ປະກາດ ກອງປະກວດ Miss Fabulous Laos ຂໍແຈ້ງໃຫ້ທຸກທ່ານຮັບຊາບວ່າ: “ໂຄງການປະກວດ Miss Fabulous Laos 2022 ທີ່ເປີດໂອກາດໃຫ້ສາວງາມຂ້າມເພດ (ສາວປະເພດສອງ)
![](https://kkklao.com/wp-content/uploads/2022/09/FB_IMG_1663304702613-768x1024-1.jpg)
ສາມາດຮ່ວມປະກວດໄດ້ກັບແມ່ຍິງແທ້ໂດຍກຳເນີດ” ຕ້ອງໄດ້ຖືກຢຸດຕິການເຄື່ອນໄຫວ ແລະ ໂຈະກິດຈະກຳທັງໝົດລົງ ຊຶງເລີ່ມຕັ້ງແຕ່ບັດນີ້ເປັນຕົ້ນໄປ
![](https://kkklao.com/wp-content/uploads/2022/09/FB_IMG_1663304468839-1024x1024-1.jpg)
ເພື່ອອີງຕາມໜັງສືແຈ້ງການຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ
- ສະບັບເລກທີ 766 / ຫກ, ລົງວັນທີ 24 ສິງຫາ 2022
- ສະບັບເລກທີ 830 / ຫກ, ລົງວັນທີ 09 ກັນຍາ 2022 ດັ່ງນັ້ນ ກອງປະກວດ Miss Fabulous Laos ຂໍຂອບໃຈມາຍັງຜູ້ສະໜັບສະໜູນທຸກທ່ານ ແລະ ທຸກພາກສ່ວນ ລວມໄປເຖິງບັນດາແຟນໆນາງງາມທຸກຄົນ ທີ່ໃຫ້ການສະໜັບສະໜູນກອງປະກວດພວກເຮົາມາໂດຍຕະຫຼອດ ສຸດທ້າຍນີ້ ພວກເຮົາຫວັງຢ່າງຍິ່ງວ່າໃນອະນາຄົດອັນໃກ້ໆນີ້ ຈະມີກົດໝາຍອອກມາຮັບຮອງສິດທິຂັ້ນພື້ນຖານ ໃຫ້ແກ່ກຸ່ມຄົນຫຼາກຫຼາຍທາງເພດ ຫຼື LGBTQ+ ໃຫ້ມີຄວາມເທົ່າທຽມໃນສັງຄົມດ້ວຍ
![](https://kkklao.com/wp-content/uploads/2022/09/FB_IMG_1663304438851-792x1024-1.jpg)
ຂໍຂອບໃຈ