ສຶກສາການອອກຖະແຫຼງຂ່າວ “ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າເທີນ 01, ຈາກສະພາບທີ່ສື່ສັງຄົມອອນລາຍໄດ້ນຳເອົາຂໍ້ມູນຂ່າວສານຂອງໂຄງການໄປເຜີຍແຜ່ ແລະ ເຮັດໃຫ້ມີຄວາມກັງວົນຕໍ່ຄວາມປອດໄພຂອງເຂື່ອນໄຟຟ້ານໍ້າເທີນ 01 ໂດຍມີຈຸດທີ່ຕັ້ງບ້ານໂພນຈະເລີນ ເມືອງປາກກະດີງ ແຂວງບໍລິຄໍາໄຊ”.
ທ່ານ ບຸນຍັງ ເພັງສຸວັນ ທີ່ປຶກສາໃນການພົວພັນກັບລັດຖະບານ ແລະ ຄະນະຮັບຄວາມຜິດຊອບຄວາມປອດໄພຂອງບໍລິສັດໄຟຟ້ານໍ້າເທີນ 01 ໄດ້ຊີ້ແຈງໃຫ້ສັງຄົມ:
1. ຝາກເຖີງຜູ້ບໍລິໂພກຂໍ້ມູນຂ່າວສານ ເພື່ອບໍ່ໃຫ້ສັງຄົມເຂົ້າໃຈໃນທາງລົບ, ໂຄງການກໍ່ສ້າງເຂື່ອນໄຟຟ້າ ນໍ້າເທີນ 01 ໄດ້ຮັບການສຶກສາອອກແບບ ແລະ ຄອບຄຸມການກໍ່ສ້າງຈາກບໍລິສັດທີ່ປຶກສາລະດັບສາກົນ AFRY ຈາກປະເທດ ສະວິດເຊີແລນ;
2. ນອກຈາກນີ້, ລັດຖະບານ ກໍ່ໄດ້ວ່າຈ້າງຊ່ຽວຊານສະເພາະດ້ານເຂົ້າມາຕິດຕາມ ກວດກາ ການກໍ່ສ້າງ ອີກຕໍ່ຫນຶ່ງ ເພື່ອຮັບປະກັນການກໍ່ສ້າງໃຫ້ໄດ້ມາດຕະຖານ ແລະ ສອດຄ່ອງກັບເຕັກນິກການອອກແບບ ຮັບປະກັນຄວາມປອດໄພໃນນຕະຫຼອດຊ່ວງການດຳເນີນໂຄງການ ແລະ ຍາວນານຕາມສັນຍາສໍາປະທານ;
3. ຫລັງຈາກບໍລິສັດໄດ້ຮັບອະນຸຍາດຈາກລັດຖະບານ ໃຫ້ກັກຂັງນ້ຳໃນວັນທີ່ 01 ເມສາ 2021 ຈົນເຖິງກາງເດືອນມິຖຸນາ 2022 ໄດ້ປາກົດເຫັນມີນໍ້າຮົ່ວຊືມທາງດ້ານຂວາຂອງເຂື່ອນ;
4. ທີ່ປຶກສາໂຄງການ ໄດ້ວິເຄາະການຮົ່ວຊືມຂອງນໍ້າ ແລະ ຢັ້ງຢືນວ່າການຮົ່ວຊືມດັ່ງກ່າວບໍ່ມີຜົນກະທົບຕໍ່ຕົວເຂື່ອນ;
5. ພ້ອມກັນນັ້ນ, ທີ່ປຶກສາໄດ້ໃຫ້ຄວາມລະອຽດທາງດ້ານເທັກນິກໃນການແກ້ໄຂບັນຫາ ການຮົ່ວຊືມດັ່ງກ່າວ ແລະ ຢັ້ງຢືນຈຸດການຮົ່ວຊືມໃຫ້ຢ່າງລະອຽດ ເພື່ອໃຫ້ບໍລິສັດສາມາດແກ້ໄຂຈຸດຊືມດັ່ງກ່າວ ຢ່າງຖືກຕ້ອງ;
6. ດັ່ງນັ້ນ, ບໍລິສັດໄຟຟ້ານ້ຳເທີນ 01 ຂໍຢືນຢັນ ແລະ ໃຫ້ຄວາມໝັ້ນໃຈແກ່ສັງຄົມ ມາເຖິງປັດຈຸບັນ “ເຂື່ອນໄຟຟ້ານ້ຳເທີນ 01 ແມ່ນມີຄວາມປອດໄພ ຮ້ອຍສ່ວນຮ້ອຍ”;
7. ຂໍສະແດງຄວາມຂອບໃຈມາຍັງລັດຖະບານ ກໍ່ຄືກົມຄູ້ມຄອງຄວາມປອດໄພທຸລະກິດພະລັງງານທີ່ໄດ້ໃຫ້ການສະໜັບສະຫນູນ ແລະ ໃຫ້ທິດຊີ້ນຳແກ່ໂຄງການໂດຍດີຕະຫຼອດມາ;
8. ຂໍສະແດງຄວາມຂອບໃຈ ຕໍ່ຜູ້ປຶກສາ ແລະ ຜູ້ຮັບເໝົາກໍ່ສ້າງທີ່ໄດ້ທຸ່ມເທສະຕິປັນຍາເຂົ້າໃນການກໍ່ສ້າງໂຄງການໃຫ້ສຳເລັດຕາມລະດັບຄາດໝາຍທີ່ວາງໄວ້;
9. ຂໍຂອບໃຈ ສື່ສັງຄົມອອນລາຍ ແລະ ພໍ່ແມ່ ພີ້ນ້ອງ ປະຊາຊົນ ທຸກທ່ານ ທີ່ໄດ້ຕິດຕາມ ແລະ ໃຫ້ຄວາມສົນໃຈ ກັບໂຄງການຕະຫຼອດມາ.
ທີ່ມາ: Sourioudong Sundara
Discussion about this post