ໃນວັນທີ 16 ກໍລະກົດ 2022 ຄວາມເຄື່ອນໄຫວຫຼັງການແຂ່ງຂັນບານເຕະຊິງແຊ້ມອາຊຽນ 2022 ຮຸ່ນອາຍຸບໍ່ເກີນ 19 ປີ ຮອບຊິງຊະນະເລີດ ທີມຊາດມາເລເຊຍ ເອົາຊະນະ ທີມຊາດລາວ ໄປ 2-0 ຄວ້າແຊ້ມລາຍການນີ້ໄປຄອງເປັນສະໄໝທີ 2.
![](http://kkklao.com/wp-content/uploads/2022/07/4-17-1024x684.jpg)
ຫຼັງຈົບເກມ, ທ່ານ ໄມເຄີ້ນ ໄວສ໌ ຄູຝຶກທີມຊາດລາວ ກ່າວວ່າ: ເຮົາປະສົບຄວາມສຳເລັດໃນການແຂ່ງຂັນຄັ້ງນີ້ ແລະ ບໍ່ມີໃຜເຊື່ອວ່າ ເຮົາຈະມາຮອດຈຸດນີ້ ແລະ ຄວ້າຮອງແຊ້ມ ດ້ວຍການເອົາຊະນະທັງທີມຊາດໄທ ມາໄດ້. ຢ່າງໃດກໍຕາມ, ເຮົາບໍ່ແມ່ນທີມທີ່ແຂງແກ່ນໃຫມ່ຂອງອາຊຽນ ເຮົາຈະຮຽນຮູ້ຕໍ່ໄປ ເຮົາມີຄວາມສາມາດ ແລະ ຂ້າພະເຈົ້າພ້ອມທີ່ຈະພັດທະນາພອນສະຫວັນເຫຼົ່ານັ້ນ ແລະ ເຮົາພ້ອມທີ່ຈະເຮັດໃຫ້ມັນຍາກສຳລັບຄູ່ແຂ່ງໃນອາຊຽນ ເມື່ອຕ້ອງມາພົບກັບທີມຂອງເຮົາ
![](http://kkklao.com/wp-content/uploads/2022/07/5-7-1024x684.jpg)
ເຮົາຕ້ອງພິສູດໃນການແຂ່ງຂັນລາຍການອື່ນໆ ລວມທັງຊີເກມ ເຮົາຍັງເຊື່ອວ່າ ເຮົາຍັງສາມາດໂຊຟອມໄດ້ດີກວ່ານີ້ອີກ. ທັງນີ້, ນີ້ຖືເປັນຜົນງານທີ່ດີທີ່ສຸດຂອງ ສປປ ລາວ ໃນການແຂ່ງຂັນບານເຕະ ຢູ19 ຊິງແຊ້ມອາຊຽນ ເພາະກ່ອນໜ້ານີ້ພວກເຮົາຍັງບໍ່ເຄີຍຜ່ານມາເຖິງຮອບຊິງຊະນະເລີດ ແມ່ນແຕ່ເທື່ອດຽວ
![](http://kkklao.com/wp-content/uploads/2022/07/1-26.jpg)
Discussion about this post