World Forum ລາຍງານວ່າ ເມື່ອເວລາປະມານ 11:30 ຂອງວັນທີ່ 1 ເດືອນ ມີນາ ປີ 2021 ມີເຫດການສຸດຊອ໋ກທີ່ກຸງ ພະນົມເປນ ປະເທດ ກຳປູເຈຍ ເມື່ອລູກຈ້າງເປັນຜູ້ຊາຍ ອາຍຸ 21 ປີ ວາງແຜນປຸ້ນບ້ານຂອງນາຍຈ້າງທີ່ຖືກເລີກຈ້າງແລ້ວກັບເຂົ້າມາສະໝັກເປັນຄົນຂັບລົດໃໝ່
ໂດຍການຊັກຊວນໝູ່ອີກ 3 ຄົນ ມາຮ່ວມປຸ້ນບ້ານນາຍຈ້າງທີ່ເປັນເຖົ້າແກ່ເຈົ້າຂອງອຸດສາຫະກຳໄຟຟ້າ ເຊີ່ງຄົນຮ້າຍທັງ 4 ຄົນນີ້ພົກອາວຸດສົງຄາມເປັນປືນ AK47 ພ້ອມອຳພາງໃບໜ້າ ບຸກເຂົ້າຈີ້ເຈົ້າຂອງບ້ານ ແລະ ລູກໆ
ພ້ອມຄົນໃຊ້ໃນບ້ານທັງໝົດ 10 ຄົນ ຄົນຮ້າຍບັງຄັບໃຫ້ນາຍຈ້າງເຊັນເຊັກໃຫ້ເປັນຈຳນວນເງີນ 1 ລ້ານໂດລາ ພ້ອມທັງປຸ້ນຂອງມີຄ່າໃນຕູ້ເຊບອີກເປັນຈຳນວນຫຼາຍ
ເຊີ່ງການປຸ້ນເທື່ອນີ້ຄົນຮ້າຍໄດ້ແບ່ງອອກເປັນ 2 ທີມ ທີມທີ່ 1 ຈັບລູກໆຂອງນາຍຈ້າງໄປທະນາຄານ ເພື່ອໄປຂື້ນເຊັກ ແລະ ກຸ່ມທີ່ 2 ຈັບນາຍຈ້າງໄວ້ ເພື່ອຖ້າຮັບໂທລະສັບຕອນພະນັກງານທະນາຄານໂທມາຖາມເລື່ອງການອານຸມັດເຊັກ
Discussion about this post