫ້ວຍງ້ວນ ເມືອງ ງາ ແຂວງອຸດົມໄຊ ໄດ້ເກີດເຫດມີຟ້າຜ່າງົວຂອງປະຊາຊົນຕາຍຈໍານວນ 26 ໂຕ ເຊິ່ງຄາດວ່າໄດ້ສ້າງຄວາມເສຍຫາຍເກືອບ 200.000.000 ລ້ານກີບ
![](https://kkklao.com/wp-content/uploads/2022/09/2-23.jpg)
ອີງຕາມການໃຫ້ຂໍ້ມູນເບິ່ງຕົ້ນຂອງທ່ານ ບຸນແພງ ເຊຍເຍລີ ຫົວຫນ້າຫນ່ວຍງານລ້ຽງສັດ ຫ້ອງການກະສິກຳແລະປ່າໄມ້ເມືອງໃຫ້ຮູ້ວ່າ ງົວດັ່ງກ່າວແມ່ນງົວຂອງທ້າວ ໄມ່ແສງ ມີທັງຫມົດ 30 ໂຕ ຖືກຟ້າຜາ 26ໂຕ
![](https://kkklao.com/wp-content/uploads/2022/09/3-12.jpg)
ທັງນິ້, ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງງາ ໄດ້ແນະນໍາໃຫ້ຝັງງົວທີ່ຕາຍທັງຫມົດຕາມຫລັກວິຊາການ ແລະ ຫ້າມນໍາມາບໍໂພກເພາະອາດຈະມີຄວາມສ່ຽງໃນການຕິດເຊື້ອຈາກສັດສູ່ຄົນໄດ້
![](https://kkklao.com/wp-content/uploads/2022/09/1-25.jpg)
ຂໍ້ມູນ: Media Laos