ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອັງຄານ 30, ເດືອນພຶດສະພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບບໍ່ເປັນທາງການ ແບບທາງໄກ

Staff by Staff
ເດືອນມີນາ 3, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ວັນທີ 2 ມີນາ 2021 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມລັດ ຖະມົນຕີຕ່າງປະເທດອາຊຽນແບບບໍ່ເປັນທາງການ ແບບທາງໄກ, ພາຍໃຕ້ການເປັນປະທານຂອງ ບຣູໄນ ດາຣູຊາລາມ (ປະເທດປະທານອາຊຽນ ສົກປີ 2021) ແລະ ມີການເຂົ້າຮ່ວມຂອງບັນດາລັດຖະມົນຕີຕ່າງປະເທດອາຊຽນອື່ນ ແລະ ເລຂາທິການໃຫຍ່ອາຊຽນ.

ກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025; ການກະກຽມຮ່າງວິໄສທັດປະຊາຄົມອາຊຽນ ຫຼັງປີ 2025; ການຈັດຕັ້ງປະຕິບັດບັນດາຂໍ້ລິເລີ່ມອາຊຽນ ເພື່ອຮັບມື ແລະ ແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນ: ການຜັນຂະຫຍາຍແຜນຟື້ນຟູຮອບດ້ານອາຊຽນ, ການນໍາໃຊ້ກອງທຶນອາຊຽນສ່ວນໜຶ່ງເພື່ອຈັດຊື້ຢາວັກແຊງຕ້ານພະຍາດໂຄວິດ-19 ສໍາລັບປະຊາຊົນອາຊຽນ, ການສ້າງແລວການເດີນທາງອາຊຽນ; ແລະ ອື່ນໆ.

ໃນນີ້, ກອງປະຊຸມ ຍັງໄດ້ຢໍ້າຄືນຄວາມສໍາຄັນຂອງການສືບຕໍ່ຮັກສາຄວາມສາມັກຄີເປັນປຶກແຜ່ນ ແລະ ຄວາມເປັນແກນກາງຂອງອາຊຽນ ແລະ ການຍຶດຖືຫຼັກການຮ່ວມມືຫຼາຍຝ່າຍ ເພື່ອຮັບມື ແລະ ແກ້ໄຂບັນດາສິ່ງທ້າທາຍທີ່ອາດຈະເກີດຂຶ້ນຢູ່ລະດັບພາກພື້ນ ແລະ ສາກົນ ລວມທັງການປະກອບສ່ວນສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຄົມອາຊຽນ.

ກອງປະຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບການຮ່ວມມື ລະຫວ່າງ ອາຊຽນ ກັບພາຍນອກ ໂດຍໄດ້ຮັບຮອງເອົາເອກະສານວ່າດ້ວຍມາດຖານເງື່ອນໄຂການຮັບເຂົ້າເປັນຄູ່ຮ່ວມມືຂອງອາຊຽນ; ໄດ້ສືບຕໍ່ປຶກສາຫາລືຂໍ້ສະເໜີຂອງບັນດາປະເທດທີ່ສົນໃຈເຂົ້າເປັນຄູ່ຮ່ວມມືກັບອາຊຽນ ແລະ ການເຂົ້າເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ (TAC) ລວມທັງຂໍ້ສະເໜີຂອງອັງກິດ ເຂົ້າເປັນຄູ່ເຈລະຈາອາຊຽນ.

ນອກຈາກນີ້, ບັນດາລັດຖະມົນຕີ ຍັງໄດ້ແລກປ່ຽນຄວາມຄິດເຫັນຕໍ່ບາງບັນຫາທີ່ພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ. ພິເສດ, ລັດຖະມົນຕີຕ່າງປະເທດມຽນມາ ໄດ້ແຈ້ງໃຫ້ກອງປະຊຸມຮັບຊາບ ກ່ຽວກັບສະພາບການພາຍໃນຂອງມຽນມາ.

ທີ່ມາ: ກົມການຂ່າວ, ກະຊວງການຕ່າງປະເທດ

ShareTweetShare
Next Post
ເດີນທາງຮອດໄທແລ້ວ ແລະ ກັກໂຕ 14 ມື້ ກ່ອນຂຶ້ນເຮືອບິນ ໄປຮ່ວມປະກວດ Miss Grand International

ເດີນທາງຮອດໄທແລ້ວ ແລະ ກັກໂຕ 14 ມື້ ກ່ອນຂຶ້ນເຮືອບິນ ໄປຮ່ວມປະກວດ Miss Grand International

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ເຮັດແທ້ປົດ ຕຳຫລວດຊັ້ນພັນໂທ ຢູ່ ປກສ ສະຫວັນນະເຂດ ຖືກປົດອອກຈາກກຳລັງປ້ອງກັນຄວາມສະຫງົບ 5 ສະຫາຍ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ຈັງແມ່ນດວງເຮັ່ງແທ້ເດ ຊື້ເລກສຸມ 10 ພັນກີບ ຖືກເລກ 6ໂຕ ຮັບ400ລ້ານກີບ.

    0 shares
    Share 0 Tweet 0
  • ບຸນຫໍ່ເຂົ້າປະດັບດີນ​ ບຸນເຂົ້າປະດັບດິນແມ່ນຫຍັງ ມີຄວາມເປັນມາຄືແນວໃດ! ເປັນຫຍັງຕ້ອງເຮັດ! ເຮັດແບບໃດ!

    520 shares
    Share 520 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...