ເປັນການສູນເສຍທີ່ແສນຈະເຈັບປວດທີ່ສຸດ ຂອງວົງການເພງລາວ ວົງການໝໍລຳລາວໄຕ້ ທີ່ໄດ້ສູນເສຍ ສີນລະປີນສາວ ຫລາຍຄວາມສາມາດ ພອນສະຫັວນ ໃນການຮ້ອງ ການລຳ ໄດ້ແບບຄົບເຄື່ອງ .
![](https://kkklao.com/wp-content/uploads/2022/09/5-2-832x1024-1.jpg)
ໃນຕອນເຊົ້າຂອງວັນທີ 21 ກັນຍາ 2022 ປະຊາຊົນ ໄດ້ພົບສົບ ຮ່າງໄຮ້ວິນຍານ ຂອງ ໝໍລຳ ອິນແຕ່ງ ແກ້ວບົວລາ ທີ່ຟູເທີງໜ້ານ້ຳ ທີ່ຫາງບ້ານເວີນ ປາກຫ້ວຍຍາງ ເມືອງ ມຸນລະປາໂມກ ແຂວງ ຈຳປາສັກ
![](https://kkklao.com/wp-content/uploads/2022/09/2-18-1024x576-1.jpg)
ຂໍສະແດງຄວາມເສຍໃຈນຳ ຄອບຄົວ ພໍ່ ບຸນທອງ ແກ້ວບົວ ລາ ແລະ ຊາວຄະນະ ດອກຟ້າເພັດໂພນທອງ ທີ່ໄດ້ສູນເສຍ ລູກສາວ ນັກຮ້ອງດາວຄະນະ ທີ່ແສນຮັກ ໃນການຈາກໄປບໍ່ມີມື້ຫວນກັບມາ ຂອງໝໍລຳ ອິນແຕ່ງ ແກ້ວບົວລາ ດອກຟ້າເພັດໂພນທອງ .ໝໍລຳດາວຈະຣັດຟ້າ …
ຂໍໃຫ້ດວງວິນຍານ ໄປສູ່ສວງສະຫັວນຊັ້ນດາວວະດຶງ ໄປເປັນນາງຟ້າ ຜູ້ແສນງົດງາມ..
ທຸກໆຜົນງານເພງທີ່ສ້າງມາຈະເປັນຄວາມຊົງຈຳທີ່ດີທີ່ລ້ຳຄ່າ ແລະ ຈະຍັງດັງກ້ອງກັງວານ ໃນໃຈມິດຮັກໝໍແຄນ ແຟນໝໍລຳ …ຕະຫລອດການ….
![](https://kkklao.com/wp-content/uploads/2022/09/3-7-473x1024-1.jpg)
ຫາກໃຜຢາກກິນທານນຳຄອບຄົວເອື້ອຍອິນແຕ່ງ ນີ້ແມ່ນເລກບັນຊີຂອງພໍ່ເອື້ອຍອິນແຕ່ງຢ່າງແທ້ຈິງ ສາມາດໂອນເຂົ້າບັນຊີພໍ່ລາວໂດຍຕົງເລີຍເດີ້
ເລກບັນຊີ: 0411213797779 ຊື່ບັນຊີ: BOUNTHONG KEOBOUALA MR
![](https://kkklao.com/wp-content/uploads/2022/09/6-2-1024x1024-1.jpg)