ຍາມນີ້ຫຼາຍຜູ້ຫຼາຍຄົນຕົກວຽກຕົກງານ ຫາຍາກວ່າຊ້ານ! ແຕ່ວ່າບໍລິສັດນີ້ເພິ່ນກຳລັງຕ້ອງການຄົນເອົາສາຍຕັດຫຍິບ, ຫຍິບບໍເປັນເພິ່ນສອນໃຫ້ ແບບນີ້ເປັນຕາຢາກໄປຢູ່ໃຜສະດວກເຮັດວຽກຢູ່ຈຳປາສັກໄປສະໝັກໂລດເດີ້ ແອັດເອົາມາຝາກບໍ່ແມ່ນແອັດເປັນຜູ້ຮັບໄດລະ!ບໍລິສັດ ພາວເວີ (ປາກເຊ) ຈໍາກັດ ແມ່ນບໍລິສັດ ຍີ່ປຸ່ນ ທີ່ກໍາລັງຜະລິດເຄື່ອງເດັກນ້ອຍ ເພື່ອສົ່ງອອກຕ່າງປະເທດ ຕ້ອງການຮັບສະຫມັກພະນັກງານຈໍານວນຫລາຍ ລາຍລະອຽດດັ່ງລຸ່ມນີ້:

ເງື່ອນໄຂຂອງຜູ້ສະມັກ:ຜູ້ທີ່ຫຍີບບໍ່ເປັນ ທາງບໍລິສັດຈະຝຶກໃຫ້ ແລ້ວຮັບເປັນພະນັກງານບໍລິສັດເລີຍ. ຜູ້ທີ່ຮຽນຈົບໃໝ່ໆ ສາຂາຕັດຫຍີບ ຜູ້ທີ່ມີປະສົບການດ້ານການຕັດຫຍິບ

ມາກ່ອນ ທາງບໍລິສັດຈະພິຈາລະນາເປັນພິເສດ.ສໍາລັບຄົນຢູ່ໄກ, ທາງບໍລິສັດມີຫໍພັກໃຫ້ຢູ່ ແລະ ມີລົດຮັບ-ສົ່ງ ເຂົ້າເຮັດວຽກທຸກວັນ ບໍ່ພຽງເທົ່ານັ້ນຜູ້ແນະນໍາຄົນໃຫ້ບໍລິສັດ ພາຍຫຼັງບໍລິສັດຮັບເຂົ້າເປັນພະນັກງານຂອງບໍລິສັດແລ້ວ ທາງບໍລິສັດຈະມີຄ່າແນະນໍາໃຫ້ອີກຄົນລະ 10,000 ກີບໃຫ້ຜູ້ແນະນໍາ.

ຜູ້ທີ່ສົນໃຈ ກະລຸນາຕິດຕໍ່ຫາພວກເຮົາ. ໂທ: 031 256 325; 020 9648 8843 (ນ. ຕຸກຕາ) ຫລື ທ່ານສາມາດເຂົ້າມາເອົາແບບຟອມຮັບສະມັກພະນັກງານຢູ່ບໍລິສັດດ້ວຍຕົນເອງ ສະຖານທີ່ຕັ້ງ: ບ້ານຫລັກ19 ເມືອງປະທຸມພອນ ແຂວງຈຳປາສັກ.ຂອບໃຈຮູບຈາກ ສູນພັດທະນາສີມືຕັດຫຍິບ
Discussion about this post