ໃນວັນທີ 17 ກໍລະກົດ 2022, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫວໍ ວັນ ເຖື້ອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ,ຫົວໜ້າຄະນະຊີ້ນຳລະດັບຊາດ ເພື່ອສະເຫລີມສະຫລອງປີສາມັກຄີມິດຕະພາບຫວຽດນາມ-ລາວ ປີ2022 ພ້ອມຄະນະທີ່ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຂົ້າຮ່ວມພິທິສະ ເຫລີມ ສະຫລອງປີສາມັກຄີມິດຕະພາບລາວ-ຫວຽດນາມ, ຫວຽດນາມ-ລາວ ຄື:
![](https://kkklao.com/wp-content/uploads/2022/07/FB_IMG_1658069091069-1024x676.jpg)
ວັນສ້າງ ຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບລາວ-ຫວຽດນາມ ຄົບຮອບ 45 ປີ ຈະຈັດຂຶ້ນໃນລະຫວ່າງວັນທີ 17-19ກໍລະກົດ 2022 ທີ່ນະຄອນຫລວງວຽງຈັນ
ໂອກາດດັ່ງກ່າວ, ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຍ້ອງຍໍຊົມເຊີຍຕໍ່ການເດີນທາງມາຄັ້ງນີ້ ເຊິ່ງເປັນການປະກອບສ່ວນເພີ່ມພູນຄູນສ້າງ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວໃຫ້ເຂົ້າສູ່ລວງເລິກ.
![](https://kkklao.com/wp-content/uploads/2022/07/FB_IMG_1658069092874.jpg)
ສະຫາຍເລຂາທິການໃຫຍ່, ປະທານປະເທດ ໄດ້ສະແດງຄວາມຊົມເຊີຍມາຍັງ ການນຳພັກ-ລັດ ແລະ ປະຊາຊົນ ຫວຽດນາມ ທີ່ສາມາດຍາດໄດ້ຜົນສຳເລັດອັນສຳຄັນ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ, ເຊິ່ງສາມາດຮັກສາໄດ້ສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ, ຖານະບົດບາດຂອງພັກ ແລະ ລັດຖະບານ ກໍນັບມື້ໄດ້ຮັບການຍົກສູງຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.
ໃນໂອກາດດຽວກັນ, ກໍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍ ຕະຫລອດໄລຍະຜ່ານມາ ໂດຍສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງຮອບດ້ານ ແລະ ເຂົ້າສູ່ລວງເລິກ ໂດຍໄດ້ມີການພົບປະແລກປ່ຽນການຢ້ຽມຢາມສອງຝ່າຍ ຂອງການນຳໃນທຸກລະດັບ ແຕ່ຂັ້ນສູນກາງ ຈົນຮອດທ້ອງຖິ່ນ ແລະ ໄດ້ມີກົນໄກການຮ່ວມມືກັນໃນທຸກຂະແຫນງການ.
![](https://kkklao.com/wp-content/uploads/2022/07/FB_IMG_1658069094611-1024x513.jpg)
ພ້ອມກັນນັ້ນ ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ກໍໄດ້ຫວນຄືນ ແລະ ຢືນຢັນວ່າ ສາຍພົວພັນສອງປະເທດ ແມ່ນເກີດຂຶ້ນມາດ້ວຍມູນເຊື້ອ ແຫ່ງຄວາມສາມັກຄີ ແລະ ຮ່ວມສໍາພັນສູ້ຮົບ ທີ່ເປັນຕາຍນໍາກັນເພື່ອຕໍ່ສູ້ກູ້ຊາດ, ຍາດເອົາເອກະລາດແຫ່ງຊາດ, ອິດສະລະພາບ ມາໃຫ້ປະຊາຊົນຂອງປະເທດທັງສອງຊາດ.
ຜ່ານບັນດາກິດຈະກຳຕ່າງໆ ໃນປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ນີ້ ຈະສ່ອງແສງໃຫ້ເຫັນການເສີມຂະຫຍາຍມູນເຊື້ອອັນດີງາມຂອງສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ເພື່ອໃຫ້ຄົນຮູ່ນປະຈຸບັນ ແລະ ຮຸ່ນຄົນຕໍ່ໄປ ຂອງທັງສອງປະເທດ ໄດ້ພ້ອມກັນສືບທອດ ແລະ ເພີ່ມພູນຄູນສ້າງໃຫ້ໜັກແໜ້ນຍິ່ງໆຂຶ້ນໄປ.
ພາບ: ຂັນໄຊ
Discussion about this post