ຕາມຂ່າວຈາກ ຣອຍເຕີ,ວັນທີ18 ກໍລະກົດນີ້, ຄື້ນຄວາມຮ້ອນ ສົ່ງຜົນ ຮຸນແຮງ ທົ່ວເອີຣົບ ຕາເວັນຕົກ ເຮັດໃຫ້ມີຜູ້ເສຍຊີວິດ 1.027ຄົນ ໂດຍສະເພາະ ປະເທດ ປອກຕຸຍການ ແລະ ແອັດສະປາຍ ມີອຸນຫະພູມ ສູງເຖິງ 47ອົງສາ.
![](https://kkklao.com/wp-content/uploads/2022/07/1-34-1024x647.jpg)
ອົງການ ອະນາໄມ ຂອງປອກຕຸຍການ ລາຍງານວ່າ: ມີຜູ້ເສຍຊີວິດຢ່າງໜ້ອຍ 659ຄົນ ໃນໄລຍະອາທິດຜ່ານມາ ໂດຍມີຜູ້ເສຍຊີວິດສູງສຸດ 440ຄົນ ໃນວັນ14ກໍລະກົດ ພຽງວັນດຽວ ແລະ ຕົວເລກອາດປັບສູງຂຶ້ນອີກໃນຕໍ່ໜ້າ.ຂະນະທີ່ ແອັດສະປາຍ ມີຜູ້ເສຍຊີວິດ ຢ່າງໜ້ອຍ 368ຄົນ.
ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ
Discussion about this post