ໃນວັນທີ 24/7/2022 ເວລາ 4:00 ໂມງ ເກີດເຫດໂຈນດຶງກະເປົ໋າ ເຮັດໃຫ້ລົດຈັກຜູ້ຖືກດຶງກະເປົ໋າລົ້ມ ຜູ້ຂັບຂີ່ຫົວຟາດພື້ນເສຍຊີວິດ.
![](https://kkklao.com/wp-content/uploads/2022/07/1-46.jpg)
ຜູ້ເຄາະຮ້າຍ ຊື່ນາງ ວອນວິໄລ ອາຍຸ 25 ປີ ບ້ານດອນສ້າງໄຜ່ ເມືອງປາກງື່ມ ພ້ອມຫມູ່ 1 ຄົນ ໄດ້ຂີ່ລົດຈັກໄປຕະຫລາດເພື່ອໄປຊື້ເຄື່ອງມາຂາຍຢູ່ເສັ້ນທາງ 450 ປີ, ພໍໄປຮອດ ລະຫວ່າງບ້ານໂຄກສະອາດ ເມືອງໄຊທານີ ນະຄອນຫລວງວຽງຈັນ ໄດ້ມີຄົນຮ້າຍ 2 ຄົນ ເພດຊາຍຂີ່ລົດ ເວບ100 ໄດ້ມາດຶງກະເປົາຂອງນາງ ວອນວິໄລ ເຮັດໃຫ້ລົດເສຍຫລັກລົ້ມຫົວຟາດພື້ນຮຸນແຮງ ເສຍຊີວິດຄາທີ່ ສ່ວນຫມູອີກ 1 ຄົນບາດເຈັບສົມຄວນ.
![](https://kkklao.com/wp-content/uploads/2022/07/33-4.png)
ສຳລັບຄົນຮ້າຍແມ່ນໄດ້ເງິນໄປຈຳນວນ 3 ລ້ານ ໜີໄປໄດ້, ຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ເສຍຊີວິດ ແລະ ຂໍໃຫ້ຈັບຄົນຮ້າຍໄດ້ໄວໆ.
Discussion about this post