ສະໂມສອນ Mazda GB FC ຕາງຫນ້າ ປະເທດລາວ ເຂົ້າຮ່ວມໃນການແຂ່ງຂັນ LaLiga Youth Tournament 2022 ທີ່ປະເທດມາເລເຊຍ
![](https://kkklao.com/wp-content/uploads/2022/07/3-40-1024x625.jpg)
ເປັນເທື່ອທຳອິດຂອງປະຫວັດສາດລາວເຮົາທີ່ເຂົ້າຮ່ວມການແຂ່ງຂັນໃນລາຍການລະດັບໂລກຢ່າງ LaLiga. ໃນນີ້ກໍ່ຈະມີຫລາຍປະເທດໃນຂົງເຂດ ອາຊຽນຂອງພວກເຮົາ ເຂົ້າຮ່ວມໃນການແຂ່ງຂັນໃນຄັ້ງນີ້ ເຊັ່ນ ປະເທດໄທ, ຟີລິປີ້ນ, ອີນໂດເນເຊຍ, ລາວ ແລະ ເຈົ້າພາບ ມາເລເຊຍ.
![](https://kkklao.com/wp-content/uploads/2022/07/4-27-1024x623.jpg)
ຜົນການຈົກສະຫລາກແບ່ງກຸ່ມ ລາວເຮົາຈະຢູ່ກຸ່ມ B:ວັນທີ 23/7/2022 Mazda GB FC U8 ພົບ Kulai Intelek FC U8 ຈາກປະເທດ ມາເລເຊຍ ໃນເວລາ 9:30.
![](https://kkklao.com/wp-content/uploads/2022/07/2-43-1024x651.jpg)
ວັນທີ 23/7/2022 Mazda GB FC U8 ພົບ Akademi Wira Muda U8 ຈາກປະເທດ ມາເລເຊຍ ໃນເວລາ 11:30. ວັນທີ 23/7/2022 Mazda GB FC U8 ພົບ ATPP U8 ຈາກປະເທດ ອີນໂດເນເຊຍ ໃນເວລາ 14:00.
![](https://kkklao.com/wp-content/uploads/2022/07/1-42.jpg)
ຢ່າລືມຢ່າພາດ ສົ່ງກຳລັງໃຈເຊຍໃຫ້ສະໂມສອນຈາກ ສປປ ລາວເຮົາ Mazda GB FC U8 ໃນເວທີ ລະດັບຊາດ ຖ່າຍທອດສົດທາງ Mazda GB FC
ທີ່ມາ: Mazda GB FC
Discussion about this post