ໃນຕອນເຊົ້າຂອງວັນທີ 15 ກໍລະກົດ 2022 ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເປັນປະທານກອງປະຊຸມປຶກສາຫາລື ເພື່ອກະກຽມ ແລະ ດຳເນີນການເປັນປະທານອາຊຽນ ຂອງສປປ ລາວ ໃນປີ 2024 ໂດຍການເຂົ້າຮ່ວມຂອງບັນດາລັດຖະມົນຕີ, ເຈົ້າຄອງນະ ຄອນຫລວງວຽງຈັນ, ຮອງລັດຖະມົນຕີ ແລະ ພະນັກງານທີ່ກ່ຽວຂ້ອງຈາກບັນດາກະຊວງ, ຂະແໜງ ການຕ່າງໆ.
![](https://kkklao.com/wp-content/uploads/2022/07/1-29-1024x767.jpg)
ນັບແຕ່ໄດ້ເຂົ້າເປັນສະມາຊິກອາຊຽນ ໃນວັນທີ 23 ກໍລະກົດ 1997, ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນ ມາແລ້ວ 2 ຄັ້ງຄື: ຄັ້ງທີ 1 ໃນປີ 2004-2005 ແລະ ຄັ້ງທີ 2 ໃນປີ 2016 ແລະ ສປປ ລາວ ຈະໄດ້ຮັບກຽດເປັນປະທານອາຊຽນ ອີກເປັນຄັ້ງທີ 3 ໃນປີ 2024. ກອງປະຊຸມຄັ້ງນີ້ ແມ່ນກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະກຳມະການຊີ້ນຳລະດັບຊາດ ເພື່ອປຶກສາຫາລື ກ່ຽວກັບ ການກະກຽມໃຫ້ແກ່ການເປັນປະທານອາຊຽນ ໃນປີ 2024 ເປັນຕົ້ນແມ່ນການຜັນຂະຫຍາຍ ຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຄະນະກຳມະການຊີ້ນຳລະດັບຊາດ ເພື່ອກະ ກຽມ ແລະ ດໍາເນີນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ເຊິ່ງໃນນີ້ກອງປະຊຸມໄດ້ຮັບຊາບການແຕ່ງຕັ້ງ 13 ອະນຸກຳມະການຮັບຜິດຊອບວຽກງານສະເພາະ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024.
ພ້ອມກັນນີ້, ກອງປະຊຸມ ຍັງໄດ້ຮັບຟັງການລາຍງານຈາກບັນດາກະຊວງ ລວມທັງຂະແໜງທີ່ກ່ຽວຂ້ອງ ກ່ຽວກັບການສຳຫລວດກວດກາຄືນຄວາມພ້ອມ ໃນເບື້ອງຕົ້ນຂອງຂະແໜງການຕົນ ເຊັ່ນ: ວຽກງານເນື້ອໃນຂອງ 3 ເສົາຄ້ຳປະຊາຄົມອາຊຽນ(ປະຊາຄົມການເມືອງ-ຄວາມໝັ້ນຄົງ, ປະຊາຄົມເສດຖະກິດ ແລະ ປະຊາຄົມວັດທະນະທຳ-ສັງຄົມ), ວຽກງານປ້ອງກັນປະເທດ ແລະ ປ້ອງກັນຄວາມສະຫົງບ, ວຽກງານາດ້ານພະລາທິການ ແລະ ພິທີການ ໂດຍສະເພາະ ການກະກຽມຄວາມພ້ອມຂອງສະຖານທີ່ປະຊຸມ ແລະ ສະຖານທີ່ພັກເຊົາ, ວຽກງານດ້ານພາຫະນະ, ດ້ານງົບປະມານ ແລະ ວຽກງານອື່ນໆທີ່ປິ່ນອ້ອມ.
![](https://kkklao.com/wp-content/uploads/2022/07/2-30-1024x704.jpg)
ໃນຕອນທ້າຍຂອງກອງປະຊຸມ, ທ່ານປະທານ ໄດ້ມອບໝາຍໃຫ້ບັນດາອະນຸກຳມະການເລີ່ມກະກຽມວຽກທີ່ເຫັນວ່າມີຄວາມຈຳເປັນຮີບດ່ວນ ນັບແຕ່ນີ້ເປັນຕົ້ນໄປ ໂດຍສະເພາະໃຫ້ພາກສ່ວນຮັບ ຜິດຊອບເນື້ອໃນຂອງ 3 ເສົາຄ້ຳປະຊາຄົມອາຊຽນ ເລີ່ມປຶກສາຫາລືເພື່ອລະດົມຄວາມຄິດ ກ່ຽວກັບ ຄຳຂັວນ (Theme), ກາໝາຍ (Logo) ແລະ ບູລິມະສິດຂອງການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024. ພ້ອມນີ້, ກໍໃຫ້ພາກສ່ວນຮັບຜິດຊອບພະລາທິການ ແລະ ພິທີການເລີ່ມສຳຫລວດຕົວຈິງ ແລະ ເກັບກຳບັນຊີບັນດາໂຮງແຮມສຳລັບຄະນະຜູ້ແທນ ທີ່ຈະມາພັກເຊົາໃນໄລຍະເຂົ້າຮ່ວມກອງປະຊຸມ ແລະ ສະຖານທີ່ປະຊຸມ ເປັນຕົ້ນ.
ນອກນີ້, ກໍສະເໜີໃຫ້ບັນດາພາກສ່ວນອື່ນໆ ເລີ່ມປຶກ ສາຫາລື ແລະ ດຳເນີນການຕາມໜ້າວຽກຂອງຕົນ ແລະ ລາຍງານຄວາມຄືບໜ້າ ໃຫ້ກອງປະຊຸມຄັ້ງຕໍ່ໄປຊາບ.
ຂ່າວ: ສຸດສະຫວັດ
Discussion about this post