ທ່ານ ພຸດ ສິມາລາວົງ, ລັດຖະມົນຕີ ກະຊວງສຶກສາ ທິການ ແລະ ກິລາ, ທ່ານ ວີເພັດ ສີຫາຈັກ, ປະທານສະຫະພັນບານເຕະແຫ່ງ ຊາດລາວ, ພ້ອມດ້ວຍຄະນະ ແລະ ມວນຊົນເຂົ້າຮ່ວມຢ່າງຫລວງຫລາຍ ອອກຕ້ອນຮັບທັບນັກກິລາທີມຊາດ ແລະ ຕະນະຄູຝືກ ກັບມາຢ່າງອົບອູ່ນ.
![](https://kkklao.com/wp-content/uploads/2022/07/9-6-1024x768.jpg)
ທ່ານ ພຸດ ສິມາລາວົງ ໄດ້ສະແດງຄວາມຊົມເຊີຍ ແລະ ປາບປື້ມໃຈຕໍ່ນັກກິລາ ແລະ ຄູຝືກ ພ້ອມນັ້ນ ຍັງໄດ້ຮຽກຮ້ອງມາຍັງນັກກິລາ U19 ທີມຊາດລາວໝົດທຸກຄົນຈົ່ງພ້ອມກັນຮັກສາ ແລະ ເສີມຂະຫຍາຍມູນເຊື້ອຂອງ ຜົນສຳເລັດຈາກການເຂົ້າແຂ່ງຂັນໃນຄັ້ງນີ້ໃຫ້ກິລາບານເຕະລາວພັດທະນາຂຶ້ນໄປເລື່ອຍໆ, ໄດ້ສືບຕໍ່ພັດທະນາຕົນເອງໃຫ້ເກັ່ງແລ້ວເກັ່ງອີກ, ດີແລ້ວດີອີກ,
![](https://kkklao.com/wp-content/uploads/2022/07/7-5-1024x579.jpg)
ຊຳນານແລ້ວຊຳນານອີກ ຍິ່ງຂຶ້ນໄປ ເລື້ອຍໆ. ຂະນະດຽວກັນ ໄດ້ຮຽກຮ້ອງມາຍັງທົ່ວສັງຄົມຈົ່ງສືບຕໍ່ໃຫ້ການສະໜັບສະໜູນວຽກງານກິລາ ໂດຍສະເພາະກິລາບານເຕະ ໃຫ້ໄດ້ຮັບການພັດທະນາຂຶ້ນໄປຢ່າງບໍ່ຢຸດຢັ້ງ.
![](https://kkklao.com/wp-content/uploads/2022/07/5-9-1024x768.jpg)
……
![](https://kkklao.com/wp-content/uploads/2022/07/7-6-1024x579.jpg)
…..
![](https://kkklao.com/wp-content/uploads/2022/07/2-33-1024x768.jpg)
….
![](https://kkklao.com/wp-content/uploads/2022/07/3-25-1024x768.jpg)
….
![](https://kkklao.com/wp-content/uploads/2022/07/8-5-1024x768.jpg)
ຂໍ້ມູນ: Lao National Radio
Discussion about this post